ວັນທີ 18 ເມສາ 1992, ສະພາລັດຖະມົນຕີ (ໝາຍເຖິງລັດຖະບານໃນປະຈຸບັນ) ໄດ້ປະກາດໃຊ້ ຂໍ້ຕົກລົງເລກທີ 130 ກ່ຽວກັບການສ້າງຕັ້ງເທດສະບານ ດ້ຽນບຽນຝູ ຂຶ້ນກັບແຂວງ ລາຍເຈົາ (ປະຈຸບັນ ແມ່ນແຂວງ ດ້ຽນບຽນ). ຮອດປີ 2003, ເທດສະບານ ດ້ຽນບຽນຝູ ໄດ້ຮັບການຢັ້ງຢືນເປັນຕົວເມືອງ ລະດັບ III ແລະ ກາຍເປັນນະຄອນຂຶ້ນກັບແຂວງ ດ້ຽນບຽນ. ເມື່ອມາຢາມ ດ້ຽນບຽນ ໃນທຸກວັນນີ້, ແຂກທ່ອງທ່ຽວຫຼາຍຄົນມີຄວາມຕື້ນຕັນໃຈ ຕໍ່ບັນດາຮອງຮອຍສະຖານປະຫວັດສາດທີ່ວິລະອາດຫານຂອງບັ້ນຮົບ ດ້ຽນບຽນຝູ “ໂດ່ງດັງ 5 ທະວີບ-ເຮັດໃຫ້ໜ່ວຍໂລກ ສັ່ນສະເເທືອນ”. ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1 ປະຈຸບັນ, ນະຄອນ ດ້ຽນບຽນຝູ ພວມມານະພະຍາຍາມເສີມຂະຫຍາຍບັນດາຄຸນຄ່າປະຫວັດສາດ ເພື່ອພັດທະນາການທ່ອງທ່ຽວ - ຂະແໜງເສດຖະກິດປາຍແຫຼມຂອງທ້ອງຖິ່ນ ຫໍພິພິທະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ - ສະຖານທີ່ເຊີດຊູບັນດາຄຸນຄ່າປະຫວັດສາດຂອງໄຊະນະດ້ຽນບຽນຝູ ສ່ວນໜຶ່ງຂອງ ພາບປາໂນຣາມາ ໃນຫໍພິພິທະພັນໄຊຊະນະ ປະຫວັດສາດ ດ້ຽນບຽນຝູ ທີ່ໄດ້ວາດພາບເຖິງບັ້ນຮົບໃນເມື່ອກອ່ນ. ຍ້ອນເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງໄດ້ເປັນຢ່າງດີ, ດັ່ງນັ້ນ, ເສດຖະກິດ - ສັງຄົມຂອງນະຄອນເຂດພູດອຍນີ້ໄດ້ມີການພັດທະນາກະໂດດຂັ້ນ ມາຮອດປະຈຸບັນ, ລາຍຮັບສະເລ່ຍຂອງປະຊາຊົນຢູ່ນະຄອນບັນລຸ 64 ລ້ານດົ່ງ/ຄົນ/ປີ ຫຼາຍໂຄງການໃຫຍ່ສ້າງສຳເລັດໄດ້ນຳເຂົ້າເຄື່ອນໄຫວ, ຄື: ໂຄງການກກໍ່ສ້າງເສັ້ນທາງ; ໂຄງການຕົວເມືອງ ເຂດພູດອຍພາກເໜືອ ແລະ ບັນດາເຂດຕັ້ງ ຖິ່ນຖານໂຄງທີ່ສວຍງາມ… ສ້າງໂສມໜ້າໃໝ່ທີ່ສວຍສົດງົດງາມກ່ວາ ສະໜາມກິລາແຂວງ ດ້ຽນບຽນ - ບ່ອນຈະຈັດພິທີສວນສະໜາມ, ເດີນຂະບວນ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ໂຄງປະກອບພື້ນຖານໂຄງລ່າງຄົມມະນາຄົມໄດ້ລົງທຶນ, ຍົກລະດັບ ໄດ້ປະກອບສ່ວນປະຢັດເວລາໄປ - ມາ ຈາກ ດ້ຽນບຽນຫາຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຢູ່ພາຍໃນປະເທດ, ເປີດຫຼາຍກາລະໂອກາດໃນການພັດທະນາການທ່ອງທ່ຽວ ແລະ ດຶງດູດການລົງທຶນໃຫ້ນະຄອນ. ອຳນາດການປົກຄອງ, ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນ ພວມຮ່ວມແຮງຮ່ວມໃຈ, ຕັດສິນໃຈສູ້ຊົນຮອດປີ 2025 ບັນລຸມາດຖານຕົວເມືອງລະດັບ II ໂດຍພື້ນຖານ ແລະ ກາຍເປັນໜຶ່ງໃນບັນດາສູນກາງທ່ອງທ່ຽວ, ການບໍລິການຂອງເຂດ ໄຕບັກ ໂດຍໄວ. Từ khóa: VOV VOVworld ດ້ຽນບຽນຝູ ການສະເຫຼີມສະຫຼອງ ໂສມໜ້າໃໝ່ ຕອບກັບ ສົ່ງ Xem thêm