ງານ​ວາງ​ສະ​ແດງ​ພາບ​ແຕ້ມ “ອາ​ລົມ​ຈິດ​ຂອງ​ຈິດ​ຕະ​ກອນ​ທີ່​ເປັນ​ຊາວ ຫວຽດ​ນາມ ອາ​ໃສ​ຢູ່​ຕ່າງ​ປະ​ເທດ​ທີ່​ມີ​ຕໍ່​ລຸງ​ໂຮ່”

ງອກ​ແອັງ
Chia sẻ
(VOVWORLD) - ງານວາສະແດງຈະແກ່ຍາວຮອດວັນທີ 22 ພຶດສະພາຈຶ່ງອັດລົງ ແລະ ຫຼັງຈາກນັັ້ນ ຈິດຕະກອນ ດ່າວຈ້ອງຫລີ ຈະມອບພາບແຕ້ມທັງໝົດເຫຼົ່ານັ້ນໃຫ້ແກ່ຫໍພິພິຕະພັນວິຈິດສິນ ຫວຽດນາມ.
 
ງານ​ວາງ​ສະ​ແດງ​ພາບ​ແຕ້ມ “ອາ​ລົມ​ຈິດ​ຂອງ​ຈິດ​ຕະ​ກອນ​ທີ່​ເປັນ​ຊາວ ຫວຽດ​ນາມ ອາ​ໃສ​ຢູ່​ຕ່າງ​ປະ​ເທດ​ທີ່​ມີ​ຕໍ່​ລຸງ​ໂຮ່” - ảnh 1 ຈິດຕະກອນ ດ່າວຈ້ອງຫລີ (ພາບ: ງອກແອັງ)

    ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ ທີ່ນະຄອນຫຼວງ ຮ່າໂນ້ຍ, ໄດ້ຈັດໃຫ້ມີພິທີໄຂງານວາງສະແດງພາບແຕ້ມ “ອາລົມຈິດຂອງຈິດຕະກອນທີ່ເປັນຊາວ ຫວຽດນາມ ອາໃສຢູ່ຕ່າງປະເທດທີ່ມີຕໍ່ລຸງໂຮ່”. ງານວາງສະແດງ ໂດຍຫໍພິພິຕະພັນວິຈິດສິນ ຫວຽດນາມ ສົມທົບກັບສະມາຄົມຊາວ ໄທ ຫວຽດ ນະຄອນພະນົມ ປະເທດໄທ ຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 134 ປີ (19/5/1890 - 19/5/2024).

  ງານວາງສະແດງແມ່ນໂອກາດອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ຄຸນງາມຄວາມດີອັນໃຫ່ຍຫຼວງ ຂອງທ່ານປະທານໂຮ່ຈີມິນ, ການນຳຜູ້ຍິ່ງໃຫ່ຍ, ນັກວິລະຊົນປົດປ່ອຍຊາດ ຫວຽດນາມ, ບູລຸດຜູ້ມີຊື່ສຽງວັດທະນະທຳໂລກ.

     ງານວາງສະແດງພາບແຕ້ມ “ອາລົມຈິດຂອງຈິດຕະກອນທີ່ເປັນຊາວ ຫວຽດນາມ ອາໃສຢູ່ຕ່າງປະເທດທີ່ມີຕໍ່ລຸງໂຮ່” ໄດ້ແນະນຳພາບແຕ້ມ 55 ແຜ່ນໂດຍຈິດຕະກອນ ດ່າວຈ້ອງຫລີ ແຕ້ມກ່ຽວກັບປະທານໂຮ່ຈີມິນ. ຈິດຕະກອນ ດ່າວຈ້ອງຫລີ ເກີດປີ 1951 ໃນຄອບຄົວຊາວ ຫວຽດນາມ ຮັກຊາດ ຢູ່ນະຄອນພະນົມ ປະເທດໄທ. ທ່ານແມ່ນອະດີດປະທານສະມາຄົມຊາວໄທ ເຊື້ອຊາດ ຫວຽດນາມ ຢູ່ນະຄອນພະນົມ ແລະ ປະຈຸບັນແມ່ນຫົວໜ້າຄະນະທີ່ປຶກສາຂອງສະມາຄົມໃຫ່ຍຊາວ ຫວຽດນາມ ອາໄສຢູ່ໄທ. ງານວາສະແດງຈະແກ່ຍາວຮອດວັນທີ 22 ພຶດສະພາຈຶ່ງອັດລົງ ແລະ ຫຼັງຈາກນັັ້ນ ຈິດຕະກອນ ດ່າວຈ້ອງຫລີ ຈະມອບພາບແຕ້ມທັງໝົດເຫຼົ່ານັ້ນໃຫ້ແກ່ຫໍພິພິຕະພັນວິຈິດສິນ ຫວຽດນາມ.

ຕອບກັບ