ຈີນ ກຽມພ້ອມເພີ່ມທະວີການໂອ້ລົມເຈລະຈາກັບ ອາເມລິກາ

Chia sẻ
(VOVWORLD) - ທ່ານຮອງປະທານປະເທດ ຈີນ ຫານເຈີ້ງ ເນັ້ນໜັກວ່າ: ບັນດາການກະທຳມໍ່ໆມານີ້ໄດ້ສົ່ງ “ສັນຍາທີ່ຕັ້ງໜ້າ” ແລະ ຍົກສູງຄວາມມຸ່ງຫວັງຂອງໂລກ ກ່ຽວກັບ “ການປັບປຸງ” ການພົວພັນລະຫວ່າງ ຈີນ - ອາເມລິກາ.
ຈີນ ກຽມພ້ອມເພີ່ມທະວີການໂອ້ລົມເຈລະຈາກັບ ອາເມລິກາ - ảnh 1ການນຳ ຈີນ ແລະ ອາເມລິກາ

ວັນທີ 8 ພະຈິກ, ທ່ານຮອງປະທານປະເທດ ຈີນ ຫານເຈີ້ງ ໃຫ້ຮູ້ວ່າ: ຈີນ ພ້ອມແລ້ວທີ່ຈະເພີ່ມທະວີການຕິດຕໍ່ພົວພັນ ແລະ ການເຈລະຈາກັບ ອາເມລິກາ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແກ້ໄຂບັນດາຄວາມແຕກໂຕນກັນລະຫວ່າງສອງປະເທດໃຫ້ສົມເຫດສົມຜົນ ແລະ ຄວາມມານະພະຍາຍາມລວມເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ. ກ່າວຄຳເຫັນທີ່ເວທີປາໄສເສດຖະກິດໃໝ່ Bloomberg ຢູ່ ສິງກະໂປ, ກ່ອນທີ່ຈັດກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ San Francisco ແຕ່ວັນທີ 15 – 17 ພະຈິກ, ທ່ານຮອງປະທານປະເທດ ຈີນ ຫານເຈີ້ງ ເນັ້ນໜັກວ່າ: ບັນດາການກະທຳມໍ່ໆມານີ້ໄດ້ສົ່ງ “ສັນຍາທີ່ຕັ້ງໜ້າ” ແລະ ຍົກສູງຄວາມມຸ່ງຫວັງຂອງໂລກ ກ່ຽວກັບ “ການປັບປຸງ” ການພົວພັນລະຫວ່າງ ຈີນ - ອາເມລິກາ. ຈີນ ຈະມານະພະຍາຍາມກ່ວາອີກເພື່ອແບ່ງປັນບັນດາຜົນງານກ່ຽວກັບການປ່ຽນແປງໃໝ່ເຕັກໂນໂນຊີ ກັບບັນດາປະເທດອື່ນກໍ່ຄືພ້ອມກັນຮ່ວມມືໃນຄວາມມານະພະຍາຍາມຮັບມືກັບສິ່ງທ້າທາຍຍ້ອນການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ.

        ວັນທີ 1 ພະຈິກ, ທຳນຽບຂາວໃຫ້ຮູ້ວ່າ: ຄາດວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ເນື່ອງໃນໂອກາດເຂົ້າຮ່ວມ APEC.

ຕອບກັບ