ໂດຍຫ່າງຈາກເທດສະບານເມືອງ ບັກຮ່າ, ແຂວງ ລາວກາຍ ໄປທາງທິດຕາເວັນຕົກສ່ຽງເໜືອ ປະມານ 16 ກມ, ໃນຊຸມມື້ນີ້, ຕາແສງ ຕາວານຈື ມີຄວາມງາມດັ່ງໃນຝັນ ເມື່ອດອກໝັ້ນເບັ່ງບານຂາວຈຸ່ນພູ່ນຢູ່ທົ່ວເຂດ. ດອກໝັ້ນ ຕາວານ ມີກີບນ້ອຍເປັນເອກະລັກສະເພາະ, ເກສອນສີເຫຼືອງ, ເບັ່ງບານໃນຈຸດເວລາດຽວກັນ. ດອກໝັ້ນ ຕາວານ ຢູ່ ບັກຮ່າ ເບັ່ງຊ້າກວ່າເຂດອື່ນ. ຕາມທຳມະດາ, ປະມານກາງເດືອນ ກຸມພາ ດອກຈຶ່ງເບັ່ງບານ ແລະ ງາມທີ່ສຸດແມ່ນໃນອາທິດທີ 2, ທີ 3, ໂດຍຂຶ້ນກັບສະພາບອາກາດ. ໝາກໝັ້ນ ຕາວານ ສາມາດເກັບກູ້ໄດ້ໃນເດືອນ 6 – 7 (ໄລ່ຕາມຈັນທະປະຕິທິນ). ເມື່ອສຸກ, ໝາກໝັ້ນມີຂະໜາດໜ່ວຍໃຫຍ່, ມີສີອິດງາມຕາ, ມີລົດຊາດຫວານ. ປະຊາຊົນຢູ່ທີ່ນີ້ໄດ້ເລືອກເອົາໝາກໝັ້ນ ຕາວານ ເປັນຜະລິດຕະພັນທີ່ເປັນເອກະລັກສະເພາະ, ນອກຈາກການເກັບໝາກແລ້ວ ຍັງສາມາດພັດທະນາການທ່ອງທ່ຽວຍາມດອກໝັ້ນເບັ່ງບານນຳອີກ. ດອກໄມ້ສີຂາວ, ສະຫຼັບກັບສີບົວຂອງດອກຄາຍ ເຮັດໃຫ້ ຕາວານ ຄືດັ່ງພາບແຕ້ມທີ່ມີສີສັນຫຼາກຫຼາຍຢູ່ທ່າມກາງເຂດໜ່ວຍພູທີ່ກວ້າງໃຫຍ່. ບັນດາຕົ້ນໝາກໝັ້ນໄດ້ປູກຢູ່ທົ່ວເຂດຮ່ອມພູ, ຢູ່ແຄມຮົ້ວເຮືອນ, ເສັ້ນທາງໃນບ້ານ ແລະ ທັງເຂດປ່າທີ່ກວ້າງໃຫຍ່. ແຂກທ່ອງທ່ຽວຖ່າຍຮູບກັບດອກໝັ້ນທີ່ພວມເບັ່ງບານຢູ່ເຂດໜ່ວຍພູ ຕາວັນຈື ໃນສະພາບອາກາດລະດູບານໃໝ່. ເວລາເໝາະສົມທີ່ສຸດເພື່ອມາຢ້ຽມຢາມບັນດາສວນຕົ້ນໝາກໝັ້ນແມ່ນແຕ່ 9 ໂມງເຊົ້າ ຫຼື 1 – 2 ໂມງສວຍ. ທິວທັດທຳມະຊາດທີ່ສະຫງົບງຽບຂອງລະດູບານໃໝ່ຢູ່ ຕາວານຈື. Từ khóa: VOV VOVworld ຕອບກັບ ສົ່ງ Xem thêm