ກຳລັງຕຳຫລວດປະຊາຊົນເສີມຂະຫຍາຍກຳລັງແຮງສັງລວມ

Chia sẻ
(VOVWORLD) - ລັງຕຳຫລວດປະຊາຊົນເສີມຂະຫຍາຍກຳລັງແຮງສັງລວມ, ຮັກສາຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໃຫ້ໝັ້ນຄົງ
ກຳລັງຕຳຫລວດປະຊາຊົນເສີມຂະຫຍາຍກຳລັງແຮງສັງລວມ - ảnh 1 ທ່ານ ເຈີ່ນດ້າຍກວາງ ທີ່ການພົບປະສັງສັນກັບຄະນະຜູ້ແທນຕຳຫລວດເສຍອົງຄະ, , ແບບຢ່າງດີເດັ່ນໃນກຳລັງຕຳຫລວດປະຊາຊົນ

ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ທີ່ການພົບປະສັງສັນກັບຄະນະຜູ້ແທນຕຳຫລວດເສຍອົງຄະ, ຍາດຕີພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ແບບຢ່າງດີເດັ່ນໃນກຳລັງຕຳຫລວດປະຊາຊົນ ໃນວັນທີ 11 ກໍລະກົດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2017), 55 ປີແຫ່ງວັນມູນເຊື້ອກຳລັງຕຳຫລວດປະຊາຊົນ (20/07/1962 – 20/07/2017). ທີ່ການພົບປະສັງສັນ, ທ່ານປະທານປະເທດຍ້ອງຍໍ, ຊົມເຊີຍບັນດາວິລະກຳ, ຜົນງານດີເດັ່ນພິເສດ ຊຶ່ງກຳລັງຕຳຫລວດປະຊາຊົນບັນລຸໄດ້ໃນຕະຫລອດໄລຍະ 55 ປີຜ່ານມາ. ທ່ານປະທານປະເທດເນັ້ນໜັກວ່າ ໃນສະພາບປະຈຸບັນ, ກຳລັງຕຳຫລວດປະຊາຊົນ, ຄວນປະຕິບັດບົດບາດແກ່ນສານ, ປະຈັນບານໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມເປັນຢ່າງດີ. ກຳລັງຕຳຫລວດປະຊາຊົນ ຄວນສົມທົບຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍບັນດາເຫດການສຳຄັນຂອງປະເທດຊາດ, ຈຸດສຸມແມ່ນປ້ອງກັນຄວາມສະຫງົບປອດໄພປີ APEC 2017 ແລະ ສັບປະດາຂັ້ນສູງ ຈະດຳເນີນຢູ່ ດ່າໜັງ ໃນເດືອນ ພະຈິກ ຈະມາເຖິງ.

ຕອບກັບ