ກອງປະຊຸມສຳມະນາ“ສະເຫນີບັນດາຂໍ້ກຳນົດກ່ຽວກັບຫລັກອະນາໄມຄວາມປອດໄພການອອກແຮງງານໃນກະສິກຳ.”

Chia sẻ
(vovworld)- ກອງ​ປະຊຸມ​ສຳ​ມະ​ນາ“ສະ​ເຫ​ນີບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຫລັກ​ອະນາ​ໄມຄວາມ​ປອດ​ໄພ​ການ​ອອກ​ແຮງ​ງານ​ໃນຂົງ​ເຂດ​ກະສິກຳໃນ​ຮ່າງ​ກົດໝາຍ​ຄວາມ​

ກອງປະຊຸມສຳມະນາ“ສະເຫນີບັນດາຂໍ້ກຳນົດກ່ຽວກັບຫລັກອະນາໄມຄວາມປອດໄພການອອກແຮງງານໃນກະສິກຳ.” - ảnh 1
ພາບປະກອບ:internet


(vovworld)- ກອງ​ປະຊຸມ​ສຳ​ມະ​ນາ“ສະ​ເຫ​ນີບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຫລັກ​ອະນາ​ໄມຄວາມ​ປອດ​ໄພ​ການ​ອອກ​ແຮງ​ງານ​ໃນຂົງ​ເຂດ​ກະສິກຳໃນ​ຮ່າງ​ກົດໝາຍ​ຄວາມ​ປອດ​ໄພຫລັກ​ອະນາ​ໄມ​ການ​ອອກ​ແຮງ​ງານ ​ແມ່ນ​ນອນ​ໃນ​ຂອບ​ເຂດ“ສັບປະດາ​ການ​ປ້ອງ​ກັນ ​ແລະ ຕ້ານ​ອັກ​ຄິ​ໄພ​ແຫ່ງ​ຊາດ” ​ໂດຍ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ ຫວຽດນາມ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/3 ຢູ່ ນະຄອນ ​ເຫ້ວ. ບົດ​ລາຍ​ງານ ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໃຫ້​ເຫັນ​ວ່າ: ປະຈຸ​ບັນ ທົ່ວ​ປະ​ເທດ​ມີ 70% ຈຳນວນ​ພົນ​ລະ​ເມືອງ ​ເຮັດ​ອາຊີບ​ກະສິກຳ, 57% ຈຳນວນ​ແຮງ​ງາ​ນສັງຄົມ​ເຮັດ​ວຽກ​ໃນ​ຂົງ​ເຂດ​ກະສິກຳ, ປ່າ​ໄມ້, ຫາ​ປາ. ປະຈຸ​ບັນ ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ​ເປັນ​ເຈົ້າ​ການ​ໃນ​ກາ​ນສ້າງ​ຮ່າງ​ກົດໝາຍ​ຄວາມ​ປອດ​ໄພ​ຫລັກ​ອະນາ​ໄມ​ໃນ​ການ​ອອກ​ແຮງ​ງານ ​ແລະ ພວມ​ຮັບ​ເອົາ​ຄວາມ​ເຫັນ​ຢ່າງ​ກວ້າງຂວາງ​ຈາກ​ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ, ວິ​ສາ​ຫະກິດ ​ແລະ ປະຊາຊົນ. ທີ່​ກອງ​ປະຊຸ​ມສຳ​ມະ​ນາ, ບັນດາ​ຜູ້​ແທນ ​ໄດ້​ສຸມ​ໃສ່​ໄຈ້​ແ​ຍກບາງ​ເນື້ອ​ໃນ​ໃຫມ່ ​ໃນ​ຮ່າງ​ກົດໝາຍ​ສະບັບນີ້​ຄື: ກອງ​ທຶນ​ຊົດ​ເຊີຍ​ອຸປະຕິ​ເຫດ​ໃນ​ການ​ອອກ​ແຮງ​ງານ, ພະຍາດ​ຈາກ​ອາຊີບ, ລາຍ​ຈ່າຍ​ສາທາລະນະ​ສຸກ, ​ເງິນ​ເດືອນ​ໃຫ້​ແກ່​ຜູ້​ຖືກ​ອຸປະຕິ​ເຫດ.