ມະຫາໄຊລະດູບານໃຫມ່ປີ 1975: ພື້ນຖານເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດໃຫມ່

Hong Van
Chia sẻ

(VOVWORLD) - ຊຸມມື້ນີ້ ປະຊາຊົນ ຫວຽດນາມ ມີຄວາມປິຕິຊົມຊື່ນສະເຫລີມສະຫລອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ. ມະຫາໄຊລະດູບານໃຫມ່ປີ 1975 ແມ່ນໝາກຜົນອັນຍິ່ງໃຫຍ່ຂອງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຂອງເຈດຈຳນົງທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຄວາມຄາດຫວັງສັນຕິພາບ. ພາຍຫລັງເຄິ່ງສັດຕະວັດ, ຈິດໃຈຈອມໄວ, ກ້າຫານ ຂອງການບຸກໂຈມຕີຂະຫນາດໃຫຍ່ໃນເມື່ອກ່ອນ ສືບຕໍ່ໄດ້ພາຊາດ ຫວຽດນາມ ໃນການພິຊິດບັນດາເປົ້າໝາຍໃຫມ່ຂອງສັງກາດບືນຕົວຂຶ້ນ.

ມະຫາໄຊລະດູບານໃຫມ່ປີ 1975: ພື້ນຖານເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດໃຫມ່ - ảnh 1ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ກ່າວຄຳເຫັນທີ່ກອງປະຊຸມສຳມະນາວິທະຍາສາດ "ມະຫາໄຊລະດູບານໃຫມ່ ປີ 1975 ກັບສັງກາດພັດທະນາໃຫມ່ຂອງຊາດ ຫວຽດນາມ. (ພາບ:VOV)

 ໄລຍະ 50 ປີແຫ່ງວັນທ້ອນໂຮມປະເທດຊາດ ແມ່ນວິວັດການເພື່ອໃຫ້ ຫວຽດນາມ ຈົດຈຳບັນດາຫນ້າປະຫວັດສາດອັນສະຫງ່າອົງອາດຂອງປະເທດຊາດ, ຕີລາຄາເອົາບົດຮຽນມາໝູນໃຊ້ໃນວິວັດການສູ້ຊົນສ້າງສາ ແລະ ພັດທະນາປະເທດຊາດ.

ຢັ້ງຢືນຄຸນນະວຸດ, ພູມປັນຍາ ຫວຽດນາມ

ມະຫາໄຊລະດູບານໃຫມ່ປີ 1975 ໄດ້ຢັ້ງຢືນ ຄຸນນະວຸດ ແລະ ພູມປັນຍາ ຫວຽດນາມ ໃນຍຸກສະໄຫມໂຮ່ຈິມິນ, ຢັ້ງຢືນແນວທາງການປະຕິວັດ, ວິທີການຊີ້ນຳນຳພາອັນຖືກຕ້ອງຂອງກົມການເມືອງ, ຄະນະພັກການທະຫານສູນກາງ, ການບໍລິຫານອັນສະດຸ້ງໄວ, ມີໄຫວພິບຂອງກອງບັນຊາໃຫຍ່, ກອງບັນຊາການບັນດາແນວຮົບ, ທຸກບັ້ນຮົບ. ໄຊຊະນະວັນທີ 30 ເມສາ ກໍ່ສະແດງໃຫ້ເຫັນຈິດໃຈມານະພະຍາຍາມຂອງທົ່ວກອງທັບ, ທົ່ວປວງຊົນ, ການປະສານສົມທົບອັນຄ່ອງແຄ້ວໃກ້ຊິດລະຫວ່າງບັນດາກຳລັງສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ລະຫວ່າງທະຫານຫລວງ, ທະຫານທ້ອງຖິ່ນ ແລະ ໝູ່ມະຫາຊົນໃນການບຸກໂຈມຕີ ແລະ ການລຸກຮຶ້ຂຶ້ນ.

        ມະຫາໄຊລະດູບານໃຫມ່ປີ 1975 ຍັງແມ່ນສຸດຍອດຂອງສີລະປະຍຸດສົງຄາມປະຊາຊົນ ຫວຽດນາມ ໄດ້ຮັບການຂະຫຍາຍຕົວ, ປະດິດຄິດສ້າງ, ເພີ່ມພູນຢ່າງຕໍ່ເນື່ອງຜ່ານບັນດາໄລຍະຂອງການຕໍ່ສູ້ກູ້ຊາດ; ການສົມທົບກຳລັງແຮງຂອງບັນດາພາກສ່ວນ, ກຳລັງເພື່ອສ້າງເປັນກຳລັງແຮງອັນໃຫຍ່ຫລວງເພື່ອສຳເລັດຫນ້າທີ່. ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດຢັ້ງຢືນວ່າ:

ມະຫາໄຊລະດູບານໃຫມ່ປີ 1975 ເປັນການພິສູດໂດຍຢັ້ງຢືນແນວທາງການປະຕິວັດທີ່ມີຄວາມເປັນເຈົ້າການ, ປະດິດຄິດສ້າງ, ວິທີການຊີ້ນຳນຳພາອັນຖືກຕ້ອງຂອງພັກ; ແມ່ນໄຊຊະນະຂອງກຳລັງແຮງສົງຄາມປະຊາຊົນ, ສະແດງໃຫ້ເຫັນຢ່າງມີຊີວິດຊີວາຂອງລັດທິຮັກຊາດ ສົມທົບຢ່າງແຫນ້ນແຟ້ນກັບເຈດຈຳນົງທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຄວາມຄາດຫວັງສັນຕິພາບ, ຂອງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສົມທົບກັບກຳລັງແຮງຂອງຍຸກສະໄຫມ

