ການເຄື່ອນໄຫວຢື້ຢາມຖາມຂ່າວອວຍພອນປີໃຫມ່ຂອງການນຳພັກ,ລັດ

Chia sẻ
ທ່ານ ດີງ​ເທ​ຮີ​ງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ລົງ​ຢື້​ຢາມ​ຖາມ​ຂ່າວ

ການເຄື່ອນໄຫວຢື້ຢາມຖາມຂ່າວອວຍພອນປີໃຫມ່ຂອງການນຳພັກ,ລັດ - ảnh 1
ທ່ານ ດີງ​ເທ​ຮີ​ງອວຍພອນ​ປີ​ໃຫມ່ ກອງ​ພົນ​ນ້ອຍ 144


(vovworld)-  ​ເນື່ອງ​ໃນ​ໂອກາດ​ບຸນ​ປີ​ໃຫມ່​ປີ​ມະ​ເມຍ 2014, ຕອນ​ເຊົ້າ​ວັນ​ທີ 24/1 ຢູ່ ຮ່າ​ໂນ້ຍ, ທ່ານ ດີງ​ເທ​ຮີ​ງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ລົງ​ຢື້​ຢາມ​ຖາມ​ຂ່າວ ອວຍພອນ​ປີ​ໃຫມ່ ກອງ​ພົນ​ນ້ອຍ 144- ກອງ​ເສນາ​ທິການ​ໃຫຍ່ ​ແລະ ພະ​ແນ​ກຕຳຫລວດ​ຈໍ​ລະ​ຈອນ ນະຄອນ ຮ່າ​ໂນ້ຍ. ທີ່​ການ​ພົບ​ປະ​ກັບ​ພະ​ແນ​ກຕຳຫລວດຈໍລະ​ຈອນ, ທ່ານ ດີງ​ເທ​ຮີ​ງ ສະ​ເຫ​ນີ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດານ​ັກຮົບ​ພະ​ແນ​ກຕຳຫລວດ​ຈໍ​ລະ​ຈອນ ​ເວົ້າ​ສະ​ເພາະ ​ແລະ ຕຳຫລວດ​ນະຄອນ ຮ່າ​ໂນ້ຍ ​ເວົ້າລວມ ຄວນ​ສືບ​ຕໍ່​ການ​ໂຄສະນາ, ທະວີຄູນ​ບັນດາ​ແບບຢ່າງ​ດີ​ເດັ່ນ​ຂອງ​ພະນັກງານ, ນັກຮົບ​ໃນ​ການ​ຊ່ວຍ​ເຫລືອ, ກູ້​ເອົາ​ຊີວິດ​ປະຊາຊົນ​ເມື່ອ​ເຂົ້າ​ຮ່ວມ​ການ​ຈໍ​ລະ​ຈອນ ທີ່​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ໃນ​ໝູ່​ປະຊາຊົນ.