Houthi ຖະ​ແຫຼງ​​ຂະ​ຫຍ​າຍ ການ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ບັນ​ດາ​ກຳ​ປັ່ນ​ຢູ່ ມະ​ຫາ​ສະ​ໝຸດ​ອິນ​ເດຍ

Chia sẻ
(VOVWORLD) - ກະຊວງປ້ອງກັນປະເທດ ອັງກິດ ໃຫ້ຮູ້ວ່າ ກຳປັ່ນສູ້ຮົບ HMS Diamond ຂອງກຳທັບເຮືອປະເທດນີ້ ໄດ້ຍິງລູກສອນໄຟ ຂອງກຳລັງ Houthi ທີ່ເລັ່ງໃສ່ກຳປັ່ນການຄ້າ ຢູ່ເຂດອ່າວ Aden ຕົກຢູ່ທະເລແດງ.
Houthi ຖະ​ແຫຼງ​​ຂະ​ຫຍ​າຍ ການ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ບັນ​ດາ​ກຳ​ປັ່ນ​ຢູ່ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ảnh 1ພາບປະກອບ:  Reuters

ໃນການຖະແຫຼງດ້ວຍ ຄຼິບວີດີໂອ ເຊິ່ງໄດ້ປະກາດໃນວັນທີ 25 ເມສາ, ຫົວໜ້າກຸ່ມປະກອບອາວຸດ ໃຫຍ່ທີສຸດ ເຢແມນ Abdul Malik Al Houthi ຢັ້ງຢືນບັ້ນບຸກໂຈມຕີ ຢູ່ທະເລຂອງກຸ່ມນີ້ ຍັງຄົງສືບຕໍ່. ບໍ່ພຽງແຕ່ເທົ່ານັ້ນ, Houthi ໄດ້ຕັດສິນໃຈ ຂະຫຍາຍການບຸກໂຈມຕີ ເລັ່ງໃສ່ກຳປັ່ນຢູ່ ທະເລ ມະຫາສະໝຸດອິນເດຍ ແທນທີ່ການມີແຕ່ເລັ່ງໃສ່ເຂົ້າກຳປັ່ນຢູ່ທະເລແດງ, ທະເລອາຣັບ ແລະ ເຂດອ່າວ Aden ຄືໄລຍະຜ່ານມາ. ຫົວໜ້າ Houthi ອີກຄັ້ງໜຶ່ງຢັ້ງຢືນວ່າ ບັນດາການບຸກໂຈມຕີ ເລັ່ງໃສ່ກຳປັ່ນ ທີ່ກ່ຽວຂ້ອງເຖິງ ອິດສະລາແອັນ ຢູ່ເຂດທະເລ ໃນພາກພື້ນ ຈະສືບຕໍ່ດຳເນີນ, ຖ້າວ່າ ອິດສະລາແອັນຍັງບໍ່ທັນຢຸດຕິບັ້ນຮົບການທະຫານຕ້ານຊາວປາແລັດສະຕິນ ຢູ່ເຂດກາຊາ.

ໃນເຫດການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ອັງກິດ ໃຫ້ຮູ້ວ່າ ກຳປັ່ນສູ້ຮົບ HMS Diamond ຂອງກຳທັບເຮືອປະເທດນີ້ ໄດ້ຍິງລູກສອນໄຟ ຂອງກຳລັງ Houthi ທີ່ເລັ່ງໃສ່ກຳປັ່ນການຄ້າ ຢູ່ເຂດອ່າວ Aden ຕົກຢູ່ທະເລແດງ. ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ ປະກາດວ່າ ອັງກິດ ຈະສືບຕໍ່ນຳໜ້າໃນປະຕິກິລິຍາສາກົນ ຕໍ່ບັນດາເຫດບຸກໂຈມຕີທີ່ອັນຕະລາຍ ຂອງກຳລັງ Houthi ທີ່ເລັ່ງໃສ່ບັນດາກຳປັ່ນການຄ້າ, ເຊິ່ງໄດ້ເຮັດໃຫ້ມີລູກເຮືອສາກົນເສຍຊີວິດ.

ຕອບກັບ