IMF: ເສດ​ຖະ​ກິດ ຫວຽດ​ນາມ ຈະ​ສືບ​ຕໍ່ບັນ​ລຸ​ການ​ເຕີບ​ໂຕ​ໃນ​ປີ​ນີ້ ແລະ ຊຸມ​ປີ​ຕໍ່​ໄປ

Chia sẻ
(VOVWORLD) - ຄະນະປະຕິບັດງານຂອງ IMF ເຊື່ອໝັ້ນວ່າ ດ້ວຍນະໂຍບາຍບໍລິຫານເສດຖະກິດທີ່ມີໄຫວພິບ ແລະ ບັນລຸປະສິດທິຜົນຂອງ ຫວຽດນາມ.
IMF: ເສດ​ຖະ​ກິດ ຫວຽດ​ນາມ ຈະ​ສືບ​ຕໍ່ບັນ​ລຸ​ການ​ເຕີບ​ໂຕ​ໃນ​ປີ​ນີ້ ແລະ ຊຸມ​ປີ​ຕໍ່​ໄປ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງແລະ ທ່ານ Sanjaya Panth ຮອງຫົວໜ້າກົມອາຊີ - ປາຊີຟິກ ຂອງກອງທຶນເງິນຕາສາກົນ (IMF) (ພາບ: TTXVN)

ຕອນບ່າຍວັນທີ 29 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຄະນະໃຫ້ຄຳປຶກສາມາດຕາທີ IV ຂອງ ກອງທຶນເງິນຕາສາກົນ (IMF) ໂດຍທ່ານ Sanjaya Panth ຮອງຫົວໜ້າກົມອາຊີ - ປາຊີຟິກ ຂອງກອງທຶນເງິນຕາສາກົນ (IMF) ເປັນຫົວໜ້າຄະນະ ເຊິ່ງພວມມີການໄປປະຕິບັດການຕີລາຄາປະຈຳໄລຍະຢູ່ ຫວຽດນາມ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີເນັ້ນໜັ້ກວ່າ ການຮ່ວມເດີນທາງກັບ IMF ມີຄວາມໝາຍສຳຄັນທີ່ສຸດໃນວິວັດຂະບວນການພັດທະນາຂອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ໃນສະພາບການປະສົບກັບຄວາມຫຍຸ້ງຍາກທົ່ວໂລກ, ຫວຽດນາມ ຍັງບັນລຸໄດ້ບັນດາໝາກຜົນທີ່ສຳຄັນ, ຮອບດ້ານພໍສົມຄວນ ໃນຫຼາຍຂົງເຂດຄື: ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການເຕີບໂຕມີການຟື້ນຟູ, ບັນດາຄວາມສົມດຸນໃຫຍ່ໄດ້ຮັບປະກັນ. ທ່ານນາຍົກລັດຖະມົນຕີ ຫວັງວ່າ IMF ຈະສືບຕໍ່ສະໜອງບັນດາໂຄງການບຳລຸງສ້າງ, ໜູນຊ່ວຍດ້ານເຕັກນິກໃນຂົງເຂດຕ່າງໆໃຫ້ແກ່ອົງການ ຫວຽດນາມ, ສະເໜີ IMF ສືບຕໍ່ເພີ່ມທະວີການເຄື່ອນໄຫວປຶກສາຫາລືນະໂຍບາຍໃຫ້ແກ່ ລັດຖະບານ ແລະ ບັນດາອົງການຂອງ ຫວຽດນາມ,ທ່ານກໍ່ມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ການພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງ ຫວຽດນາມ ແລະ IMF ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍເປັນຢ່າງດີກ່ວາອີກ.

ສ່ວນຄະນະປະຕິບັດງານຂອງ IMF ເຊື່ອໝັ້ນວ່າ ດ້ວຍນະໂຍບາຍບໍລິຫານເສດຖະກິດທີ່ມີໄຫວພິບ ແລະ ບັນລຸປະສິດທິຜົນຂອງ ຫວຽດນາມ, ໃນຊຸມເດືອນທ້າຍປີ 2023, ເສດຖະກິດ ຫວຽດນາມ ຈະບັນລຸການເຕີບໂຕທີ່ດີ, ທ່າເຕີບໂຕນີ້ຈະສືບຕໍ່ໄດ້ຮັກສາ, ຊຸກຍູ້ໃນຊຸມປີຕໍ່ໄປ.

ຕອບກັບ