ຫວນຄືນເພື່ອກ້າວໄປໄກກວ່າ

50 ປີ ຜ່ານມາ, ບັນດາຜົນງານດ້ານເສດຖະກິດ, ສັງຄົມ ຊື່ງ ຫວຽດນາມ ບັນລຸໄດ້ ເປັນການພິສູດໃຫ້ເຫັນວ່າ: “ພັກ ໄດ້ມີການເຕີບໂຕຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບຍິ່ງໃຫຍ່ກວ່າ, ປະເທດຊາດເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ຮັ່ງມີສວຍງາມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ນັບມື້ນັບຢັ້ງຢືນ ຫວຽດນາມ ບັນລຸໄດ້ບັນດາຜົນງານອັນຍິ່ງໃຫຍ່ ແລະ ມີຄວາມໝາຍປະຫວັດສາດກວ່າ. “ປະເທດຊາດຍັງບໍ່ທັນມີໄລຍະໃດ ທີ່ກຳລັງແຮງ, ອິດທິພົນຊື່ສຽງ ແລະ ຖານະບົດບາດສາກົນສູງຄືປະຈຸບັນ”. ກ່າວຄຳເຫັນທີ່ພິທີເລິ່ມລົງມືກໍ່ສ້າງ, ສະຫລອງ 80 ກິດຈະກຳ, ໂຄງການຈຸດສຸມແຫ່ງຊາດ ແລະ ບັນດາກິດຈະກຳໃຫຍ່ໃນທົ່ວປະເທດ ເມື່ອວັນທີ 19 ເມສາຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ:

          “ໄລຍະ 50 ປີທ້ອນໂຮມປະເທດຊາດເປັນເອກະພາບ ບໍ່ພຽງແຕ່ແມ່ນໄລຍະເພື່ອຈົດຈຳບັນດາຫນ້າປະຫວັດສາດອັນສະຫງ່າອົງອາດຂອງຊາດ, ຕີລາຄານຳເອົາບົດຮຽນມາໝູນໃຊ້ເທົ່ານັ້ນຫາກຍັງຈົດຈ່ຳວິວັດທະນາການສູ້ຊົນໃນການສ້າງສາ ແລະ ພັດທະນາປະເທດຊາດ, ຫວນຄືນເພ່ືອກ້າວໄກກວ່າ, ຫວນຄືນເພື່ອໃຫ້ເຂັ້ມແຂງກວ່າ, ພ້ອມກັນມຸ່ງເຖິງອະນາຄົດອັນສົດໃສສວຍງາມກວ່າ, ມີຄວາມເຊື່ອໝັ້ນ, ກຳລັງຫນູນຢ່າງແຮງເພື່ອສືບຕໍ່ສຳເລັດພາລະກຳປະຫວັດສາດໃນສັງກາດໃຫມ່, ສັງກາດບືນຕົວຂຶ້ນ, ປະເທດຊາດຮັ່ງມີ ສິວິໄລ ແລະ ວັດທະນາຖາວອນ

ມະຫາໄຊລະດູບານໃຫມ່ປີ 1975: ພື້ນຖານເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດໃຫມ່ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີເລິ່ມລົງມືກໍ່ສ້າງ, ສະຫລອງ 80 ກິດຈະກຳ, ໂຄງການຈຸດສຸມແຫ່ງຊາດ. (ພາບ: VGP/Nhật Bắc)

ໃນໄລຍະປະຕິວັດໃຫມ່, ດ້ວຍຈິດໃຈ ແລະ ຂອບຂະຫນາດອັນຍິ່ງໃຫຍ່ຂອງໄຊຊະນະນວັນທີ 30 ເມສາ ປີ 1975, ຫວຽດນາມ ຈຈະສືບຕໍ່ຮັກສາສະຖຽນລະພາບດ້ານການເມືອງ, ສະພາບແວດລ້ອມສັນຕິພາບ, ສ້າງສາ ແລະ ປົກປັກຮັກສາປະເທດ ສສ ຫວຽດນາມ ໃຫ້ໝັ້ນຄົງ. ຫວຽດນາມ ກໍ່ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວປວງຊົນທັງຊາດ ຢ່າງບໍ່ຢຸດຢັ້ງ, ໝູນໃຊ້ “ຈິດໃຈຈອມໄວຂອງໄຊຊະນະວັນທີ 30 ເມສາປີ 1975 ເຂົ້າໃນການປະຕິບັດບັນດາເປົ້າໝາຍເສດຖະກິດສັງຄົມຢ່າງມີໄຊ, ສຸມໃສ່ຍູ້ແຮງການພັດທະນາເສດຖະກິດ. ຈິດໃຈຂອງໄຊຊະນະນວັນທີ 30 ເມສາປີ 1975 ຈະແມ່ນກຳລັງຫນູນເພື່ອໃຫ້ປະຊາຊົນ ຫວຽດນາມ, ພາຍໃຕ້ການນຳພາຂອງພັກ ຈະປະຕິບັດບັນດາເປົ້າໝາຍດັ່ງກ່າວຢ່າງມີໄຊ.

ຕອບກັບ