ແຕ່ຕົ້ນເດືອນ ທັນວາ, ອາກາດຢູ່ ຮ່າໂນ້ຍ ເລີ່ມໜາວແລ້ວ. ແລະກໍ່ໃນຈຸດເວລານີ້, ຢູ່ບັນດາສູນການຄ້າ, ຖະໜົນສາຍຕ່າງໆເລີ່ມປະດັບປະດາວັນບຸນຄຼິດສະມາດ ແລະ ຕ້ອນຮັບປີໃໝ່ສາກົນຢ່າງຄຶກຄື້ນ. ບັນດາໂບດໃຫຍ່, ຄື: ເກືອບັກ, ຮ່າມລອງ… ກໍ່ເລີ່ມປະດັບປະດາຕ້ອນຮັບວັນບຸນຄຼິດສະມາດ. ຢູ່ຕໍ່ໜ້າໂບດໃຫຍ່ ຮ່າໂນ້ຍ ໄດ້ຮັບການປະດັບປະດາດ້ວຍຕົ້ນແປກ, ຖ້ຳຫີນ ແລະ ດາວຄຼິດສະມາດ. ບັນດາຮ້ານອາຫານໄດ້ຮັບການປະດັບປະດາດ້ວຍສີສັນທີ່ຫຼາກຫຼາຍຂອງບຸນຄຼິດສະມາດ. ຫຼັງຈາກບຸນ ຮາໂລວິນ, ຜູ້ຂາຍເຄື່ອງຢູຸຸ່ຖະໜົນ ຮ່າງມ໊າ ໄດ້ຟ້າວຟັ່ງກະກຽມ, ວາງຂາຍບັນດາສິນຄ້າຮັບໃຊ້ວັນບຸນຄຼິດສະມາດ. ບັນດາເຄື່ອງປະດັບປະດາດ້ວຍຫຼາຍຮູບຫຼາຍແບບ, ງາມຕາ, ເໝາະກັບຄວາມຕ້ອງການຂອງຜູ້ບໍລິໂພກ. ບັນຍາກາດ “ຜູ້ຂາຍ - ຜູ້ຊື້” ທີ່ຄຶກຄັກຢູ່ຖະໜົນ ຮ່າງມ໊າ. ພວກເພື່ອນໜຸ່ມພາກັບມາຖະໜົນ ຮ່າງມ໊າ ເພື່ອຖ່າຍຮູບ. “ຊານຕາຄອດ” ພວມເລືອກເອົາຂອງຂວັນສຳລັບວັນບຸນຄຼິດສະມາດ. ບັນດາ “ກວາງສົ່ງເຄື່ອງເຕັກໂນໂລຊີ” ຢູ່ຖະໜົນສາຍຕ່າງໆ. ນີ້ກໍ່ແມ່ນໂອກາດທີ່ດີເພື່ອໃຫ້ແຂກທ່ອງທ່ຽວຕ່າງປະເທດໄດ້ມີບັນຍາກາດສຳລັບການຜັກຜ່ອນລະດູໜາວຢູ່ ຮ່າໂນ້ຍ. Từ khóa: ຕອບກັບ ສົ່ງ Xem thêm