ບັນດາຫຼັງຄາເຮືອນ ຈິງເຕື່ອງ ຂອງຊາວເຜົ່າໄຕ່, ບັນດາທົ່ງນາຢູ່ໃຕ້ຮົ່ມພູຫີນປູນ… ທັງໝົດໄດ້ສ້າງເປັນຄວາມງາມແບບຮົກເຮື້ອແຕ່ດູດດື່ມໃຈທີ່ສຸດຂອງຕາແສງ ຫິ້ວລຽນ. ສິ່ງທີ່ໄດ້ເຮັດໃຫ້ໝູ່ບ້ານທ່ອງທ່ຽວແຫ່ງນີ້ ໄດ້ຮັບລາງວັນຈາກ ເວທີປາໄສທ່ອງທ່ຽວ ອາຊຽນ ບໍ່ພຽງແຕ່ແມ່ນທິວທັດທຳມະຊາດເທົ່ານັ້ນ, ຫາກຍັງແມ່ນພະລັງຊີວິດຂອງວັດທະນະທຳທ້ອງຖິ່ນ, ແມ່ນຄວາມມານະພະຍາຍາມຂອງປະຊາຄົມ ໃນການຮັກສາບັນດາຄຸນຄ່າທີ່ກຳລັງມີຢູ່ນັ້ນດ້ວຍຄວາມເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນ ແລະ ດ້ວຍວີທີເຂົາເຈົ້າດຳລົງຊີວິດໃນແຕ່ລະວັນ. ອ້າຍ ໂງເອິດມ້າວ ເຈົ້າຂອງ Homestay Mao ແບ່ງປັນວ່າ:
ພວກຂ້າພະເຈົ້າໄດ້ຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະທີ່ສຸດຂອງທ້ອງຖິ່ນ. ຄຽງຂ້້າງນັ້ນ ຍັງໄດ້ປົວແປງພື້ນຖານໂຄງລ່າງເພື່ອຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວອີກດ້ວຍ. ພວກຂ້າພະເຈົ້າໄດ້ອະນຸລັກຮັກສາບັນດາຄຸນຄ່າກ່ຽວກັບມູນເຊື້ອວັດທະນະທຳຂອງຊາດຄື: ເຮືອນຮ້ານ, ຮິດຄອງປະເພນີ, ການກິນຢູ່ ແລະ ການເຄື່ອນໄຫວລົງຕົວຈິງຂອງທ້ອງຖິ່ນຈຳນວນໜຶ່ງຄື: ປູກເຂົ້າ, ປູກຕົ້ນໄມ້ ແລະ ອື່ນໆ…
ແຂກທ່ອງທ່ຽວມາຢ້ຽມຢາມຕາແສງ ຫິ້ວລຽນ ບໍ່ພຽງແຕ່ໄດ້ຊອກຫາສະຖານທີ່ check-in ເທົ່ານັ້ນ, ຫາກຍັງເພື່ອຊອກຫາ “ບ້ານວັດທະນະທຳ” ເພື່ອລົງຕົວຈິງ ແລະ ເຊື່ອມຕໍ່ອີກດ້ວຍ. ແຂກທ່ອງທ່ຽວຫຼາຍຄົນໄດ້ແບ່ງປັນວ່າ ສິ່ງທີ່ເຮັດໃຫ້ເຂົາເຈົ້າມີຄວາມຮັກຕໍ່ເຂດດິນແດນແຫ່ງນີ້ ແມ່ນວິທີທີ່ ປຊຊ ໄດ້ເຄົາລົບທຳມະຊາດ, ເຄົາລົບມູນເຊື້ອ ແລະ ເຄົາລົບທັງແຂກທ່ອງທ່ຽວອີກດ້ວຍ, ເຊິ່ງບໍ່ໄດ້ຫັນປັນການຄ້າ, ບໍ່ສັບສົນ. ເອື້ອຍ Larar, ແຂກທ່ອງທ່ຽວມາຈາກ ອາເມລິກາ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນທີ່ສຸດ, ໄດ້ຮັບຊົມບັນດາໝູ່ບ້ານທີ່ສະຫງົບງຽບ, ພົບປະກັບບັນດາ ປຊຊ ຜູ້ເປັນມິດ ແລະ ພິເສດ, ເດັກນ້ອຍໄດ້ເວົ້າ “hello” ແລະ ຍົກມືທັກທາຍກັບພວກຂ້າພະເຈົ້າ. Homestay ມີຄວາມສະດວກສະບາຍທີ່ສຸດ, ອາຫານກໍ່ແຊບ, ທິວທັດທຳມະຊາດກໍ່ສວຍງາມ, ຊາວບ້ານເປັນຜູ້ຮັກແພງແຂກຄົນ…
