ການນຳພັກ, ລັດ ຫວຽດນາມເຂົ້າຄຳນັບສຸສານປະທານໂຮ່ຈິມິນ

Chia sẻ
ຄະນະ​ຜູ້​ແທນ​ພັກ, ລັດ, ກອງທັບ, ລັດຖະບານ, ຄະ​ນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໄປ​ວາງ​ພວງມາລາ ​ແລະ ຈັດ​ຕັ້ງ​ພິທີ​ອາ​ໄລ​ຫາລະດັບ​ຊາດ ຢູ່​ສຸສານ​ປະທານ​ໂຮ່​ຈິ​ມິນ ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ.
ການນຳພັກ, ລັດ ຫວຽດນາມເຂົ້າຄຳນັບສຸສານປະທານໂຮ່ຈິມິນ - ảnh 1
ຄະນະ​ຜູ້​ແທນ​ພັກ, ລັດ, ກອງທັບ, ລັດຖະບານ
ເຂົ້າ​ຄຳນັບ​ສຸສານ​ປະທານ​​ໂຮ່​ຈິ​ມິນ
( ພາບ: TTXVN )

(vovworld) -     ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນຊາດ​ຫວຽດນາມ (2/9/1945 – 2/9/2012), ຕອນ​ເຊົ້າ​ວັນ​ທີ 1/9, ຄະນະ​ຜູ້​ແທນ​ພັກ, ລັດ, ກອງທັບ, ລັດຖະບານ, ຄະ​ນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໄປ​ວາງ​ພວງມາລາ ​ແລະ ຈັດ​ຕັ້ງ​ພິທີ​ອາ​ໄລ​ຫາລະດັບ​ຊາດ ຢູ່​ສຸສານ​ປະທານ​ໂຮ​່ຈິ​ມິນ ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ພິທີ​ອາ​ໄລ​ຫາມີ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ທ່ານ​ອະ​ດິດ​ເລຂາທິການ​ໃຫຍ່ Le Kha phieu, ທ່ານ Nong Duc Manh, ທ່ານ​ປະທານ​ປະ​ເທດ Truong Tan Sang, ອະ​ດິດປະທານ​ປະ​ເທດ Tran Duc Luong, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ Nguyen Sinh Hung, ອະ​ດິດປະທານ​ສະພາ​ແຫ່ງ​ຊາດ Nguyen Van An ພ້ອມ​ກັບ​ບັນດາ​​ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ, ຮອງ​ນາຍົກລັດຖະມົນຕີ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ນັກ​ປະຕິວັດ​ອະ​ວຸ​ໂສ. ບັນດາ​ຜູ້​ແທນ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຜູ້​ນຳ​ທີ່​ແສນ​ເຄົາລົບ​ຮັກ, ນັກ​ວິລະ​ຊົນ​ປົດ​ປ່ອຍ​ຊາດ, ​ເປັນ​ອາຈານ​ທີ່​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ​ຫວຽດນາມ, ​ເພີ່​ນ​ໄດ້​ອຸທິດ​ສ່ວນ​ຕະຫຼອດຊີວິດ​ຂອງ​ຕົນ​ເພື່ອ​​ເອກະລາດ, ​ເ​ສລີ​ພາບ​ຂອງ​ປະ​ເທດ​ຊາດ ​ແລ​ະ ຄວາມຜາສຸກ​ຂອງ​ປະຊາຊົນ. ພາຍຫຼັງ​ພິທີ່​ອາ​ໄລ​ຫາ, ບັນດາ​ຜູ້​ແທນ​ໄດ້​ຖະຫວາຍ​ດອກ​ໄມ້, ​ທູບ​ທຽນບຊາຢູ່​ອານຸສາ​ວະລີ​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

​ແລະ​ກໍ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ຄະນະ​ພັກ​ການ​ທະ​ຫານສູນ​ກາງ, ຄະນະ​ພັກຕຳຫຼວດ​ສູນ​ກາງ - ກະຊວງ​ຕຳຫຼວດ; ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ທູຕານຸທູດ, ຄະນະ​ຜູ້​ແທນ​ຄະນະພັກ​ນະຄອນ, ສະພາ​ປະຊາຊົນນະຄອນ​ຮ່າ​ໂນ້ຍ ​ໄດ້​ເຂົ້າ​ຢ້ຽມ​ສຸສານ​ປະທານ ​ໂຮ່ຈິ​ມິນ ​ແລະ ຖະຫວາຍ​ທູບ​ທຽນອາ​ໄລ​ຫານັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.