ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ

Chia sẻ
(VOVWORLD) -ໃກ້ຈະຮອດບຸນເຕັດ, ບັນດາຄອບຄົວໃນໝູ່ບ້ານ ແຈງຄຸກ (ເມືອງ ແທັງຈີ່, ຮ່າໂນ້ຍ) ຕ່າງກໍຄ້ອງຄ່າກັບວຽກງານຫໍເຂົ້າຕົ້ມນັບທັງວັນ ແລະ ຄືນເພື່ອມີເຂົ້າຕົ້ມນັບພັນຫໍ່ໃນແຕ່ລະວັນເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນນະຄອນຫຼວງ.
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 1
ໝູ່ບ້ານຫໍ່ເຂົ້າຕົ້ມ ແຈງຄຸກ ໄດ້ເລີ່ມເຂົ້າສູ່ລະດູການ ຫໍ່ເຂົ້າຕົ້ມຍາມບຸນປີໃໝ່ປະຈຳຊາດປີ 2024. ໂດຍນອນຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 20 ກມ, ໝູ່ບ້ານ ແຈງຄຸກ (ຕາແສງ ຢວຽນຮ່າ, ເມືອງ ແທງຈີ່, ນະຄອນຫຼວງ ຮ່າໂນ້ຍ) ແມ່ນໝູ່ບ້ານຫໍ່ເຂົ້າຕົ້ມທີ່ມີຊື່ສຽງ ແລະ ໃຫຍ່ທີ່ສຸດຢູ່ ຮ່າໂນ້ຍ.
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 2
ປະຈຸບັນ, 70% ບັນດາຄອບຄົວໃນໝູ່ບ້ານ ແຈງຄຸກ ຍັງຄົງຮັກສາອາຊີບຫໍ່ເຂົ້າຕົ້ມ (ໃນຍອດຈຳນວນ 300 ຄອບຄົວ), ໃນນັ້ນມີກ່ວາ 10 ຄອບຄົວແມ່ນຮາກຖານໃຫຍ່
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 3
ໃນວັນເພັງ ຫຼື ວັນໃກ້ບຸນເຕັດ, ບັນຍາກາດຢູ່ໝູ່ບ້ານແຫ່ງນີ້ຄຶກຄື້ນ, ມ່ວນຊື່ນຫຼາຍ
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 4
ຄອບຄົວ ປ້າ ຫງວຽນທີຢາບ (ອາຍຸ 63 ປີ, ແມ່ນເຈົ້າຂອງຮາກຖານຫໍ່ເຂົ້າຕົ້ມ) ໃນຊຸມວັນໃກ້ບຸນເຕັດໃບຕອງຈິງຖືກວາງກອງກັນເຕັມເຮືອນ, ຢູ່ບ່ອນໃດກໍ ເຫັນໝໍ້ເຂົ້າຕົ້ມພວມຟົດ ສົ່ງກິນຫອມໄປທົ່ວ. “ໃນວັນທຳມະດາ, ແຕ່ລະມື້ ຄອບຄົວຂ້ອຍຫໍ່ເຂົ້າຕົ້ມແຕ່ 300 – 500 ຫໍ່, ແຕ່ຊຸມມື້ໃກ້ບຸນເຕັດ ມື້ລະຫໍ່ແຕ່ 1.000 – 3.000 ຫໍ່, ຊ້ຳບໍ່ໜຳ, ມີມື້ຫໍ່ໄດ້ເປັນໝື່ນຫໍ່”, ປ້າ ຢາບໃຫ້ຮູ້.
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 5
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 6
ຕາມປະຊາຊົນໝູ່ບ້ານ ແຈງຄຸກ ແລ້ວ, ອາຊີບຫໍ່ເຂົ້າຕົ້ມແມ່ນອາຊີບ ໄດ້ມີມານັບຮ້ອຍປີ, ສືບທອດຈາກຄົນລຸ້ນນີ້ສູ່ຄົນລຸ້ນອື່ນ. ”ຂ້າພະເຈົ້າກໍ່ຄືກັບປະຊາຊົນສ່ວນຫຼາຍໃນໝູ່ບ້ານ, ໄດ້ຮັບການສືບທອດອາຊີບ ແລະ ເລີ່ມໄດ້ເຮັດແຕ່ຄາວຍັງນ້ອຍ”, ຊາວ ແຈງຄຸກ ຄົນໜຶ່ງແບ່ງປັນໃຫ້ຮູ້..
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 7
ການຫໍ່ເຂົ້າຕົ້ມໄດ້ຈັດແບ່ງເປັນຫຼາຍຂັ້ນຕອນ, ແຕ່ລະຂັ້ນຕອນກໍມີຜູ້ຮັບຜິດຊອບສະເພາະ, ຜູ້ລ້າງໃບຕອງຈິງ, ຜູ້ຫໍ່, ຜູ້ມັດເຂົ້າຕົ້ມ…
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 8
ປັດໄຈຕັດສິນເຖິງລົດຊາດຂອງເຂົ້າຕົ້ມແມ່ນການເລືອກວັດຖຸດິບໂດຍລະອຽດລະອໍ. ຜູ້ຫໍ່ເຂົ້າຕົ້ມຕ້ອງເຮັດຢ່າງລອບຮອບທີ່ຖ້ວນ, ຈາກຂັ້ນຕອນເລືອກໃບຕອງຈິງ, ເຂົ້າໜຽວ, ຖົ່ວຂຽວ ແລະ ຊີ້ນໝູ.
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 9
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 10
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 11
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 12
ໝູ່ບ້ານເຮັດອາຊຊີບມາຫຼາຍປີແລ້ວ, ສີມືຂອງຜູ້ເຮັດຢ່າງຄ່ອງແຄ້ວ, ບໍ່ຕ້ອງການໃຊ້ຂອບ ແຕ່ຜູ້ຫໍ່ເຂົ້າຕົ້ມກໍ່ຫໍ່ທັງໄວ ແລະ ງາມ.
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 13
ຢ້ຽມຢາມ ໝູ່ບ້ານຫໍ່ເຂົ້າຕົ້ມນັບພັນຫໍ່ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 14
ເມື່ອເຂົ້າຕົ້ມໄດ້ຫໍ່ຮຽບຮ້ອຍ ຈຶ່ງໄດ້ຈັດໃສ່ໝໍ້ ເພື່ອຕົ້ມ. ເວລາຕົ້ມແຕ່ 8 – 10 ຊົ່ວໂມງ ແລ້ວຈຶ່ງສຳເລັດບັນດາຂັ້ນຕອນ ແລະ ຈຶ່ງມີເຂົ້າຕົ້ມໝູ່ບ້ານ ແຈກຄຸກ ທີ່ມີຊື່ສຽງ.

ຕອບກັບ