ກອງປະຊຸມຄັ້ງທີ 4 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ UAE

Chia sẻ
(VOVWORLD) -   ກອງປະຊຸມແມ່ນໂອກາດທີ່ດີ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ໄດ້ພົບປະ, ປຶກສາຫາລື, ດຳເນີນການແລກປ່ຽນການຄ້າ, ຊອກຫາບັນດາກາລະໂອກາດຮ່ວມມືກັບບັນດາຄູ່ຮ່ວມມື UAE ໂດຍກົງ.

ວັນທີ 18 ເມສາ ຈະມາເຖິງ, ຢູ່ Abu Dhabi ຂຶ້ນກັບສະຫະລັດ ອາຣັບ ເອມີເລດ (UAE), ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ຈະພ້ອມກັບທ່ານລັດຖະມົນຕີກະຊວງເສດຖະກິດ UAE Sultan bin Saeed Al Mansoori ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - UAE.

        ທີ່ກອງປະຊຸມ, ລັດຖະມົນຕີ 2 ທ່ານຈະກວດກາຄືນສະພາບການຮ່ວມມືຮ່ວມທຳທຸລະກິດ, ການລົງທຶນໃນຂົງເຂດນ້ຳມັນອາຍແກັດ, ພະລັງງານຜະລິດຄືນໃໝ່, ຫຼອມເຫຼັກ, ສ້ອມແປງກ່ຳປັ່ນ; ພ້ອມທັງຕີລາຄາສະພາບການເຈລະຈາ, ລົງນາມໃນບັນດາຂໍ້ຕົກລົງຮ່ວມມືກ່ຽວກັບພາສີ, ທະນາຄານ, ກະສິກຳ, ສົ່ງຜູ້ຮ້າຍຂ້າມຊາດ ແລະ ມອບສົ່ງຜູ້ຖືກລົງໂທດຈຳຄຸກ; ການເຄືີ່ອນໄຫວຂອງສາຍການບິນໂດຍກົງທີ່ມີຢູ່ແລ້ວລະຫວ່າງ 2 ປະເທດ…

        ກອງປະຊຸມແມ່ນໂອກາດທີ່ດີ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ໄດ້ພົບປະ, ປຶກສາຫາລື, ດຳເນີນການແລກປ່ຽນການຄ້າ, ຊອກຫາບັນດາກາລະໂອກາດຮ່ວມມືກັບບັນດາຄູ່ຮ່ວມມື UAE ໂດຍກົງ.

ຕອບກັບ