ງານວາງສະແດງການຮ່ວມມືດ້ານປ້ອງກັນຄວາມສະຫງົບລາວ-ຫວຽດນາມ

Chia sẻ

(vovworld) - ​ຮ່ວມ​ສຳພັນ​ສູ້​ຮົບ​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບປະຊາຊົນ ລາວ ​ແລະ ກຳລັງ​ຕຳຫລວດ​ປະຊາຊົນ ຫວຽດນາມ

ງານວາງສະແດງການຮ່ວມມືດ້ານປ້ອງກັນຄວາມສະຫງົບລາວ-ຫວຽດນາມ - ảnh 1
ພໍ່ແມ່ປະຊາຊົນຫວຽດນາມຢູ່ລາວເຂົ້າຮ່ວມງານວາງສະແດງ
(ພາບ: Nhandan.com)

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຂອງ​ກຳລັງ​ຕຳຫລວດ ຫວຽດນາມ, ວັນທີ 14/8 ຢູ່​ນະຄອນຫລວງ ວຽງ​ຈັນ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ສົມທົບ​ກັບ​ອົງການ​ຕາງໜ້າ​ກະຊວງ​ຕຳຫລວດ ຫວຽດນາມ ປະຈຳ ລາວ ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​ພາບ “ຮ່ວມ​ສຳພັນ​ສູ້​ຮົບ​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບປະຊາຊົນ ລາວ ​ແລະ ກຳລັງ​ຕຳຫລວດ​ປະຊາຊົນ ຫວຽດນາມ”. ງານ​ວາງສະ​ແດງ​ໄດ້ຈັດ​ຕັ້ງ​ຕາມ 8 ຫົວ​​ເລື່ອງ, ສະ​ແດງ​ບັນດາ​ຂີດ​ໝາຍ​ທີ່​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບປະຊາຊົນ ລາວ ​ແລະ ກຳລັງ​ຕຳຫລວດ​ປະຊາຊົນ ຫວຽດນາມ. ທ່ານ​ພັນ​ເອກ ວັນເຮືອງ ນຳທະຈັນ, ຫົວໜ້າ​ກົມ​ຄົ້ນຄວ້າ​ວິທະຍາສາດ ​ແລະ ປະຫວັດສາດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ​ໃຫ້​ຮູ້​ວ່າ: ​ເລື່ອງ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ນີ້ ​ເພື່ອ​ແນ​ໃສ່​ຊ່ວຍ​ບັນດາ​ຊາວ ຫວຽດນາມ ພວມ​​ເຮັດວຽກ​ງານ, ຮຳ່ຮຽນ ​ແລະ ທຳ​ມາ​ຫາ​ກິນ​ຢູ່ ລາວ, ກໍ​ຄື​ປະຊາຊົນ ​ແລະ ພະນັກງານ​ນັກຮົບ​ໃນ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ມູນ​ເຊື້ອ​​ສະຫງ່າ​ລາສີ 70 ປີ​ຂອງ​ກຳລັງ​ຕຳຫລວດ​ປະຊາຊົນ ຫວຽດນາມ, ການ​ພົວພັນ ​ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນມີ​ປະສິດທິ​ຜົນ​ລະຫວ່າງ​ກຳລັງ​ຕຳຫລວດ 2 ປະ​ເທດ​ໃນ ການ​ຕໍ່​ສູ້​ຕ້ານຝະລັ່ງ, ຕ້ານຈັກກະພັດອາ​ເມ​ລິ​ກາ ​ແລະ ພາລະ​ກິດສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ປະຈຸ​ບັນ. ຜ່ານ​ນັ້ນ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ທີ່​ເປັນມູນ​ເຊື້ອ, ຄວາມ​ສາມັກຄີ​ແບບພິ​ເສດ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ​ເວົ້າ​ລວມ, ກໍ​ຄື​ການ​ພົວພັນ​ລະຫວ່າງ 2 ກະຊວງ​ເວົ້າ​ສະ​ເພາະ​ນັບ​ມື້​ນັບ​ພັດທະນາ. ງານ​ວາງສະ​ແດງ​ອັດ​ລົງ​ໃນ​ວັນ​ທີ 21/8.