ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ

Chia sẻ

(VOVWORLD) - ຊາວເຜົ່າໄຢ ຢູ່ແຂວງລາຍເຈົາ ຖືງານດອງ ໃນນັ້ນມີພິທີຮັບໃພ້ ແມ່ນວັນບຸນມ່ວນທີ່ສຸດໃນ ຊີວິດ .

ເພາະສະນັ້ນ ເຂົາເຈົ້າເຊື່ອຖືວ່າ ຈັດງານດອງຍິ່ງໃຫຍ່ເທົ່າໃດ, ພິທີຮັບໃພ້ຍິ່ງມີຄົນເຂົ້າຮ່ວມຫຼາຍເທົ່ານັ້ນ ໝາຍຄວາມວ່າ ຄວາມສຸກຂອງຄູ່ບ່າວສາວຍິ່ງຈະມີຄວາມສະໜິດແໜ້ນນິລັນດອນ.

 
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 1
ຊາວເຜົ່າໄຢ ຫຼືຍັງໄດ້ເອີ້ນວ່າ ເຜົ່າຍັ້ງ, ຢັ້ງ, ປູນ໋າ, ກຸຍຈູ, ຊະ… ມີປະຊາກອນປະມານ 25.000 ຄົນ ສ່ວນຫຼາຍດຳລົງຊີວິດຢູ່ບັນດາເມືອງ, ນະຄອນໃນບໍລິເວນແຂວງລາຍເຈົາ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 2
ຍ້ອນມີປະຫວັດສາດແຫ່ງການພັດທະນາມາແຕ່ດົນນານ ດັ່ງນັ້ນ ຊາວເຜົ່າໄຢ ມີການດຳລົງຊີວິດທາງດ້ານວັດທະນະທຳທີ່ອຸດົມສົມບູນ ແລະ ເປັນຫຼາຍຮູບແບບທີ່ສຸດ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 3
ໜຶ່ງໃນບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ແມ່ນພິທີຮັບໃພ້ໃນງານດອງທີ່ເປັນປະເພນີ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 4
ພິທີຮັບໃພ້ໃນງານດອງທີ່ເປັນປະເພນີຂອງຊາວເຜົ່າໄຢ ຢູ່ລາຍເຈົາ ມັກຈັດຂຶ້ນໃນໂອກາດທ້າຍປີ, ເຊິ່ງແມ່ນຈຸດເວລາທີ່ຊາວກະສິກອນມີເວລາຫວ່າງຫຼາຍ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 5
ກ່ອນທີ່ຈະດຳເນີນພິທີຮັບໃພ້, ຄູ່ບາວສາວເຜົ່າໄຢ ຕ້ອງດຳເນີນບາງພິທີກຳຕາມຮີດຄອງປະເພນີຄື: ຂໍເມຍ
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 6
ຄະນະທີ່ໄປຮັບໃພ້ຍາມໃດກໍ່ຕ້ອງມີບັນດາພາກສ່ວນຄື: ກຸ່ມ “ເປົ່າແກ” 4 ຄົນ, ແມ່ສື່ 2 ຄົນ, ເຈົ້າບ່າວ, ເພື່ອນເຈົ້າບ່າວ ແລະ ກຸ່ມໜຶ່ງເພື່ອຫາບເຄື່ອງງານດອງ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 7
ເຄື່ອງງານດອງໃນພິທີຮັບໃພ້ຂອງຊາວເຜົ່າໄຢ ຢູ່ແຂວງລາຍເຈົາ ລວມມີ: ເຫຼົ້າຂາວ 1 ຕຸກ, ເຂົ້າໜົມ 2 ກະຕ່າ… ແລະ ໄກ່
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 8
ໃນຕະຫຼອດເສັ້ນທາງໄປຮັບໄພ້, ກຸ່ມດົນຕີ ຈະເປົ່າແກ ຈົນໄປຮອດເຮືອນຂອງເຈົ້າສາວ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 9
ການເປົ່າແກ ດ້ວຍຈຸດປະສົງແຈ້ງໃຫ້ປະຊາຊົນຮັບຊາບກ່ຽວກັບເລື່ອງຄອບຄົວ ໄປຮັບໃພ້.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 10
