ກອງປະຊຸມສະຫຼຸບ ບັນດາເຈົ້າໜ້າທີ່ອາວຸໂສ APEC ກະກຽມໃຫ້ແກ່ສັບປະດາຂັ້ນສູງ APEC 2018

Chia sẻ
(VOVWORLD) -ໃນລະຫວ່າງວັນທີ 12 – 13 ພະຈິກ, ຢູ່ຫໍປະຊຸມສາກົນຂອງນະຄອນຫຼວງ Port Moresby, ປະເທດ ປາປົວນິວກີເນ, ໄດ້ດໍາເນີນກອງປະຊຸມສະຫຼຸບ ບັນດາເຈົ້າໜ້າທີ່ອາວຸໂສຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC).
ກອງປະຊຸມສະຫຼຸບ ບັນດາເຈົ້າໜ້າທີ່ອາວຸໂສ APEC  ກະກຽມໃຫ້ແກ່ສັບປະດາຂັ້ນສູງ APEC 2018 - ảnh 1ກອງປະຊຸມສະຫຼຸບ ບັນດາເຈົ້າໜ້າທີ່ອາວຸໂສຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (ພາບ: vov.vn)

ນີ້ແມ່ນກອງປະຊຸມເປີດສາກໃຫ້ແກ່ບັນດາເຫດການສໍາຄັນຂອງສັບປະດາຂັ້ນສູງ APEC ຄັ້ງທີ 26 ເຊິ່ງຖືກດໍາເນີນໃນລະຫວ່າງວັນທີ 12 - 18 ພະຈິກ.

        ກອງປະຊຸມໄດ້ສຸມໃສ່ຕີລາຄາການຜັນຂະຫຍາຍບັນດາໝາກຜົນຂອງປີ APEC 2017; ປຶກສາຫາລືບັນດາບຸລິມະສິດຂອງການຮ່ວມມື APEC ປີ 2018 ບົນເນື້ອໃນຈິດໃຈຂອງຫົວຂໍ້ທີ່ວ່າ “ຊົມໃຊ້ກາລະໂອກາດກວມລວມ, ເສີມຂະຫຍາຍອະນາຄົດໃນຍຸກດີຈີຕອນ” ເພື່ອແນໃສ່ສືບຕໍ່ເພີ່ມທະວີການຮ່ວມສໍາພັນເສດຖະກິດໃນພາກພື້ນ, ເຊື່ອມຕໍ່ຮອບດ້ານ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຊຸກຍູ້ເສດຖະກິດອິນເຕີເນັດ ແລະ ເສດຖະກິດດີຈີຕອນ, ຫັນປ່ຽນຮູບແບບການເຕີບໂຕ, ການປະຕິຮູບໂຄງປະກອບ...

        ທີ່ກອງປະຊຸມ, ຄະນະຫວຽດນາມ ລວມມີ ຕາງໜ້າກະຊວງການຕ່າງປະເທດ ແລະ ກະຊວງອຸດສາຫະກໍາ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີການປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາເນື້ອໃນປຶກສາຫາລືກໍຄືວິວັດການສ້າງເອກະສານ, ໂດຍສະເພາະແມ່ນຊຸກຍູ້ການຜັນຂະຫຍາຍ ບັນດາໝາກຜົນຂອງປີ APEC 2017 ແລະ ບັນດາບຸລິມະສິດຮ່ວມມືຂອງປີ APEC 2018 ຢ່າງມີປະສິດທິຜົນ.

        ໃນຊຸມວັນຈະມາເຖິງ ຈະດໍາເນີນບັນດາເຫດການສໍາຄັນ, ພົ້ນເດັ່ນແມ່ນກອງປະຊຸມລະຫວ່າງກະຊວງການຕ່າງປະເທດ - ເສດຖະກິດ APEC ຄັ້ງທີ 30, ກອງປະຊຸມສຸດຍອດວິສາຫະກິດ APEC, ກອງປະຊຸມເຈລະຈາລະຫວ່າງບັນດາການນໍາ APEC ກັບສະພາໃຫ້ຄໍາປຶກສາວິສາຫະກິດ APEC (ABAC), ກອງປະຊຸມເຈລະຈາລະຫວ່າງບັນດາການນໍາ APEC ກັບບັນດາການນໍາປະເທດເກາະ ປາຊີຟິກ ແລະ ກອງປະຊຸມສຸດຍອດ APEC ຄັ້ງທີ 26.


ຕອບກັບ