ຄວບຄຸມການເງິນ ຢູ່ ຫວຽດນາມ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ

Chia sẻ
(VOVWORLD) -ກອງປະຊຸມໄດ້ດຶງດູດນັກຊ່ຽວຊານ ແລະ ນັກວິທະຍາສາດທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

        ຕອນເຊົ້າວັນທີ 7 ມີນາ, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລການຄ້າຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສໍາມະນາ ດ້ວຍຫົວຂໍ້ວ່າ “ຄວບຄຸມການເງິນຢູ່ຫວຽດນາມ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ”. ກອງປະຊຸມໄດ້ດຶງດູດນັກຊ່ຽວຊານ ແລະ ນັກວິທະຍາສາດທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

        ຕາມທ່ານ ຫວູຮຸ່ງເຟືອງ ສັງກັດ ມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມແລ້ວ, ປັດຈຸບັນ, ລະບົບທະນາຄານການຄ້າພວມສວມບົດບາດສໍາຄັນກ່ຽວກັບການສະໜອງແຫຼ່ງທຶນໃຫ້ພື້ນຖານເສດຖະກິດ, ແຕ່ຍາມໃດກໍມີຄວາມສ່ຽງ. ດັ່ງນັ້ນ, ຄວາມຮຽກຮ້ອງທີ່ໄດ້ວາງອອກແມ່ນ ຕ້ອງມີຂໍ້ມູນຂ່າວຢ່າງຈະແຈ້ງ. ນີ້ແມ່ນເງື່ອນໄຂທີ່ຈໍາເປັນ ໃຫ້ທັງດ້ານປະຕິບັດບັນດາຫຼັກການຂອງຕະຫຼາດ ທັງແມ່ນເຄື່ອງມືທີ່ດີໃນການບໍລິຫານທະນາຄານ ແນໃສ່ເພີ່ມທະວີຄວາມປອດໄພ ແລະ ສ້າງຄວາມສະດວກເພື່ອດຶງດູດຄູ່ຮ່ວມມື ແລະ ລູກຄ້າ.

        ກໍທີ່ກອງປະຊຸມ, ບັນດາຜູ້ແທນ, ນັກຊ່ຽວຊານໃນຂົງເຂດການເງິນ-ທະນາຄານ ໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບວຽກງານຕິດຕາມກວດກາການເງິນມະຫາພາກ ແລະ ບັນດາການກໍານົດລະບອບທີ່ມີລັກສະນະນິຕິກໍາດ້ານການເງິນເປັນກາງ, ຄວບຄຸມການເງິນວິສາຫະກິດ.... ຜ່ານນັ້ນ, ຍົກອອກບັນດາຂໍ້ສະເໜີຕໍ່ອົງການບໍລິຫານລັດ ເພື່ອໃຫ້ບັນຫາຄວບຄຸມການເງິນຢູ່ຫວຽດນາມ ໄປທຽບເທົ່າບັນດາມາດຕະຖານສາກົນ, ປະກອບສ່ວນເພີ່ມທະວີການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ.

ຕອບກັບ