ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມ ມອບເງິນເຂົ້າງົບປະມານລື່ນກາຍແຜນການເກືອບ 47.000 ຕື້ດົງ

Chia sẻ
(vovworld) - ນີ້​ແມ່ນຂໍ້​ມູນ​ເຊິ່ງກຸ່ມ​ບໍລິສັດ​ນ້ຳມັນ​ອ້າຍ​ແກັດ​ແຫ່ງ​ຊາດ​ (PVN) ຍົກ​ອອກ​ມາ ທີ່​ການ​ປະຊຸມ​ຂ່າວ​ປະກາດ​ໝາກຜົນ​​ແຫ່ງການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ປີ 2013 ​ແລະ ​ແຜນການປີ 2014.
ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມ ມອບເງິນເຂົ້າງົບປະມານລື່ນກາຍແຜນການເກືອບ 47.000 ຕື້ດົງ - ảnh 1
ການ​ປະຊຸມ​ຂ່າວ​ປະກາດ​ໝາກຜົນ​​ແຫ່ງການ​ຜະລິດ,
ດຳ​ເນີນ​ທຸລະ​ກິດ​ປີ 2013 ​ແລະ ​ແຜນການປີ 2014
(ພາບ: ndh.vn)


(vovworld) - ກຸ່ມບໍລິສັດແຫ່ງຊາດຫວຽດນາມ ມອບ​ເງິນ​ເຂົ້າງົບປະມານ​ລື່ນ​ກາຍ​ແຜນການ​ເກືອບ 47.000 ຕື້​ດົງ, ນີ້​ແມ່ນຂໍ້​ມູນ​ເຊິ່ງກຸ່ມ​ບໍລິສັດ​ນ້ຳມັນ​ອ້າຍ​ແກັດ​ແຫ່ງ​ຊາດ​ (PVN) ຍົກ​ອອກ​ມາ ທີ່​ການ​ປະຊຸມ​ຂ່າວ​ປະກາດ​ໝາກຜົນ​​ແຫ່ງການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ປີ 2013 ​ແລະ ​ແຜນການປີ 2014. ຕາມ​ນັ້ນ​ແລ້ວ, ​ໃນ​ປີຜ່ານມາ, PVN ບັນລຸ​ ​ແລະ ລື່ນ​ກາຍ​ບັນດາ​ຄາດໝາຍທີ່​ໄດ້​ວາງ​ອອກ. ​ໂດຍລະອຽດ​ແມ່ນ, ຍອດ​ລາຍ​ຮັບງົບປະມານຂອງ PVN ບັນລຸ​ກວ່າ 760.000 ຕື້​ດົງ (ລື່ນ​ກາຍແຜນການທີ່​ໄດ້​ວາງ​ອອກ 18%​); ມອບ​ເຂົ້າ​ງົບປະມານ​ກວ່າ 195.000 ຕື້​ດົງ (ລື່ນ​ກາຍ ແຜນການ​ປີ 31,5%, ​ເທົ່າ​ກັບ​ເກືອບ 47.000 ຕື້​ດົງ). ຍອດ​ປະລິ​ມານ​ຂຸດ​ຄົ້ນ​ນ້ຳມັນ​ຂອງ​ກຸ່ມ​ບໍລິສັດ​ບັນລຸ 26,46 ລ້ານ​ໂຕນ (​ເທົ່າ​ກັບ 105% ​ແຜນການ​ຂອງ​ປີ). ພ້ອມ​ກັນ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ຂຶ້ນ​ກັບ​ກຸ່ມ​ບໍລິສັດໄດ້​ຜະລິດ ​ແລະ ສະໜອງ​ໃຫ້​ຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​ກວ່າ 16 ຕື້ kWh; ຜະລິດ​ຝຸ່ນ​ອາ​ຊົດ​ໄດ້ 1,6 ລ້ານ​ໂຕນ, ລື່ນ​ກາຍ​ແຜນການ​ທີ່​ໄດ້​ວາງ​ອອກ.