ຈີນ ບໍ່ມີອະທິປະໄຕປະຫວັດສາດສຳລັບ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງສິ້ນເຊີງ

Chia sẻ
(VOVWORLD) -  ເລື່ອງ ຈີນ ຫາກໍ່ຖະແຫຼງສ້າງຕັ້ງອັນທີ່ເອີ້ນວ່າເມືອງ ຊີຊາ ແລະ ໜານຊາ ຂຶ້ນກັບແຂວງ ຫາຍໜານ, ຈີນ ເຊິ່ງແທ້ຈິງແລ້ວ  ນັ້ນແມ່ນ 2 ໝູ່ ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂອງ ຫວຽດນາມ, ສືບຕໍ່ຖືກຫາງສຽງ, ວົງການນັກວິຊາການ, ນັກຮຽນຮູ້, ນັກຄົ້ນຄວ້າກົດໝາຍສາກົນຢູ່ພາຍໃນ ແລະ ຕ່າງປະເທດກ່າວປະນາມຢ່າງແຮງ.

  ທ່ານສາດສະດາຈານ, ປະລິນຍາເອກ ຫວູເຢືອງຮວນ, ອະດີດຜູ້ອຳນວຍການສະຖາບັນການພົວພັນຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ຈີນ ບໍ່ມີອະທິປະໄຕປະຫວັດສາດສຳລັບ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງສິ້ນເຊີງ. ຈີນ ໄດ້ລະເມີດກົດໝາຍສາກົນຢ່າງແຮງ, ລະອຽດແມ່ນບັນດາຫຼັກການກ່ຽວກັບສິດຄຸ້ມຄອງຜືນແຜ່ນດິນ.

ຕອບກັບ