ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງວັນ ທະຫານເສຍອົງຄະ, ນັກຮົບເສຍສະຫຼະ ຊີວິດເພື່ອຊາດ 27/7

Chia sẻ
(vovworld)-  ຕອນ​ບ່າຍວັນ​ທີ 25/7, ຄະ​ນະ​ປະຕິບັດ​ງານ​ໂດຍທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍິນ ນຳ​ໜ້າໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ນະຄອນ​ໂຮ່ຈິ​ມິນ.

ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງວັນ ທະຫານເສຍອົງຄະ, ນັກຮົບເສຍສະຫຼະ ຊີວິດເພື່ອຊາດ 27/7 - ảnh 1
(ພາບ:
ພັກ​ກອມ​ມູນິດ)

(vovworld)-  ຕອນ​ບ່າຍວັນ​ທີ 25/7, ຄະ​ນະ​ປະຕິບັດ​ງານ​ໂດຍທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍິນ ນຳ​ໜ້າໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ນະຄອນ​ໂຮ່ຈິ​ມິນ. ນະ​ທີ່​ນີ້,  ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍິນ ຢືນຢັນ​ວ່າ: ຍາມ​ໃດພັກ ​ແລະ ລັດ​ກໍ່ມີ​ຄວາມ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ຕໍ່​ການ​ປະຕິວັດ​ໃຫ້​ດີ​ຂຶ້ນ. ທ່ານ​ປາດ​ຖະໜາ​ວ່າ: ບັນດາຄອບຄົວ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ການ​ປະຕິວັດ​ຂອງ​ຄອບຄົວ, ກາຍ​ເປັນ​ແບບຢ່າງ​ທີ່​ດີ​ເດ່ັນ​ໃຫ້​ບັນດາ​ລຸ່ນໜຸ່ມ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ.

  ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 26/7, ສູນ​ກາງ​ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ ​ຈັດ​ການ​ເຄື່​ອນ​ໄຫວຕ່າງ​ໝສະ​ແດງ​ຄວາມ​ຮູ້​ບຸນຄຸນຕໍ່​ບັນດາ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່ສຸສານ​ຮ່າງ​ເຢືອງ-​ໂກນ​ດ້າວ. ສ່ວນ​ຢູ່​ແຂວງ​ຕວຽນກວາງ ກໍ່ຈັດການ​ໃຕ້​ທຽນ​ສະ​ແດງຄວາມ​ຮູ້​ບຸນຄຸນຕໍ່​ບັນດາ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່ສຸສານຂອງ​ແຂວງ. ກ່ອນ​ໜ້ານັ້ນ, ຕອນ​ຄ່ຳ​ວັນ​ທີ 25/7, ຢູ່​ນະຄອນ​ຫາຍ​ຟອ່ງ ​ໄດ້​ຈັດ​ລາຍການ​ສະ​ແດງ​ສິລະ​ປະ​ດ້ວຍ​ຫົວ​ເລື່ອງ ”ມຸ້ງ​ໄປ​ສູ່​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ບ້ານ​ເກີດ​ເມືອງ​ນອນ”. ​​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ 66 ປີ​ແຫ່ງວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ແຂວງ​ທາຍ​ບິງ ​ໄດ້​ປະຕິບັດ​ສຳ​ເລັດການ​ບູລະນະ, ຍົກ​ລະດັບ, ກໍ່ສ້າງ​ໃໝ່​ເຮືອນ​ເກືອບ 2700 ຫລັງ ​ໃຫ້​ແກ່ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ຕໍ່​ການ​ປະຕິວັດ. ທ່ານ​ບຸ່ຍ​ກົງ​ຍ້ານ, ຮອງຜູ້ອຳນວຍ ການ​ພະ​ແນ​ກ​ແຮງ​ງານ-​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແຂວງ​ທາຍ​ບິງ ​ໃຫ້​ຮູ້​ວ່າ:

   ”​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ຈະ​ສຸມ​ໃສ່​ແກ້​ໄຂ​ບັນດາ​ສິ່ງ​ທີ່​ຍັງຄົງ​ຂ້າງ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ໃໝ່​ຂອງ​ລັດຖະບັນຍັດ​ຢ່າງ​ໄວວາ​ເພື່ອ​ໃຫ້ຜູ້​ມີ​ຄຸນງາມ ຄວາມດີ​ຕໍ່​ການ​ປະຕິວັດໄດ້​ຊົມ​ໃຊ້​ນະ​ໂຍບາຍ​ຂອງ​ລັດ​ຢ່າງ​ທັນ​ການ”.

  ​ໃນ​ໂອກາດ​ນີ້, ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ແຂວງ​ແທງ​ຮວາ ​ໄດ້​ຈັດ​ໃຫ້​ຫຼາຍຄະນະ​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​​ແກ່ບັນດາ​ຄອບຄົວນະ​ໂຍບາຍ, ຄອບຄົວ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໃນ​ບໍລິ​ເວນ​ແຂວງ. ທ່ານ​ເຢືອງວັນ​ເຮ້ວ ຮອງຜູ້ ອຳນວຍການ​ພະ​ແນ​ກ​ແຮງ​ງານ-​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແຂວງ​ແທງ​ຮວາ ຢືນຢັນ​ວ່າ:

   ”​ແທງ​ຮວາ ​ມີຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ຫຼາຍ​ຄົນ. ປີ​ນີ້​ພວກ​ຂ້າພະ​ເຈົ້າ​ໄດ້​ມອບ​ຂອງຂວັນ​ກ່ວາ 100.000 ພູດ​ໃຫ້​ແກ່​ເຂົາ​ເຈົ້າ ລວມມູນ​ຄ່າ​ປະມານ 20 ຕື້​ດົ່ງ. ທາງ​ແຂວງ​ໄດ້​ສຸມ​ໃສ່​ການ​ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ, ​ເບິ່ງ​ແຍງ​ດູ​ແລ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ​ແມ່ຫວຽດນາມ ວິລະ​ຊົນ. ນອກຈາກ​ນັ້ນ ທາງ​ແຂວງ​ຍັງສົມທົບ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ລູກ​ຂອງ​ທະຫານ​​ເສຍ​ອົງຄະໜັກ​ທີ່ພວມ​ຢູ່​ໃນ​ສູນ​ປິ່ນປົວ​ພະຍາດ”.