ຄວາມ​ຊົງ​ຈຳກ່ຽວ​ກັບ ດ້ຽນ​ບຽນ ຍັງ​ຝັງ​ເລິກ​ໃນ​ຈິດ​ສຳ​ນຶກ​ຂອງ​ລູກ​ຊາຍ​ນາຍ​ພົນ ເຫວີ​ຍ​ກົວ​ຊີງ

Chia sẻ
(VOVWORLD) - ໄຊຊະນະ ດ້ຽນບຽນຝູ ຍາມໃດກໍມີຄວາມໝາຍພິເສດສຳລັບ ຫວຽດນາມ ແລະ ທັງໂລກອີກດ້ວຍ. ໄຊຊະນະນີ້ ບັງຄັບໃຫ້ກອງທັບ ຝລັ່ງ ຕ້ອງຖອນທັບອອກຈາກ ອິນດູຈີນ. ໄຊຊະນະນີ້ ກໍສວມບົດບາດເປັນການລະດົມກຳລັງໃຈຢ່າງໃຫຍ່ຫຼວງຕໍ່ຂະບວນການປົດປ່ອຍຊາດໃນທົ່ວໂລກ.
ຄວາມ​ຊົງ​ຈຳກ່ຽວ​ກັບ ດ້ຽນ​ບຽນ ຍັງ​ຝັງ​ເລິກ​ໃນ​ຈິດ​ສຳ​ນຶກ​ຂອງ​ລູກ​ຊາຍ​ນາຍ​ພົນ ເຫວີ​ຍ​ກົວ​ຊີງ - ảnh 1ຮູບທ່ານ ເຫວີຍກົວຊີງ ແລະ ເຄື່ອງທີ່ລະນຶກ ກ່ຽວກັບດ້ຽນບຽນຝູ ຢູ່ເຮືອນຂອງທ່ານ ເຫວີຍແຊວອີ້ (ພາບ: VOV)

ໃນຊຸມປີ 1950, ສູນກາງພັກກອມມູນິດ ຈີນ ໄດ້ແຕ່ງຕັ້ງຄະນະທີ່ປຶກສາການທະຫານ, ໂດຍທ່ານ ເຫວີຍກົວຊີງ ເຫັນຫົວໜ້າຄະນະ ໄປຊ່ວຍເຫຼືອ ຫວຽດນາມ ຕີຂັບໄລ່ກອງທັບ ຝລັ່ງ. ຄວາມຊົງຈຳກ່ຽວກັບສະໜາມຮົບ ດ້ຽນບຽນຝູ ຍັງຝັງເລິກໃນຈິດສຳນຶກຂອງທ່ານ ເຫວີຍແຊວອີ້ - ລູກຊາຍຂອງນາຍພົນ ເຫວີຍກົວຊີງ ໄວ້ເໝືອນເດີມ, ເຖິງວ່າບັນດາຄວາມຊົງຈຳນັ້ນ ແມ່ນພຽງແຕ່ໄດ້ຮັບຟັງຜ່ານການເລົ່າຂອງພໍ່ ແລະ ການໄປທັດສະນະສຶກສາຢູ່ ຫວຽດນາມ ກ່ອນນີ້ 10 ປີ ເທົ່ານັ້ນ.

        ທ່ານ ເຫວີຍແຊວອີ້ ມາຢາມ ດ້ຽນບຽນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 60 ປີ (1954 – 2014). ທ່ານໄດ້ໄປໄຫວ້ອາໄລບັນດານັກຮົບຫວຽດນາມທີ່ໄດ້ເສຍສະຫຼະຊີວິດ ເພື່ອຊາດ ຢູ່ ສຸສານ A1; ຢ້ຽມຢາມອະນຸສາວະລີ ໄຊຊະນະ ແລະ ບາງຮ່ອງຮອຍປະຫວັດສາດອື່ນໆ.

        “ໂດຍໄດ້ຟັງພໍ່ເລົ່າກ່ຽວກັບບັ້ນຮົບ ດ້ຽນບຽນຝູ, ພາຍຫຼັງທີ່ຂ້າພະເຈົ້າໄດ້ໄປຢ້ຽມຢາມ ແລະ ເຫັນປະຈັກຕາແລ້ວ, ຂ້າພະເຈົ້າຈຶ່ງຮູ້ສຶກໄດ້ຢ່າງເລິກເຊິ່ງເຖິງຄວາມອົງອາດກ້າຫານ ແລະ ບໍ່ຫວາດຫວັ່ນຕໍ່ຄວາມສ່ຽງຄວາມອັນຕະລາຍເຖິງຊີວິດຂອງທະຫານຢູ່ແນວໜ້າ ໃນສະໄໝນັ້ນ.”

        ຕາມທ່ານ ເຫວີຍແຊວອີ້ ແລ້ວ, ໄຊຊະນະ ດ້ຽນບຽນຝູ ຍາມໃດກໍມີຄວາມໝາຍພິເສດສຳລັບ ຫວຽດນາມ ແລະ ທັງໂລກອີກດ້ວຍ. ໄຊຊະນະນີ້ ບັງຄັບໃຫ້ກອງທັບ ຝລັ່ງ ຕ້ອງຖອນທັບອອກຈາກ ອິນດູຈີນ. ໄຊຊະນະນີ້ ກໍສວມບົດບາດເປັນການລະດົມກຳລັງໃຈຢ່າງໃຫຍ່ຫຼວງຕໍ່ຂະບວນການປົດປ່ອຍຊາດໃນທົ່ວໂລກ.

ບິກທ້ວນ, ນັກຂ່າວ VOV ປະຈຳ ປັກກິ່ງ.

ຕອບກັບ