ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

Chia sẻ
(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...
ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ - ảnh 1ທ່ານນາງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຈືອງທິມາຍ ທີ່ການພົບປະ
(ພາບ:Trọng Đức/TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ຕອນເຊົ້າວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ການນຳພັກ, ລັດໄດ້ພົບປະກັບຜູ້ຕາງໜ້ານັກຮົບເກົ່າ, ອະດີດຊາວໜຸ່ມຕະລຸມບອນຈຳນວນ 300 ຄົນໄດ້ເຂົ້າຮ່ວມບັ້ນຮົບດ້ຽນບຽນຝູ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈ ແລະ ນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານນາງ ເຈືອງທິມາຍ ເນັ້ນໜັກພາລະກິດແຫ່ງການສ້າງສາປະເທດຊາດໃນທຸກວັນນີ້, ມີການປະກອບສ່ວນຂອງບັນດານັກຮົບເກົ່າ ໃນເມື່ອກ່ອນ:

        “ຜ່ານໄລຍະກ່ວາ 40 ປີແຫ່ງການປ່ຽນແປງໃໝ່ປະເທດຊາດ, ພາຍໃຕ້ການນຳພາຂອງພັກ, ຫວຽດນາມ ບັນລຸໄດ້ຫຼາຍຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດກ່ຽວກັບເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການກໍ່ສ້າງພັກ ແລະ ລະບົບການເມືອງ. ໃນບັນດາຜົນງານລວມນັ້ນ, ສະມາຄົມນັກຮົບເກົ່າ, ອະດີດຊາວໜຸ່ມປະຈັນບານທຸກຂັ້ນຍາມໃດກໍ່ມານະພະຍາຍາມເປັນແບບຢ່າງທີ່ດີ, ຕັ້ງໜ້າເຂົ້າຮ່ວມ, ບັນດາຂະບວນການນັກຮົບເກົ່າແບບຢ່າງ, ອະດີດຊາວໜຸ່ມປະຈັນບານ ເປັນແບບຢ່າງ, ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນປະທານ ໂຮ່ຈີມິນ. ຂ້າພະເຈົ້າເຊື່ອໝັ້ນຢ່າງເລິກເຊິ່ງວ່າ: ກຳລັງນັກຮົບເກົ່າ, ອະດີດຊາວໜຸ່ມປະຈັນບານຈະສືບຕໍ່ປະກອບສ່ວນເໝາະສົມໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ”.

 

ຕອບກັບ