COP28: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະສອງຝ່າຍ ກັບບັນດາການນຳຂັ້ນສູງ

Vũ Khuyên
Chia sẻ
(VOVWORLD) - ຍາມໃດ ຫວຽດນາມ ກໍ່ຖືການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ ຫວຽດນາມ - ສະຫະພາບ ເອີລົບ (EU)  ແລະ ຫວັງວ່າ EU ແລະ ບັນດາປະເທດສະມາຊິກເພີ່ມທະວີການໜູນຊ່ວຍ ຫວຽດນາມ ກ່ຽວກັບດ້ານການເງິນ...
COP28: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະສອງຝ່າຍ ກັບບັນດາການນຳຂັ້ນສູງ - ảnh 1ການພົບປະກັບທ່ານນາງ Ursula Von Der Leyen, ປະທານຄະນະ ກຳມະການເອີລົບ
(ພາບ:VOV)

ວັນທີ 1 ທັນວາ, ຢູ່ ດູບາຍ, ສະຫະລັດ ອາຣັບ ເອມີເລັດ (UAE), ເນື່ອງໃນໂອກາດ ເຂົ້າຮ່ວມກອງປະຊຸມສຸດຍອດການກະທຳປ່ຽນແປງຂອງດິນຟ້າອາກາດໂລກໃນຂອບເຂດ ກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ກ່ຽວກັບການປ່ຽນແປງຂອງ ດິນຟ້າອາກາດຂອງ ສປຊ (COP28), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີການພົບປະສອງຝ່າຍກັບບັນດາການນຳຂັ້ນສູງ.

ທີ່ການພົບປະກັບທ່ານນາງ Ursula Von Der Leyen, ປະທານຄະນະ ກຳມະການເອີລົບ (EC), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຍາມໃດ ຫວຽດນາມ ກໍ່ຖືການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ ຫວຽດນາມ - ສະຫະພາບ ເອີລົບ (EU)  ແລະ ຫວັງວ່າ EU ແລະ ບັນດາປະເທດສະມາຊິກເພີ່ມທະວີການໜູນຊ່ວຍ ຫວຽດນາມ ກ່ຽວກັບດ້ານການເງິນ, ເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນປ່ຽນພະລັງງານໃນຂອບ ເຂດ ຖະແຫຼງການການເມືອງກ່ຽວກັບຄູ່ຮ່ວມມືຫັນປ່ຽນພະລັງງານ ຍຸຕິທຳ (JETP). ທ່ານນາຍົກລັດຖະມົນຕີ ຫວັງວ່າ: EC ມີສຽງເວົ້າຕັ້ງໜ້າເພື່ອໃຫ້ບັນດາປະເທດສະມາຊິກ EU ຍັງເຫຼືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA), ສະເໜີ EC ພິຈາລະນາລົບລ້າງ “ບັດເຫຼືອງ” IUU ສຳລັບການສົ່ງອອກສິນໃນນຳ້ຂອງ ຫວຽດນາມ ໂດຍໄວ.

ທ່ານນາງປະທານ EC ຢັ້ງຢືນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ EU  ແລະ EC, ຊົມເຊີຍການຮ່ວມມືແໜ້ນແຟ້ນລະຫວ່າງສອງຝ່າຍ, ຕົວຢ່າງຄືການ ຜັນຂະຫຍາຍ JETP.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ພົບປະກັບປະທານາທິບໍດີ ອິນໂດເນເຊຍ Joko Widodo, ທ່ານປະທານາທິບໍດີ ແຟງລັງ Sauli Niinisto ແລະ ທ່ານປະທານາທິບໍດີ ຮູງກາຣີ Katalin Novak.

ຕອບກັບ