NATO ຕົກ​ລົງ​ເຫັນ​ດີ ສະ​ໜອງ​ລະ​ບົບປ້ອງ​ກັນ​ອາ​ກາດ​ໃຫ້ ຢູ​ແກຼນ ຕື່ມ​ອີກ

Chia sẻ
(VOVWORLD) -  NATO ໄດ້ເບິ່ງຄືນຄວາມອາດສາມາດທີ່ພວມມີ, ໃນນັ້ນມີບັນດາລະບົບທີ່ອາດສາມາດສະໜອງໃຫ້ແກ່ ຢູແກຼນ ໄດ້.
NATO  ຕົກ​ລົງ​ເຫັນ​ດີ ສະ​ໜອງ​ລະ​ບົບປ້ອງ​ກັນ​ອາ​ກາດ​ໃຫ້ ຢູ​ແກຼນ ຕື່ມ​ອີກ - ảnh 1ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ NATO ແລະ ຢູແກຼນ (ພາບ: NATO) 

ວັນທີ 19 ເມສາ, ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO) Jens Stoltenberg ໄດ້ປະກາດຂໍ້ຕົກລົງສະໜອງລະບົບປ້ອງກັນອາກາດໃຫ້ແກ່ ຢູແກຼນ ຕື່ມອີກ ແຕ່ບໍ່ໄດ້ເຜີຍວັນເວລາລະອຽດ.

        ກ່າວຄຳເຫັນພາຍຫຼັງກອງປະຊຸມທາງໄກລະຫວ່າງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ NATO ແລະ ຢູແກຼນ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ໃຫ້ຮູ້ວ່າ NATO ໄດ້ເບິ່ງຄືນຄວາມອາດສາມາດທີ່ພວມມີ, ໃນນັ້ນມີບັນດາລະບົບທີ່ອາດສາມາດສະໜອງໃຫ້ແກ່ ຢູແກຼນ ໄດ້.

ແອັງຕວັນ - ນັກຂ່າວ VOV ປະຈຳ ປາຣີ

ຕອບກັບ