ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້
(VOVWORLD) - ໃນຈຸດເວລາເປົ່າຫວ່າງ, ແມ່ຍິງຊົນເຜົ່າ ລື້, ຢູ່ຕາແສງ ບ້ານຮອນ, ເມືອງ ຕາມເດືອງ, ແຂວງ ລາຍເຈົາ ເຄີຍເຕົ້າໂຮມກັນເພື່ອຕ່ຳຫູກທໍໄໝ. ການເຄື່ອນໄຫວນີ້ບໍ່ພຽງແຕ່ຊ່ວຍໃຫ້ພໍ່ແມ່ປະຊາຊົນຮັກສາອາຊີບຕ່ຳແຜ່ນແພພື້ນເມືອງເທົ່ານັ້ນ, ຫາກຍັງມີລາຍຮັບຕື່ມອີກເພື່ອຮັບປະກັນດຳລົງຊີວິດເປັນປົກກະຕິ.