ການນຳ ຫວຽດນາມ ສົ່ງໂທລະເລກອວຍພອນປະທານາທິບໍດີ ສາທາລະນະລັກ ປະຊາຊົນ ບັງກະລາເທດ

Chia sẻ
(VOVWORLD) - ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 50 ປີ (26/3/1971 – 26/3/2021)
ການນຳ ຫວຽດນາມ ສົ່ງໂທລະເລກອວຍພອນປະທານາທິບໍດີ ສາທາລະນະລັກ ປະຊາຊົນ ບັງກະລາເທດ - ảnh 1ພາບປະກອບ/ baotintuc.vn
  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 50 ປີ (26/3/1971 – 26/3/2021), ວັນທີ 26 ມີນາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງໂທລະເລກອວຍພອນມາຍັງທ່ານປະທານາທິບໍດີ ສາທາລະນະລັດ ປະຊາຊົນ ບັງກະລາເທດ Md. Abdul Hamid. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກໍ່ສົ່ງໂທລະເລກອວຍພອນມາຍັງທ່ານນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina. ແລະ ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ໄດ້ສົ່ງໂທລະເລກອວຍພອນມາຍັງທ່ານລັດຖະມົນຕີກະຊວງການຕ່າງປະເທດ ບັງກະລາເທດ A.K Abdul Momen ເຊັ່ນດຽວກັນ.

ຕອບກັບ