ການປະຊຸມຂ່າວຍ້ອງຍໍສັນລະເສີນຊາວຫນຸ່ມຕຳຫລວດດີເດັ່ນປີ 2012

Chia sẻ
ຕອນ​ເຊົ້າ​ວັນ​ທີ 13/8, ກະຊວງ​ຕຳຫລວດ ​ແລະ ສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມີນ ​ໄດ້​ຈັດການ​ປະຊຸມ​ກ່ຽວ​ກັບ​ພິທີ​ຍ້ອງຍໍ​ສັນລະ​ເສີນ​ຊາວ​ຫນຸ່ມ​ຕຳຫລວດ​ດີ​ເດັ່ນ​ປະຕິບັດ​ຕາມຄຳ​ສັ່ງສອນ​ຂອງ​ລຸງ​​ໂຮ່
ການປະຊຸມຂ່າວຍ້ອງຍໍສັນລະເສີນຊາວຫນຸ່ມຕຳຫລວດດີເດັ່ນປີ 2012 - ảnh 1
ພາບປະກອບ:internet

(vovworld) -  ຕອນ​ເຊົ້າ​ວັນ​ທີ 13/8, ກະຊວງ​ຕຳຫລວດ ​ແລະ ສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມີນ ​ໄດ້​ຈັດການ​ປະຊຸມ​ກ່ຽວ​ກັບ​ພິທີ​ຍ້ອງຍໍ​ສັນລະ​ເສີນ​ຊາວ​ຫນຸ່ມ​ຕຳຫລວດ​ດີ​ເດັ່ນ​ປະຕິບັດ​ຕາມຄຳ​ສັ່ງສອນ​ຂອງ​ລຸງ​​ໂຮ່ ​ໄດ​້ດຳ​ເນີນ​ໄປ​ໃນ​ວັນ​ທີ 17 ​ແລະ 18/8 ຢູ່ ຮ່າ​ໂນ້ຍ ​ແລະ ​ແຂວງ Phu Tho. ພິທີ​ຍ້ອງຍໍ​ສັນລະ​ເສີນ ​ແມ່ນ​ໂອກາດ​ເພື່ອ​ພົບ​ປະແລກປ່ຽນບົດຮຽນ, ສ້າງ​ກຳລັງ​ຫນູ​ນຊຸກຍູ້​ບັນດາ​ຂະ​ບວນການ​ແຂ່ງຂັນ ​ແລະ ​ເສີມ​ຂະຫຍາຍ​ນ້ຳ​ໃຈ, ຄວາມ​ຮັບຜິດຊອບ​ຂອງ​ໄວ​ຫນຸ່ມ, ປະກອບສ່ວນ​ໃນ​ການ​ກໍ່ສ້າງ​ກຳລັງ​ຕຳຫລວດ​ປະຊາຊົນ​​ເປັນ​ແບບ​ແຜນ, ຊຳນານ​ຮົບ ​ແລະ ທັນ​ສະ​ໄຫມ​ເທື່ອ​ລະ​ກ້າວ.  ມີ​ຊາວ​ຫນຸ່ມ​ດີ​​ເດັ່ນ 20 ຄົນ​ທີ່​ຕາງຫນ້າ​ໃຫ້​ຊາວ​ຫນຸ່ມ​ກຳລັງ​ຕຳຫລວດ​ປະຊາຊົນ​​ນັບ​ແສນ​ຄົນ​ຈະ​ໄດ້​ຮັບ​ການ​ເຊີດ​ຊູ ​ແລະ ຮັບ​ນາມມະຍົດ ຊາວ​ຫນຸ່ມ​ຕຳຫລວດ​ດີ​ເດັ່ນ ປີ 2012. ພົນ​ຈັດ​ຕະວາ Nguyen Xuan Muoi ຮອງ​ຫົວຫນ້າ​ກົມ​ໃຫຍ່​ກໍ່ສ້າງ​ກຳລັງ​ຕຳຫລວດ​ປະຊາຊົນ​ໃຫ້​ຮູ້​ວ່າ:

        “ນອກຈາກ​ການ​ມອບ​ລາງວັນ​ຊາວ​ຫນຸ່ມ​ຕຳຫລວດ​ດີ​​ເດັ່ນ​ຂັ້ນ​ກະຊວງ, ຕຳຫລວດຂັ້ນ​ແຂວງ, ທ້ອງ​ຖິ່ນ​ກໍ​ຕົກລົງ​ມອບ​ລາງວັນ​ຢູ່​ຂົງ​ເຂດ, ຂະ​ແຫນງ​ຂອງ​ຕົນ. ຜ່ານ​ນັ້ນ ສາມ​າດ​ເຫັນ​ໄດ້​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄຸນ​ປະ​ໂຫຍ​ດ​ເປັນ​ການ​ລະດົມ​ກຳລັງ​ໃຈ​ອັນ​ໃຫຍ່​ຫລວງ, ກວ້າງຂວາງ ບໍ່​ພຽງ​ແຕ່​ສະ​ເພາະ​ແມ່ນ​ການ​ມອບ​ລາງວັນ​ປະຈຳ​ປີ​ເທົ່າ​ນັ້ນ ຫາກ​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ໄວ​ຫນຸ່ມ​ສູ້​ຊົນ, ອຸທິດ​ສ່ວນ ​ແລະ ຜ່ານ​ນັ້ນ ​ໂຄສະນາ​ການ​ສຶກສາ​​ເພື່ອ​ໃຫ້​ແຕ່ລະ​ປີ​ມີ​ຫລາຍແບບຢ່າງ​ຊາວ​ຫນຸ່ມ​ດີ​ເດັ່ນ​ໃນ​ຕຳຫລວດ​ປະຊາຊົນ.”