ໜຶ່ງໃນບັນດາຈຸດທີ່ເຮັດໃຫ້ເວທີປາໄສ ອາຊຽນ ໄດ້ຕີລາຄາສູງຕາແສງ ຫິ້ວລຽນ ນັ້ນແມ່ນການເຂົ້າຮ່ວມຢ່າງຄົບຖ້ວນຂອງປະຊາຄົມ. ຈາກເຈົ້າຂອງ homestay, ຜູ້ຮັບໃຊ້ຕະຫຼອດຮອດກອງສິລະປະກອນ… ທຸກຄົນລ້ວນແຕ່ແມ່ນຊາວທ້ອງຖິ່ນ. ເຂົ້າເຈົ້າບໍ່ໄດ້ສະແດງ, ຫາກກຳລັງດຳລົງຊີວິດຢູ່. ດັ່ງນັ້ນ, ເມື່ອແຂກທ່ອງທ່ຽວມານີ້ ໄດ້ເຂົ້າເຖິງບັນດາການບໍລິການກໍ່ລ້ວນແຕ່ຮູ້ສຶກໄດ້ຄວາມຈິງໃຈ ແລະ ໃກ້ຊິດ.
ໂດຍໄດ້ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທ່າໄດ້ປຽບທີ່ມີຢູ່ແລ້ວເພື່ອພັດທະນາການທ່ອງທ່ຽວ, ທ່ານ ຮ່ວາງມິນຕຽນ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ຫິ້ວລຽນ ແບ່ງປັນວ່າ:
ໃນປີ 2025, ຕາແສງ ຫິ້ວລຽນ ເປັນກຽດໄດ້ຮັບຮູ້ວ່າແມ່ນໝູ່ບ້ານທ່ອງທ່ຽວປະຊາຄົມ ອາຊຽນ. ສຳລັບການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ເປັນຮູບຮ່າງໃນບໍລິເວນ ຕາແສງ ຫິ້ວລຽນ ໃນປະຈຸບັນ, ພວກຂ້າພະເຈົ້າກຳລັງປະຕິບັດການເສີມຂະຫຍາຍຄຸນຄ່າວັດທະນະທຳຂອງປະຊາຄົມຊາວເຜົ່າຢ້າວ ແລະ ໄດ້ສ້າງຕັ້ງ 6 ໜ່ວຍສິລະປະກອນ.
ຕາແສງ ຫິ້ວລຽນ ໄດ້ສ້າງຂີດໝາຍໃນແຜນທີ່ການທ່ອງທ່ຽວພາກພື້ນ. ແຕ່ຄຸນຄ່າໃຫ່ຍຫຼວງທີ່ສຸດຂອງເຂດດິນແດນແຫ່ງນີ້ແມ່ນຢູ່ບ່ອນວ່າ: ຕາແສງ ຫິ້ວລຽນ ບໍ່ໄປຕາມການທ່ອງທ່ຽວທັນສະໄໝ, ຫາກຍັງໄດ້ເລືອກເອົາການເຮັດແບບຊ້າໆ, ໜັກແໜ້ນ ແລະ ເຕັມໄປດ້ວຍສີສັນ.
ປະຊາຄົມຜູ້ເຮັດການທ່ອງທ່ຽວຢູ່ ຕາແສງ ຫິ້ວລຽນ ຍາມໃດກໍ່ຈະຮັກສາບັນດາຄຸນຄ່າທີ່ພວມມີຢູ່ນັ້ນ ເພື່ອແຂກທ່ອງທ່ຽວແຕ່ລະຄົນ, ເມື່ອມາຢ້ຽມຢາມເຂດດິນແດນແຫ່ງນີ້ ລ້ວນແຕ່ໄດ້ເຫັນ, ໄດ້ຮັບຟັງ, ໄດ້ດຳລົງຊີວິດໃນບັນຍາກາດວັດທະນະທຳຂອງທ້ອງຖິ່ນ./.