ກຸ່ມ​ເພື່ອນ​ມິດ​ສົນ​ທິ​ສັນ​ຍາ ສ​ປ​ຊ ປີ 1982 ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລມາ​ນະພະ​ຍາ​ຍາມພ້ອມ​ກັບ​ສາ​ກົນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທາງ​ທະ​ເລ, ມະ​ຫາ​ສະ​ໝຸດ

Chia sẻ
(VOVWORLD) -ພິທີກໍ່ດຳເນີນກົງກັບໂອກາດສະເຫຼີມສະຫຼອງ ວັນຮັບຮອງເອົາ UNCLOS ຄົບຮອບ 40 ປີ. ພິທີກໍ່ດຳເນີນກົງກັບໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກຸ່ມຄົບຮອບ 1 ປີ (30/6/2021 – 30/6/2022).
ກຸ່ມ​ເພື່ອນ​ມິດ​ສົນ​ທິ​ສັນ​ຍາ ສ​ປ​ຊ ປີ 1982 ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລມາ​ນະພະ​ຍາ​ຍາມພ້ອມ​ກັບ​ສາ​ກົນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທາງ​ທະ​ເລ, ມະ​ຫາ​ສະ​ໝຸດ - ảnh 1ພິທີການ (ພາບ: VOV)

        ວັນທີ 14 ມິຖຸນາ, ຢູ່ສຳນັກງານຄະນະປະຕິບັດງານ ຫວຽດນາມ ຢູ່ ສປຊ, ນິວຢອກ, ປະເທດ ອາເມລິກາ, ໄດ້ດຳເນີນງານລ້ຽງຕ້ອນຮັບບັນດາປະເທດສະມາຊິກກຸ່ມເພື່ອນມິດ ສົນທິສັນຍາ ສປຊ ປີ 1982 ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ເນື່ອງໃນໂອກາດສະເຫຼີມສະຫຼອງວັນຮັບຮອງເອົາ UNCLOS ຄົບຮອບ 40 ປີ. ພິທີກໍ່ດຳເນີນກົງກັບໂອກາດສະເຫຼີມສະຫຼອງ ວັນຮັບຮອງເອົາ UNCLOS ຄົບຮອບ 40 ປີ. ພິທີກໍ່ດຳເນີນກົງກັບໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກຸ່ມຄົບຮອບ 1 ປີ (30/6/2021 – 30/6/2022).

        ກ່າວຄຳເຫັນສະເຫຼີມສະຫຼອງ ໂດຍຕາງໜ້າໃຫ້ 12 ປະເທດກໍ່ຕັ້ງກຸ່ມ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ  ໄດ້ສະແດງຄວາມຂອບໃຈປະເທດສະມາຊິກ ເຊິ່ງຍາມໃດກໍ່ສະໜັບສະໜູນ ແລະ ເຂົ້າຮ່ວມຢາງຕັ້ງໜ້າໃນການເຄື່ອນໄຫວລວມ, ທ່ານຢັ້ງຢືນວ່າ ການເຂົ້າຮ່ວມນັ້ນ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາລວມຂອງ ບັນດາປະເທດ ຕໍ່ເປົ້າໝາຍສ້າງຕັ້ງຂອງກຸ່ມ ນັ້ນແມ່ນ ຍົກສູງ UNCLOS 1982. ທ່ານດັ່ງຮ່ວາງຢາງ ເນັ້ນໜັກວ່າ ໃນສະພາບທີ່ປະຊາຄົມສາກົນ ກຳລັງຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍລວມກ່ຽວກັບທະເລ, ມະຫາສະມຸດ, ກຸ່ມເພື່ອນມິດ UNCLOS ຈະສືບຕໍ່ພັດທະນາ, ປະກອບສ່ວນເຂົ້າໃຈຄວາມມານະພະຍາຍາມລວມຂອງສາກົນ ໃຫ້ຫຼາຍກ່ວາອີກ ແນໃສ່ຮັບມືກັບສິ່ງທ້າທາຍດັ່ງກ່າວ.

        ເຂົ້າຮ່ວມເຫດການ, ທ່ານນາງ Vanessa Frazier ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າ ມານຕາ ປະຈຳ ສປຊ, ປະທານກອງປະຊຸມ UNCLOS ຄັ້ງທີ 32, ຢັ້ງຢືນ ວ່າ UNCLOS ແມ່ນເອກະສານ ຮອບດ້ານ, ດັບປັບ ທັງໝົດການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ. ທ່ານນາງ ເຊື້ອໝັ້ນວ່າກຸ່ມເພື່ອນມິດ UNCLOS ຈະ ສ້າງເວທີປາໄສໃຫ້ເປີດອົກເປີດໃຈ, ເປັນມິດເພື່ອໃຫ້ບັນດາປະເທດພ້ອມກັນແລກປ່ຽນບັນຫາກ່ຽວກັບທະເລ ແລະ ມະຫາສະໝຸດ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການປະຕິບັດ UNCLOS ຢ່າງຄົບຖວ້ນ.

ຕອບກັບ