ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ

Chia sẻ

(VOVWORLD) - ຮ່າຢາງ ດຶງດູດແຂກທ່ອງທ່ຽວຍ້ອນມີບັນດາໝູ່ບ້ານທີ່ຮັກສາໄດ້ຄວາມປະຖົມປະຖານ, ສະຫງົບງຽບ ແລະ ງາມດັ່ງເລື່ອງນິທານ.

 

ເຂດດິນແດນແຫ່ງເໜືອສຸດຂອງປະເທດຊາດ ຫວຽດນາມ ຍາມໃດກໍຊ້ອນແຝງຈຸດທີ່ຈັບອົກຈັບໃຈຫຼາຍຢ່າງ. ນອກຈາກບັນດາທົ່ງດອກບັກວິກ, ພູພຽງຫີນ ດົ່ງວັນ, ນາຂັ້ນໄດ ຮວ່າງຊູຟີ່, ແມ່ນ້ຳ ຍໍເກວ… ແລ້ວ, ຮ່າຢາງ ຍັງມີຫຼາຍຮ່ອມພູ, ໝູ່ບ້ານທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະ.

1.  ທຽນເຮືອງ

ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 1
ບໍ່ວ່າຜູູ້ໃດເມື່ອມາໝູ່ບ້ານເກົ່າແກ່ ທຽນເຮືອງ ຕ່າງກໍມີຄວາມປະທັບໃຈກັບຄວາມງາມແບບສະຫງົບງຽບຢູ່ທີ່ນີ້. ພາບ: Van Hni

ໂດຍໄດ້ປົກຄຸມດ້ວຍບັນດາຈອມພູທີ່ໃຫຍ່ໂຕມະໂຫຖານ ແລະ ຕົ້ນໄມ້ທີ່ມີອາຍຸນັບຮ້ອຍປີ, ໝູ່ບ້ານແຫ່ງນີ້ ຍາມໃດກໍມີຄວາມສະຫງົບງຽບ

ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 2
ເບິ່ງຄືວ່າ, ບ້ານ ທຽນເຮືອງ ຍັງຮັກສາຄວາມປະຖົມປະຖານໄວ້ໄດ້ເໝືອນເດີມ. ພາບ: toquoc.vn
ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 3
ຍ່າງເລາະໝູ່ບ້ານ ທຽນເຮືອງ, ບໍ່ຍາກທີ່ຈະພົບເຫັນບັນດາຕົ້ນດອກຄາຍ, ດອກໝັ້ນທີ່ມີອາຍຸຫຼາຍສິບປີ. ພາບ: toquoc.vn

2.   ຢູຢ່າ

ຢູຢ່າ ແມ່ນຕາແສງນ້ອຍຂອງເມືອງ ອຽນມິງ, ຢູ່ຫ່າງຈາກໃຈກາງນະຄອນ ຮ່າຢາງ ປະມານ 70 ກິໂລແມັດ, ໂດຍທຳມະຊາດໄດ້ດົນບັນດານຄວາມງາມທີ່ສະຫງົບງຽບ ແລະ ປະຖົມປະຖານໃຫ້.

ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 4
ພາບ: ຮວ່ຽນຈາງ

ໃນທຸກລະດູ, ທິວທັດທຳມະຊາດຢູ່ທີ່ນີ້ ກໍເຕັມໄປດ້ວຍພະລັງຊີວິດ

ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 5
ບ້ານແຫ່ງໜຶ່ງຢູ່ຕາແສງ ຢູຢ່າ ໄດ້ປົກຄຸມໄປດ້ວຍພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ. ພາບ: Rory Nguyen
ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 6
ແຂກທີ່ມາທ່ຽວ ຢູຢ່າ ສ່ວນຫຼາຍແມ່ນໄວໜຸ່ມ, ຜູ້ທີ່ມີຄວາມຮັກມັກກັບການໄປທ່ຽວແບບແບກເປ້, ມັກລົງຕົວຈິງ, ພິຊິດບັນດາເສັ້ນທາງກິ່ວທີ່ໜ້າຫວາດສຽວ. ພາບ: Rory Nguyen

3.   ໂລໂລຈ໋າຍ

ໂດຍຕັ້ງຢູ່ຕີນພູເສົາທຸງ ຫຼູງກູ, ບ່ອນເໜືອສຸດຂອງປະເທດຊາດ, ໝູ່ບ້ານວັດທະນະທຳ ໂລໂລຈ໋າຍ ແມ່ນສະຖານທີ່ດຶງດູດບໍ່ວ່າແຂກທ່ອງທ່ຽວໃດໆທີ່ມາ ຮ່າຢາງ, ຍ້ອນທິດທັດທຳມະຊາດທີ່ສວຍງາມ, ຈຸດວັດທະນະທຳຂອງພໍ່ແມ່ຊາວເຜົ່າຢູ່ທີ່ນີ້ ເຊິ່ງໄດ້ປະກົດຂຶ້ນຄືດັ່ງໃນເລື່ອງນິທານ

ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 7
ເບິ່ງຄືວ່າ ໂລໂລຈ໋າຍ ຍັງຮັກສາຈຸດວັດທະນະທຳແຕ່ກີ້ແຕ່ກ່ອນໄວ້ໄດ້ເໝືອນເດີມ, ນັບແຕ່ຊີວິດທາງດ້ານວັດຖຸ, ຈິດໃຈຂອງຊາວເຜົ່າ ໂລໂລ ຢູ່ເຂດພູພຽງຫີນ. ພາບ: toquoc.vn

ບັນດາຕອນນາຂັ້ນໄດ, ບ່ອນຂຽວອຸ່ມທຸມ, ບ່ອນສຸກເຫຼືອງສະຫຼັບກັນ. ຍາມແລງ, ແສງແດດຕ້ອງໃສ່ເຮັດໃຫ້ພາບບັນຍາກາດຢູ່ທີ່ເຂດພູຜາປ່າໄມ້ນີ້ ຍິ່ງສວຍງາມກວ່າເກົ່າ.

ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 8
ພາບ: toquoc.vn
ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 9
ຢູ່ໃຈກາງໝູ່ບ້ານ, ມີຮ້ານກາເຟທີ່ມີຊື່ສຽງ ເຊິ່ງແຂກທ່ອງທ່ຽວຄົນໃດມາ ຮ່າຢາງ ກໍຕ້ອງໄດ້ແວ່ດື່ມ ແລະ ສຳຜັດກັບວັດທະນະທຳເຂດພູສູງນີ້, ນັ້ນແມ່ນຮ້ານກາເຟ ກຶກບັກ (ແປວ່າ: ເໜືອສຸດ). ພາບ: toquoc.vn
ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 10
ໂລໂລຈ໋າຍ ມີຄວາມງາມ ຍ້ອນມາຈາກທຳມະຊາດທີ່ມີຢູ່. ຄວາມງາມເຫຼົ່ານັ້ນ ຍັງໄດ້ເສີມສ້າງດ້ວຍສີສັນຫັດຖະກຳຕ່ຳຫູກຖັກແສ່ວດ້ວຍສີມືອັນຄ່ອງແຄ້ວຂອງແມ່ຍິງເຜົ່າ ໂລໂລ. ພາບ: toquoc.vn

4.   ມາແລ໊

ໝູ່ບ້ານ ມາແລ໊ ຢູ່ຕາແສງແຫ່ງໜຶ່ງຂອງເມືອງ ດົ່ງວັນ, ໂດຍຫ່າງຈາກໃຈກາງນະຄອນ ຮ່າຢາງ ໄປປະມານ 148 ກິໂລແມັດ. ຢູ່ທີ່ນີ້, ມີເຮືອນຫຼາຍຫຼັງທີ່ມີອາຍຸເຖິງ 100 ປີ, ເຊິ່ງເປັນຂີດໝາຍແຫ່ງການເວລາດ້ວຍຄວາມງາມອັນຄຶກຂຶມ.
ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 11
ພາບ: MELE homestay
ມາແລ໊ ງາມທີ່ສຸດໃນລະດູບານໃໝ່ເມື່ອດອກຄາຍເບັ່ງບານ, ຫຼືທ້າຍລະດູໃບໄໝ້ຫຼົ່ນ ເມື່ອບັນດາຕອນນາຂັ້ນໄດທີ່ປູກດອກບັກວິກ ອ່ຽງໆຕາມບັນດາໂນນພູ ກໍພາກັນອວດອ້າງສີສັນ.  
ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 12
ພາບ: MELE homestay

5.   ນ້ຳດຳ

ໂດຍຫ່າງຈາກນະຄອນ ຮ່າຢາງ ປະມານ 45 ກິໂລແມັດ ໄປທາງທິດເໜືອ, ໝູ່ບ້ານນ້ຳດຳ ແມ່ນບ່ອນດຳລົງຊີວິດຂອງຊາວເຜົ່າຢ້າວ.

ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 13
ພາບ: baohagiang.vn

ໝູ່ບ້ານຢູ່ເມືອງ ກວ໋ານບ໊າ ນີ້ ເຄີຍໄດ້ຮັບນາມມະຍົດວ່າ ເປັນໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນ ຍ້ອນຍັງຮັກສາໄດ້ຫຼາຍຄຸນຄ່າມູນເຊື້ອທີ່ດີງາມ

ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 14
ປະຊາຊົນຢູ່ທີ່ນີ້ ດຳລົງຊີວິດແບບລຽບງ່າຍ, ຕິດແທດກັບທຳມະຊາດ. ພາບ: baodautu.vn

1.   ລາວຊາ

ລາວຊາ ແມ່ນສະຖານທີ່ໜຶ່ງຕັ້ງຢູ່ຮ່ອມພູ ສູງລ່າ ຮ່າຢາງ ແລະ ຫ່າງຈາກໃຈກາງ ສູງລ່າ ພຽງແຕ່ 6 ກິໂລແມັດ.

ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ - ảnh 15
ລາວຊາ ມີຄວາມງາມທີ່ເປັນເອກະລັກຂອງໝູ່ບ້ານເຂດພູສູງ, ນັ້ນແມ່ນຄວາມສະຫງົບງຽບ, ລຽບງ່າຍສະບາຍ, ບໍ່ອຶກກະທຶກຄຶກໂຄມ. ພາບ: ເວືອງແອັງກິ່ງ

ລາວຊາ ມີຄວາມງາມທີ່ເປັນເອກະລັກຂອງໝູ່ບ້ານເຂດພູສູງ, ນັ້ນແມ່ນຄວາມສະຫງົບງຽບ, ລຽບງ່າຍສະບາຍ, ບໍ່ອຶກກະທຶກຄຶກໂຄມ. ພາບ: ເວືອງແອັງກິ່ງ

ບຸ່ຍຮັ່ງ (ສັງລວມ)


ຕອບກັບ