ດ້ວຍຫົວຂໍ້ວ່າ “ຜົນສຳເລັດຂອງປີ APEC 2017 ແລະ ສັບປະດາຂັ້ນສູງ ດ້ວຍບົດບາດ ແລະ ທີ່ຕັັັ້ງຂອງ ຫວຽດນາມ”, ທ່ານປະທານປະເທດເນັ້ນໜັກວ່າ: ສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 25 ດຳເນີນໄປຢູ່ນະຄອນ ດ່າໜັງ ແຕ່ວັນທີ 06 – 11 ພະຈິກ 2017 ແລະ ປີ APEC ຫວຽດນາມ 2017 ແມ່ນຜົນງານການຕ່າງປະເທດພົ້ນເດັ່ນຂອງ ຫວຽດນາມ; ປະກອບສ່ວນຍົກສູງບົດບາດຂອງ APEC ແມ່ນກົນໄກຮ່ວມມືເສດຖະກິດແຖວໜ້າພາກພື້ນ ໃນໂລກພວມປ່ຽນແປງຢ່າງວ່ອງໄວ ດ້ວຍບັນດາການຫັນປ່ຽນທີ່ມີລັກສະນະບາດລ້ຽວ.
ບັນດາໝາກຜົນທີ່ບັນລຸໄດ້ໃນປີ APEC 2017 ຈະສ້າງທ່ວງທ່າ ເພື່ອໃຫ້ ຫວຽດນາມ ຮັບບັນດາຖານະຕຳແໜ່ງໃຫຍ່ຂອງສາກົນໃນຊຸມປີຈະມາເຖິງ, ໃນນັ້ນ ມີການອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ແລະ ປະທານ ອາຊຽນ 2020.
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ສັບປະດາຂັ້ນສູງ APEC 2017 ຍັງປະກອບສ່ວນສຳຄັນ ເຮັດໃຫ້ການພົວພັນລະຫວ່າງພື້ນຖານເສດຖະກິດສະມາຊິກ ແລະ ລະຫວ່າງ ຫວຽດນາມ ກັບບັນດາປະເທດສະມາຊິກ APEC ເລິກເຊິ່ງກ່ວາ.