ງານວາງສະແດງ “ດ້ຽນບຽນຝູ - ນ້ຳໃຈອະມະຕະ” ແນະນຳເອກະສານ, ວັດຖຸພັນນັບຮ້ອຍຢ່າງ

Chia sẻ
(VOVWORLD) - ງານວາງສະແດງຈະແນະນຳຕໍ່ມະຫາຊົນເກືອບ 150 ເອກະສານ, ວັດຖຸພັນທີ່ໄດ້ຊີ້ແຈ້ງຄວາມໝາຍ, ຂອບຂະໜາດ, ຄຸນຄ່າຂອງໄຊຊະນະ ດ້ຽນບຽນຝູ, ປັດໄຈຕັດສິນຊີ້ຂາດ ແມ່ນກຳລັງແຮງແຫ່ງນ້ຳໃຈມະຫາສາມັກຄີທົ່ວປວງຊົນ ຫວຽດນາມ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໄສຂອງພັກ, ສະແດງໃຫ້ເຫັນການເຕີບໃຫຍ່ຂອງກອງທັບປະຊາຊົນ ຫວຽດນາມ.

ງານວາງສະແດງ “ດ້ຽນບຽນຝູ - ນ້ຳໃຈອະມະຕະ” ຈະເປີດປະຕູຕ້ອນຮັບແຂກຢ່າງເປັນທາງການແຕ່ວັນທີ 25 ເມສາ ຮອດເດືອນ ມິຖຸນາ 2024 ຢູ່ ຫໍພິພິທະພັນປະຫວັດສາດແຫ່ງຊາດ, ຢູ່ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024) ແລະ ວັນເຊັນສັນຍາ Geneve (21/7/1954 – 21/7/2024).

        ງານວາງສະແດງຈະແນະນຳຕໍ່ມະຫາຊົນເກືອບ 150 ເອກະສານ, ວັດຖຸພັນທີ່ໄດ້ຊີ້ແຈ້ງຄວາມໝາຍ, ຂອບຂະໜາດ, ຄຸນຄ່າຂອງໄຊຊະນະ ດ້ຽນບຽນຝູ, ປັດໄຈຕັດສິນຊີ້ຂາດ ແມ່ນກຳລັງແຮງແຫ່ງນ້ຳໃຈມະຫາສາມັກຄີທົ່ວປວງຊົນ ຫວຽດນາມ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໄສຂອງພັກ, ສະແດງໃຫ້ເຫັນການເຕີບໃຫຍ່ຂອງກອງທັບປະຊາຊົນ ຫວຽດນາມ. ນ້ຳໃຈອະມະຕະນັ້ນແມ່ນກຳລັງໜູນ ເພີ່ມກຳລັງແຮງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ບົນເສັ້ນທາງແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ, ພັດທະນາປະເທດຊາດ.

        ງານວາງສະແດງດ້ວຍ 2 ເນຶ້ື້ອໃນຕົ້ນຕໍ, ນັ້ນແມ່ນ: “ດ້ຽນບຽນຝູ - ສະຖານທີ່ປະຫວັດສາດ” ແລະ “ຄວາມຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະ”.

ຕອບກັບ