ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ)

Chia sẻ
ປຶກສາ​ຫາລື​ທີ່​ວາລະ​ປະຊຸມ, ບັນດາ​ສະມາຊິກ​ຄະນະ​ປະຈຳສະພາ​ແຫ່ງ​ຊາດສ່ວນ​ຫຼາຍ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ ເນື້ອ​ໃນ​ທັງ​ໝົດຂອງ​ຮ່າງ​ປະມວນ​ກົດໝາຍ​ແພ່ງ
ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ) - ảnh 1
ພາບປະກອບ

(vovworld) –  ​ໂດຍ​ສືບ​ຕໍ່​​ວາລະ​ປະຊຸມ​ເທື່ອ​ທີ 33, ຕອນ​ເຊົ້າ​ວັນ​ທີ 23/12, ຄະນະປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ) ​ເພື່ອ​ກະກຽມຮັບ​ເອົາ​ຄຳ​ເຫັນຈາກ​ປະຊາຊົນ. ປຶກສາ​ຫາລື​ທີ່​ວາລະ​ປະຊຸມ, ບັນດາ​ສະມາຊິກ​ຄະນະ​ປະຈຳສະພາ​ແຫ່ງ​ຊາດສ່ວນ​ຫຼາຍ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ ເນື້ອ​ໃນ​ທັງ​ໝົດຂອງ​ຮ່າງ​ປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ) ​ຊຶ່ງຄະນະ​ຮຽບຮຽງໄດ້​ຮັບ​ເອົາ, ປັບປຸງ​ພາຍຫຼັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຜ່ານ​ມາ, ພ້ອມ​ທັງ​ເຫັນ​ດີ​ເປັນ​ເອກະສັນ​ຕໍ່​ເນື້ອ​ໃນ​ຮ່າງ​ປະມວນ​ກົດໝາຍ​ທີ່​ໄດ້​ຍົກ​ອອກ​ ​ເພື່ອຮັບ​ເອົາ​ຄຳ​ເຫັນຈາກ​ປະຊາຊົນ. ປຶກສາ​ຫາລື​ 2 ​​ວິທີ​ກ່ຽວ​ກັບຮູບ​ການ​ກຳມະສິດ​ໃນ​ຮ່າງ​ປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ), ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຖື​ວ່າ: ຄວນ​ໄຈ້​ແຍກ​ຂໍ້​ອ້າງ​ອີງ​ຂອງ​ແຕ່​ລະ​ແຜນການຢ່າງ​ຈະ​ແຈ້ງ ​ເພື່ອ​​ໃຫ້ປະຊາຊົນ​ເລືອກ​ເຟັ້ນ; ພ້ອມ​ທັງ​ຄວນ​ເຮັດ​ແຈ້ງ​ລະຫວ່າງ​ຮູບ​ການ​ກຳມະສິດ ​ແລະ  ລະ​ບອບກຳມະສິດ. ຕາມ​ຮ່າງ​ມະຕິ​ແລ້ວ, ​ເວລາ​​ຮັບ​ເອົາ​ຄຳ​ເຫັນຈາກ​ປະຊາຊົນ​ສຳລັບ​ຮ່າງ​ປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ), ຈະ​ເລີ່​ມດຳ​ເນີນ​ແຕ່​ວັນ​ທີ 15/01/2015 ​ແລະ ຈະສິ້ນ​ສຸດ​​ໃນ​ວັນ​ທີ 31/03/2015.

        ​ແລະ​ກໍ່ໃນ​ຕອນ​ເຊົ້າ​ມື້ນີ້, ຄະນະ​ປະຈຳສະພາ​ແຫ່ງ​ຊາດ ​​ໄດ້ໃຫ້​ຄຳ​ເຫັນ​​ແກ່​ລາຍການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນປີ 2015 ຂອງ​ບັນດາ​ອົງການ​ສະພາ​ແຫ່ງ​ຊາດ.