ພວກນ້ອງໆນັກຮຽນພ້ອມກັນຝືກແອບການອອກສຽງພາສາໄຕ, ຂັບແທນ ແລະ ດິນພິມຕິງ (ພາບ: VOV) |
ພາຍຫຼັງການຮຽນຕອນບ່າຍ, ໃນຫ້ອງຮຽນນ້ອຍໆຂອງໂຮງຮຽນມັດທະຍົມຕອນປາຍ ແທັກອານ ແຂວງ ກາວບັ່ງ, ພວກນ້ອງໆນັກຮຽນພັດພ້ອມກັນຝືກການຂັບແທນ, ດິດພິນຕິ້ງ, ປັບປຸງແຕ່ລະຄຳຮ້ອງ, ແຕ່ລະວິທີອອກສຽງພາສາໄຕ. ນ້ອງ ເຈືອງວຽດຮວ່າງ, ນັກຮຽນຫ້ອງ ມໍ7 D ໃຫ້ຮູ້ວ່າ:
ໃນສະໂມສອນມີຫຼາຍກິດຈະກຳຊ່ວຍໃຫ້ພວກນ້ອງມີໂອກາດໄດ້ເວົ້າພາສາໄຕ. ບັນດາເພື່ອນໃນສະໂມສອນມັກພ້ອມກັນຈັດການຝືກຂັບແທນ, ດິນພິນຕິ້ງ, ແປບັນດາບົດຂຽນ, ບົດຂ່າວຂອງໂຮງຮຽນ ແລະ ຝືກໂອ້ລົມນຳກັນດ້ວຍພາສາ ໄຕ. ປັດຈຸບັນ ພວກເພື່ອນເວົ້າພາສານັບມື້ນັບດີຂຶ້ນ ແລະ ມີຫຼາຍຄົນກໍ່ຮູ້ຂັບແທນ, ດິດພິນຕິ້ງ. ການຂັບແທນ, ດິນພິນຕິ້ງ ຍັງຊ່ວຍໃຫ້ພວກນ້ອງຮຽນຮູ້ພາສາໄຕຫຼາຍປະໂຫຍກໃນບົດເພງອີກດ້ວຍ.
ນັບແຕ່ເດືອນພຶດສະພາ 2025 ມາຮອດປັດຈຸບັນ, ສະໂມສອນ “ພ້ອມກັບນ້ອງຄົ້ນຫາສວນສາທາລະນະທໍລະນີ” ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວ, ໃນນັ້ນພົ້ນເດັ່ນແມ່ນ ການສ້າງບັນດາວີດີໂອໂຄສະນາດ້ວຍພາສາໄຕ, ປະສານສົມທົບພາສາໄຕ - ຫວຽດ ເພື່ອແນໃສ່ໂຄສະນາຄຸນຄ່າວັດທະນະທຳ, ປະຫວັດສາດ ແລະ ທໍລະນີຂອງທ້ອງຖິ່ນ. ບັນດາຜະລິດຕະພັນສື່ມວນຊົນນີ້ບໍ່ພຽງແຕ່ໄດ້ເອົາລົງໃນ Fanpage ໂຮງຮຽນເທົ່ານັ້ນ ຫາກຍັງເອົາລົງໃນ page ຄະນະຊາວໜຸ່ມຕາແສງ ແທັກອານ ແລະ ຄະນະຄຸ້ມຄອງສວນສາທາລະນະທໍລະນີ ດິນແດນ ກາວບັ່ງ ກໍ່ຍັງໄດ້ເອົານຳໃຊ້ເປັນເອກະສານໂຄສະນາຢ່າງເປັນທາງການອີກດ້ວຍ.
