ກໍາປູເຈຍ ຊົມເຊີຍໂຄງການຂອງບັນດານັກລົງທຶນຫວຽດນາມ

Chia sẻ
(VOVWORLD) -ກຸ່ມບໍລິສັດ VRG ໄດ້ລົງທຶນໃນຂົງເຂດປູກຝັງ, ບົວລະບັດ,ຂຸດຄົ້ນ ແລະ ປຸງແຕ່ງຢາງພາລາ ຢູ່ 19 ຈຸດ ຢູ່ ກໍາປູເຈຍ ດ້ວຍລວມມູນຄ່າປະຕິບັດຮອດທ້າຍປີ 2018 ບັນລຸ ປະມານ 750 ລ້ານ USD.

        ທີ່ກອງປະຊຸມສະຫຼຸບການລົງທຶນປູກຢາງພາລາຂອງບັນດາບໍລິສັດລູກ ຂອງ ກຸ່ມບໍລິສັດອຸດສາຫະກໍາຢາງພາລາ ຫວຽດນາມ (VRG) ແລະ ບໍລິສັດເອກະຊົນຫວຽດນາມຢູ່ກໍາປູເຈຍ ຈໍານວນໜຶ່ງ  ທີ່ດໍາເນີນໃນວັນທີ 28 ກຸມພາ - 1 ມີນາ ຢູ່ນະຄອນ ພະນົມເປັນ, ກໍາປູເຈຍ, ການນໍາກໍາປູເຈຍ ໄດ້ຕີລາຄາສູງການເຂົ້າຮ່ວມຂອງບັນດານັກລົງທຶນຫວຽດນາມ ທີ່ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ພື້ນຖານເສດຖະກິດຂອງປະເທດນີ້.

ກໍາປູເຈຍ ຊົມເຊີຍໂຄງການຂອງບັນດານັກລົງທຶນຫວຽດນາມ - ảnh 1ທ່ານ Yim Chlayly  ຮອງນາຍົກລັດຖະມົນຕີ ທັງເປັນປະທານສະພາຟື້ນຟູ ແລະ ພັດທະນາກະສິກໍາ ກໍາປູເຈຍກ່າວຄໍາເຫັນທີ່ກອງປະຊຸມ  (ພາບ:baotintuc.vn)

        ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ Yim Chlayly  ຮອງນາຍົກລັດຖະມົນຕີ ທັງເປັນປະທານສະພາຟື້ນຟູ ແລະ ພັດທະນາກະສິກໍາ ກໍາປູເຈຍ ໃຫ້ຂໍ້ສັງເກດວ່າ, ໂຄງການປູກຢາງພາລາ ດ້ວຍເນື້ອທີ 100.000 Ha ຂອງຫວຽດນາມ ໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນພາລະກິດພັດທະນາເສດຖະກິດຂອງ ກໍາປູເຈຍ. ກຸ່ມບໍລິສັດ VRG ໄດ້ລົງທຶນໃນຂົງເຂດປູກຝັງ, ບົວລະບັດ, ຂຸດຄົ້ນ ແລະ ປຸງແຕ່ງຢາງພາລາ ຢູ່ 19 ຈຸດ ຢູ່ ກໍາປູເຈຍ ດ້ວຍລວມມູນຄ່າປະຕິບັດຮອດທ້າຍປີ 2018 ບັນລຸ ປະມານ 750 ລ້ານ USD. ໂຄງການດັ່ງກ່າວ ໄດ້ຊ່ວຍສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ກໍາປູເຈຍ, ສ້າງພື້ນຖານໂຄງລ່າງຄື ໂຮງຮຽນ, ສຸກສາລາ, ລະບົບນໍ້າສະອາດ, ຕາໜ່າງໄຟຟ້າ ແລະ ຖະໜົນຫົນທາງ... ທັງນີີ້ ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ໃຫ້ແກ່ປະຊາຊົນຢູ່ບັນດາເຂດປູກຢາງພາລາ.


ຕອບກັບ