ນຳໜ້າຄະນະເຈົ້າບ່າວແມ່ນແມ່ສື່ສອງຄົນ ເຊິ່ງເປັນຜູ້ກຳນົດພິທີຮັບໃພ້ຈະໄດ້ຮັບການຕົກລົງເຫັນດີຈາກຄອບຄົວຝ່າຍຍິງໄວ ຫຼື ຊ້າ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 11
ປະຕູໂຂງຂອງເຮືອນຝ່າຍຍິງ ມີເສັ້ນຝ້າຍສີແດງມັດຂວາງຢູ່ກາງ ນີ້ແມ່ນບ່ອນທີ່ແມ່ສື່ປະຕິບັດພິທີຮ້ອງເພງຂໍໃຫ້ເປີດປະຕູ
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 12
ພາຍຫຼັງຮ້ອງເພງຂໍເປີດປະຕູ, ຜູ້ຕາງໜ້າຄອບຄົວຝ່າຍຍິງຈະເອົາງ່າໄມ້ຈຸ່ມນ້ຳ ຟິດໃສ່ຜູ້ເຂົ້າຮ່ວມການໄປຮັບໃພ້ຂອງຄະນະຄອບຄົວຝ່າຍຊາຍ ດ້ວຍຄວາມໝາຍລ້າງຂີ້ຝຸ່ນຂີ້ຝອຍ ແລະ ຄວາມໂຊກຮ້າຍ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 13
ຜູ້ຕາງໜ້າຄອບຄົວຝ່າຍຍິງທົດສອບບັນດາແມ່ສື່ດ້ວຍຈອກເຫຼົ້າ ອວຍພອນໃຫ້ມີໂຊກມີລາບ, ເຊື່ອມຕໍ່ສອງຄອບຄົວເປັນແກ່ວເປັນດອງກັນ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 14
ດ້ວຍຈັງຫວະທຳນອງເພງ ແລະ ສຽງແກທີ່ເຕັມໄປດ້ວຍຄວາມໝາຍ, ຄອບຄົວຝ່າຍຊາຍ ໄດ້ຂໍໃຫ້ຄອບຄົວຝ່າຍຍິງແກ້ເສັ້ນຝ້າຍສີບົວອອກ ແລະ ຕ້ອນຮັບຄອບຄົວຝ່າຍຊາຍເຂົ້າເຮືອນ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 15
ພາຍຫຼັງ ຜູ້ຕາງໜ້າຄອບຄົວຝ່າຍຊາຍ ກໍ່ປະຕິບັດພິທີກຳຂໍຮັບເອົາໃພ້, ຍາດຕິພີ່ນ້ອງສອງຝ່າຍຈະໂອ້ລົມກັນ ລົມກັນເລື່ອງເບິ່ງແຍງດູແລການດຳລົງຊີວິດໃນອະນາຄົດຂອງຄູ່ບ່າວສາວ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 16
ພິທີຮັບໃພ້ດຳເນີນຢ່າງສະດວກ
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 17
ເມື່ອຄອບຄົວຝ່າຍຍິງຕົກລົງມອບໃພ້ໃຫ້, ສຽງແກ ແລະ ກອງດັງຂຶ້ນ ພາຄະນະຮັບໃພ້ກັບເມືອເຮືອນຝ່າຍຊາຍ ທ່າມກາງຄວາມຜາສຸກ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 18
ໃນຕະຫຼອດໄລຍະຮັບໃພ້ກັບເມືອເຮືອນຝ່າຍຊາຍ, ເຈົ້າສາວໄດ້ປົກຜ້າສີແດງຢູ່ຫົວ ຕາມຮີດຄອງປະເພນີຂອງເຜົ່າໄຢ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 19
ເມື່ອເຈົ້າບ່າວເອົາຜ້າປົກຫົວອອກ ກໍ່ແມ່ນສັນຍານທີ່ບອກວ່າ ຊີວິດຜົວເມຍຈະເລີ່ມຕົ້ນ.
ພິທີຮັບໃພ້ ຂອງຊາວເຜົ່າໄຢ ຢູ່ລາຍເຈົາ - ảnh 20
ພາຍຫຼັງພິທີຮັບໃພ້, ຊີວິດຂອງຄູ່ບ່າວສາວຈະເລີ່ມຕົ້ນ ແລະ ນີ້ແມ່ນຈຸດເນັ້ນເພື່ອໃຫ້ພໍ່ແມ່ປະຊາຊົນເຜົ່າໄຢ ຢູ່ແຂວງລາຍເຈົາ ສືບຕໍ່ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳທີ່ຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງ.

ຕອບກັບ