ເນື່ອງໃນໂອກາດສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄືວັນທີ່ 5 ມິຖຸນາ ແລະ ວັນມະຫາສະໝຸດໂລກວັນທີ 8 ມິຖຸນາ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ສົມທົບກັບທູດມະຫາສະໝຸດຂຽວ, ນັກຖ່າຍຮູບ ຫງວຽນຫວຽດຮຸ່ງ ຈັດງານວາງສະແດງຮູບຖ່າຍກ່ຽວກັບຂີ້ເຫຍື້ອ ຢາງປະລາສະຕິກເສດເຫຼືອ “ຈົ່ງກອບກູ້ເອົາທະເລ”. ງານວາງສະແດງທີ່ໄດ້ນຳມາວາງສະແດງຮູບຖ່າຍກວ່າ 100 ແຜ່ນ ເຊິ່ງໄດ້ຮັບການເລືອກເຟັ້ນຈາກຮູບຖ່າຍກວ່າ 3.000 ແຜ່ນໂດຍ ຫງວຽນຫວຽດຮຸ່ງ ຖ່າຍເອົາໃນການເດີນທາງຈາກເໜືອລົງຮອດໃຕ້ ຫວຽດນາມ ເພື່ອຖ່າຍເອົາຂີ້ເຫຍື້ອ ໃນປີ 2018 ຂອງລາວ. ນັກຖ່າຍຮູບ ຫງວຽນຫວຽດຮຸ່ງ (ຜູ້ທີ່ສອງນັບແຕ່ຊ້າຍຫາຂວາ), ຜູ້ໄດ້ຮັບນາມມະຍົດ ທູດມະຫາສະໝຸດຂຽວ. ຮູບຖ່າຍເຫຼົ່ານັ້ນໄດ້ຖືກຈັດຕາມເນື້ອໃນ, ສະຖານທີ່, ວັນເວລາຖ່າຍຮູບ ເພື່ອຜູ້ຊົມສາມາດວາດນຶກເຖິງຮູບພາບສັງລວມ ກ່ຽວກັບສະພາບ ຂີ້ເຫຍື້ອຢາງປະລາສະຕິກເສດເຫຼືອ ຢູ່ລຽບຕາມຝັ່ງທະເລ ຫວຽດນາມ. ການລະຫຼິ້ນບົນຫາດຊາຍທະເລ ຟານຣາງ - ຕິງຖ້ວນ. ແຄມທາງ - ຮ່າຕິ໊ງ. ຕາບແຫ - ແທັງຮວ໊າ. ກັບຄືນມາ - ຊັອກຈັງ. ຈູດຂີ້ເຫຍື້ອເອງ -ເກາະນາມຢູ ກຽນຢາງ. ຈູດ ຂີ້ເຫຍື້ອ - ນິງບິ່ງ. ຊັກຖົງຢາງເພື່ອນຳໃຊ້ຄືນ - ນາມດິ້ງ. ປ່ອຍວ່າວບົນສະຖານທີ່ເກັບຂີ້ເຫຍື່ອ - ບິ່ງຖ້ວນ. ກິນເຂົ້າເຊົ້າ - ກຽນຢາງ. ຫາດຊາຍທະເລຕໍ່ໜ້າເຮືອນ- ແຄັງຮວ່າ. ງານວາງສະແດງໄດ້ຖືກໄຂຂຶ້ນໃນຕອນບ່າຍວັນທີ 4 ມິຖຸນາ ປີ 2019 ຢູ່ເຮືອນເລກທີ 29 ຖະໜົນ ຫ່າງບ່າຍ ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ ແລະ ເປີດປະຕູຮັບໃຊ້ແຂກມາທ່ຽວຊົມ ຈົນກວ່າວັນອາທິດ ວັນທີ 9 ມິຖຸນາ ປີ 2019 ຈຶ່ງຈະອັດລົງ. Từ khóa: VOV VOVworld ຈົ່ງກອບກູ້ເອົາທະເລ ພຽງແຕ່ກະທຳຈຶ່ງສາມາດປ່ຽນແປງໄດ້ເທົ່ານັ້ນ ຕອບກັບ ສົ່ງ Xem thêm