ຄູສອນ ຟ້າມທິກວຽນ, ຄູສອນໂຮງຮຽນມັດທະຍົມຕອນປາຍ ແທັກອານ, ແຂວງ ກາວບັ່ງ ຮັບຜິດຊອບສະໂມສອນ “ພ້ອມກັບນ້ອງຄົ້ນຫາສວນສາທາລະນະທໍລະນີ” ໃຫ້ຮູ້ວ່າ:
ວຽກງານທີ່ພວກຂ້າພະເຈົ້າເຫັນໄດ້ຫຼາຍທີ່ສຸດ ນັ້ນແມ່ນການປຸກລຸກນ້ຳໃຈຮັກພາສາແມ່ຂອງພວກນ້ອງໆ, ເຮັດໃຫ້ພວກນ້ອງໆມີຄວາມກະຕືລືລົ້ນຕໍ່ກັບພາສາຂອງຊົນເຜົ່າຕົນຫຼາຍຂຶ້ນ ເຊິ່ງໃນເມື່ອກ່ອນພວກນ້ອງຄິດວ່າ ມັນຫຼ້າຫຼັງ, ບໍ່ເໝາະສົມກັບຍຸກສະໄໝ ແລະ ບໍ່ມີຄົນເວົ້າຫຼາຍ ແຕ່ປັດຈຸບັນພວກນ້ອງໄດ້ຮັກມັນຄືນ. ພວກນ້ອງກໍ່ໄດ້ເລີ່ມກະກຽມຮຽບຮຽງຈິດໃຈມະໂນພາບທີ່ຈະເວົ້າ, ຈະນຳໃຊ້ພາສາ ແລະ ຂ້າພະເຈົ້າເຫັນວ່າ ພວກນ້ອງໄດ້ລົມກັນດ້ວຍພາສາໄຕ ຢູ່ໃນໂຮງຮຽນ. ທາງໂຮງຮຽນກໍ່ພວມຄາດຄະເນຈະຜັນຂະຫຍາຍລາຍການກະຈາຍສຽງພາສາໄຕ ເຂົ້າບັນດາລາຍການຂ່າວຂອງໂຮງຮຽນ
ນັກຮຽນສະໂມສອນ“ພ້ອມກັບນ້ອງຄົ້ນຫາ ສວນສາທາລະນະທໍລະນີ” ເຂົ້າຮ່ວມການຮຳຮຽນ, ຊອກຮູ້ພາສາ, ວັດທະນະທຳແລະ ບັນດາທຳນອງເພງພື້ນເມືອງ ເຜົ່າໄຕ ຢູ່ສະມາຄົມອະນຸລັກຮັກສາ ທຳນອງເພງພື້ນເມືອງບັນດາເຜົ່ານແຂວງ ກາວບັ່ງ (ພາບ: VOV)
|
ການໝູນໃຊ້ເຕັກໂນໂລຢີດີຈີຕອນຕິດພັນກັບການອະນຸລັກຮັກສາພາສາຊົນເຜົ່າເຂົ້າໃນບັນດາຜະລິດຕະພັນສື່ມວນຊົນໂດຍຄູອາຈານ ແລະ ນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍ ແທັກອານ ປະຕິບັດ ໄດ້ສະແດງໃຫ້ເຫັນປະສິດທິຜົນຢ່າງຈະແຈ້ງທີ່ສຸດ. ປະສິດທິຜົນນີ້ບໍ່ພຽງແຕ່ຢູ່ໃນໂຮງຮຽນເທົ່ານັ້ນ ຫາກຍັງແຜ່ລາມອອກສູ່ທົ່ວຕາແສງອີກດ້ວຍ. ເອື້ອຍ ຟານທິຍຸງ ເລຂາຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຕາແສງ ແທັກອານ ໃຫ້ຮູ້ວ່າ:
ໂຄງການຂອງໂຮງຮຽນມັດທະຍົມຕອນປາຍ ແທັກອານ ນີ້ ບໍ່ພຽງແຕ່ເໝາະສົມກັບແຜນນະໂຍບາຍອະນຸລັກຮັກສາພາສາຊົນເຜົ່າຂອງທ້ອງຖິ່ນເທົ່ານັ້ນ ຫາກຍັງເໝາະສົມກັບໄວໜຸ່ມ, ສະມາຊິກຊາວໜຸ່ມຂອງຕາແສງອີກດ້ວຍ. ປັດຈຸບັນ, ໄວໜຸ່ມ, ສະມາຊິກຊາວໜຸ່ມມີຫຼາຍຄົນບໍ່ຄ່ອຍຈະຜູກພັນ ແລະ ຮັກສາພາສາໄຕ ສະນັ້ນ ຜ່ານບັນດາວີດີໂອສອງພາສາ ໄຕ - ຫວຽດນາມ ຄືແນວນີ້ ຈະຊ່ວຍໂຄສະນາກ່ຽວກັບພາສາຊົນເຜົ່າກໍ່ຄືວັດທະນະທຳຂອງທ້ອງຖິ່ນໄດ້ດີກວ່າ.
ຈາກໂຮງຮຽນເຂດພູສູງ, ພາສາໄຕ ພວມໄດ້ປຸກລຸກດ້ວຍເຕັກໂນໂລຢີ ແລະ ດ້ວຍນ້ຳໃຈຄວາມຮັກຂອງໄວໜຸ່ມ. ນັ້ນບໍ່ພຽງແຕ່ແມ່ນເລື່ອງລາວໃນການອະນຸລັກຮັກສາພາສາເທົ່ານັ້ນ ຫາກຍັງແມ່ນວິວັດການຮັກສາສີສັນ ເພື່ອໃຫ້ສຽງເວົ້າຂອງຊົນເຜົ່າໄຕ, ນຸ່ງ ເຂດພູສູງຫວຽດບັກ ໄດ້ຮັບການຟື້ນຟູ, ສືບຕໍ່ດັງຂຶ້ນໃນຊີວິດປັດຈຸບັນ ແລະ ລຸ້ນຄົນໃນອະນາຄົດ.