ກະຊວງປ້ອງກັນປະເທດ ລາວ ຈັດການໂອ້ລົມຫົວເລື່ອງສະເພາະກ່ຽວກັບໄຊຊະນະ ດ້ຽນບຽນຝູ

Chia sẻ
(VOVWORLD) - ທ່ານ ຫງວຽນບາຮຸ່ງ ກໍ່ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງໄຊຊະນະ ດ້ຽນບຽນຝູ ທີ່ມີຕໍ່ການປະຕິວັດຂອງ ລາວ ແລະ ສາຍພົວພັນ ລາວ - ຫວຽດນາມ.
ກະຊວງປ້ອງກັນປະເທດ ລາວ ຈັດການໂອ້ລົມຫົວເລື່ອງສະເພາະກ່ຽວກັບໄຊຊະນະ ດ້ຽນບຽນຝູ - ảnh 1(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ)

        ວັນທີ 09 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນປະເທດ ລາວ ໄດ້ຈັດການໂອ້ລົມຫົວເລື່ອງສະເພາະ: “ຄວາມໝາຍສຳຄັນຂອງໄຊຊະນະ ດ້ຽນບຽນຝູ (1954) ຕໍ່ກັບນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບພິເສດ ຫວຽດນາມ - ລາວ”.

        ທີ່ການໂອ້ລົມ, ມີພະນັກງານ, ນັກຮົບ, ນັກຮົບເກົ່າ ລາວ ເກືອບ 400 ຄົນໄດ້ຮັບຟັງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ແຈ້ງຂໍ້ມູນໂດຍຫຍໍ້ກ່ຽວກັບການບຸກໂຈມຕີຈຳນວນໜຶ່ງຂອງສຳພັນທະມິດ ຫວຽດນາມ - ລາວ ໃນບັ້ນຮົບ ດ້ຽນບຽນຝູ, ພ້ອມທັງຍົກອອກຂອບຂະໜາດ, ຄຸນຄ່າປະຫວັດສາດທີ່ໃຫຍ່ຫຼວງຂອງໄຊຊະນະ ດ້ຽນບຽນຝູ ໃນການຍາດເອົາເອກະລາດໃຫ້ແກ່ຊົນຊາດ ຫວຽດນາມ.

        ທ່ານ ຫງວຽນບາຮຸ່ງ ກໍ່ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງໄຊຊະນະ ດ້ຽນບຽນຝູ ທີ່ມີຕໍ່ການປະຕິວັດຂອງ ລາວ ແລະ ສາຍພົວພັນ ລາວ - ຫວຽດນາມ. ທ່ານຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ແມ່ນສິ່ງພິສູດໃຫ້ເຫັນຄຸນຄ່າອັນໃຫຍ່ຫຼວງຂອງສາຍພົວພັນ ແລະ ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ.

ຕອບກັບ