ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ ປີ 2023 ຈັດຂຶ້ນໃນລະຫວ່າງ ວັນທີ 17 – 26 ພະຈິກ ຢູ່ຫຼາຍສະຖານທີ່ມໍລະດົກອຸດສາຫະກຳຂອງ ຮ່າໂນ້ຍ, ຄື: ສະຖານີລົດໄຟ ລອງບຽນ, ຂົວລອງບຽນ, ທາດນຳ້ ຮ່າງເດົາ, ສວນສາທາລະນະ ວ້ານຊວນ... ໃນນັ້ນ, ສະຖານີລົດໄຟ ຢາເລີມ ແມ່ນສະຖານທີ່ຫຼັກຂອງງານບຸນປີນີ້. ໃນຂອບເຂດງານບຸນ, ມີປະມານ 10 ເຂດວາງສະແດງສິລະປະໄດ້ ຈັດຂຶ້ນໃນສະຖານີລົດໄຟ. ຜົນງານ “ສວນຢູ່ສະຖານີລົດໄຟ” ແມ່ນໄດ້ເລີ່ມມາຈາກຕົ້ນໄມ້ໃບຫຍ້າທີ່ໄດ້ປົ່ງຂຶ້ນ ອ້ອມແອ້ມບໍລິເວນຂອງສະຖານີລົດໄຟ. ຢູ່ໂຮງຈັກສາຂາເລກ 3 ແລະ ເລກ 5 ແມ່ນໄດ້ຈັດງານຕະຫຼາດນັດເຄື່ອງ ສິລະປະຫັດຖະກຳ ງານວາງສະແດງ ຈັດວາງສິລະປະ “ຄຳຮຽກຮ້ອງ” ຂອງນັກແຕ້ມ ທູເຈິ່ນ ດ້ວຍເຂດວາງສະແດງພາບແຕ້ມໃນໂຮງຈັກສາຂາ 3B1 ບັນດາຜະລິດຕະພັນເຮັດດ້ວຍໄມ້ໄຜ່ຂອງ ຫວໍເຕີ໋ນເຕີນ ມາຈາກ ໂຮ້ຍອານ ປີກທັງຄູ່ ເຮັດດ້ວຍເກີບຕີນລົດ ໄດ້ດຶງດູດໄວໜຸ່ມມາຊົມຢ່າງຫຼວງຫຼາຍ ແຂກທ່ອງທ່ຽວສາກົນມີຄວາມປະທັບໃຈ ຕໍ່ການວາງສະແດງໃນງານບຸນ ແຂກທ່ອງທ່ຽວສາກົນມີຄວາມປະທັບໃຈ ຕໍ່ການວາງສະແດງໃນງານບຸນ ນີ້ກໍ່ແມ່ນສະຖານທີ່ດຶງດູດພໍ່ແມ່ນັກຮຽນ ພາລູກຂອງຕົນມາຊົມເບິ່ງ Pavilion “ເຂດວາງສະແດງສະຖາປັດຕະຍາກຳ ແລະ ສິລະປະ” ດ້ວຍວິທີສະແດງທີ່ໃໝ່ອ່ຽມ ໄດ້ຮັບຄວາມສົນໃຈພິເສດຈາກຜູ້ຊົມ ຕາມຄະນະຈັດຕັ້ງແລ້ວ, ໃນໄລຍະຈັດງານບຸນ ຈະດຳເນີນການເຄື່ອນໄຫວ ວັດທະນະທຳກ່ວາ 60 ຢ່າງ ດ້ວຍ 4 ກິດຈະກຳແນະນຳສະຖາປັດຕະຍາກຳ, ກ່ວາ 20 ເຂດວາງສະແດງ ແລະ ງານວາງສະແດງ, 20 ກອງປະຊຸມສຳມະນາ, ໃນນັ້ນ ມີ 5 ກອງປະຊຸມສຳມະນາສາກົນ, 9 ການເຄື່ອນໄຫວແນະນຳສິລະປະ, ບັນດາເຫດການວົງຄະນະຍາດ, ງານຕະຫຼາດນັດປະດິດຄິດສ້າງ... ຮັບໃຊ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. Từ khóa: VOV VOVworld ປະທັບໃຈ ວັດທະນະທຳ ຕອບກັບ ສົ່ງ Xem thêm