ກະຊວງຕຳຫລວດເພີ່ມທະວີວຽກງານຮັບປະກັນຄວາມປອດໄພຂໍ້ມູນຂ່າວຂອງກະຊວງການຕ່າງປະເທດ

Chia sẻ

(vovworld) –​​​ ​ໃນ​ສະພາວະ​ພາກ​ພື້ນ ​ແລະ ສາກົນ​ພວມ​ປ່ຽນ​ແປງ​ວ່ອງ​ໄວ, ປະ​ເທດ​ພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ຂະ​ແໜງ​ການ​ຕ່າງປະ​ເທດ ​ແລະ ຕຳຫລວດ​ກໍ​ຄື​ບັນດາ​ກະຊວງ, ຂະ​ແໜງ​ການ​ນັບ​ມື້​ນັບ​ຕ້ອງການ “ສົມທົບ​ກັນ​ສູ້​ຮົບ

ກະຊວງຕຳຫລວດເພີ່ມທະວີວຽກງານຮັບປະກັນຄວາມປອດໄພຂໍ້ມູນຂ່າວຂອງກະຊວງການຕ່າງປະເທດ - ảnh 1
ພິທີ​​ເຊັນກົດລະບຽບ​ສົມທົບ​ລະຫວ່າງ 2 ກະຊວງ​
(ພາບ: viethung)

(vovworld) –​​​ ​ ວັນ​ທີ 7/9, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະ​ຊວງ​ຕຳຫລວດ ​ເຈີ່ນ​ດ້າຍ​ກວາງ ​ເຂົ້າ​ຮ່ວມ​ພິທີ​​ເຊັນກົດລະບຽບ​ສົມທົບກັນ​ລະຫວ່າງ 2 ກະຊວງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ວຽກງານຮັບປະກັນ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ: ​ໃນ​ສະພາວະ​ພາກ​ພື້ນ ​ແລະ ສາກົນ​ພວມ​ມີການປ່ຽນ​ແປງຢ່າງວ່ອງ​ໄວ, ປະ​ເທດ​ພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ຂະ​ແໜງ​ການ​ຕ່າງປະ​ເທດ ​ແລະ ຕຳຫລວດ​ກໍ​ຄື​ບັນດາ​ກະຊວງ, ຂະ​ແໜງ​ການຕ່າງໆຍິ່ງ​ຕ້ອງການ “ສົມທົບ​ກັນ​ສູ້​ຮົບ”, ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ສະແຫວງຫາການ​ຂຸດ​ຄົ້ນ​ທຸກ​ເງື່ອນ​ໄຂ​ສາກົນ​ສ້າງຄວາມ​ສະດວກ​ໃຫ້ແກ່ການ​ພັດທະນາ​ເສດຖະກິດ - ສັງຄົມ. ການ​ເຊັນ​ກົດ​ລະບຽບ​ສົມທົບກັນລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງ​ຕຳຫລວດ​ຄັ້ງ​ນີ້ ​ແມ່ນ​ບາດກ້າວ​ຫັນ​ເປັນລະອຽດການ​ຮ່ວມ​ມື​ລະຫວ່າງ 2 ກະຊວງຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ​.