ວິ​ສາ​ຫ​ະ​ກິດ ຫວຽດ​ນາມ ໝູນໃຊ້​ສັນ​ຍາ EVFTA ​ເປັນ​ຢ່າງ​ດີ

Chia sẻ
(VOVWORLD) -ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EU) (EVFTA) ມີຜົນສັກສິດນັບແຕ່ວັນທີ 1 ສິງຫາ 2020. ພາຍຫຼັງ ການປະຕິບັດສັນຍາມາເປັນເວລາ 2 ປີກໍ່ແມ່ນໄລຍະເວລາ ເຊິ່ງເສດຖະກິດໂລກ ແລະ ຫວຽດນາມ ປະເຊີນໜ້າກັບບັນດາການຜັນແປທີ່ບໍ່ເຄີຍມີມາກ່ອນ, ນັບແຕ່ເກີດພະຍາດໂຄວິດ - 19 ກໍ່ໄດ້ເຮັດໃຫ້ລະບົບສະໜອງທົ່ວໂລກຂາດວັກຂາດຕອນ, ຕະຫຼອດຮອດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດ ຫວຽດນາມ ຍັງຍາດແຍ່ງທ່າໄດ້ປຽບຈາກສັນຍາ EVFTA ຊ່ວຍການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ EU ມີການພັດທະນາດີພໍສົມຄວນ, ພ້ອມກັນນັ້ນກໍ່ແມ່ນຊຸກຍູ້ການສົ່ງອອກ ຫວຽດນາມ ໄປຍັງບັນດາຕະຫຼາດຄູ່ຮ່ວມມື.

ວິ​ສາ​ຫ​ະ​ກິດ ຫວຽດ​ນາມ ໝູນໃຊ້​ສັນ​ຍາ EVFTA ​ເປັນ​ຢ່າງ​ດີ - ảnh 1ກອງປະຊຸມສຳມະນາ “ຕີລາຄາສອງປີແຫ່ງການປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ຢູ່ ຫວຽດນາມ ນັບແຕ່ແງ່ມູມວິສາຫະກິດ” 

ຢູ່ກອງປະຊຸມສຳມະນາ “ຕີລາຄາສອງປີແຫ່ງການປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ຢູ່ ຫວຽດນາມ ນັບແຕ່ແງ່ມູມວິສາຫະກິດ” ທີ່ໄດ້ດຳເນີນໃນວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ມີບົດລາຍງານ, ໃນນັ້ນຢັ້ງຢືນວ່າມີວິສາຫະກິດ ຫວຽດນາມ ເຖິງ 94%  ທີ່ຮູ້ຈັກເຖິງ EVFTA. ນີ້ແມ່ນຕົວເລກສູງທີ່ສຸດໃນບັນດາສັນຍາການຄ້າເສລີ ເຊິ່ງ ຫວຽດນາມ ພວມປະຕິບັດ.

ຕາມຕົວເລກສະຖິຕິມະຫາພາກ, ສັນຍາໄດ້ປະກອບສ່ວນສຳຄັນ ຊ່ວຍການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ EU ພັດທະນາດີພໍສົມຄວນ. ໄປຄຽງຄູ່ກັນນັ້ນ, ກໍ່ປະກອບສ່ວນຊຸກຍູ້ການສົ່ງອອກ ຫວຽດນາມ ໄປຍັງບັນດາຕະຫຼາດຄູ່ຮ່ວມມື. ມີສິນຄ້າສົ່ງອອກຫຼາຍປະເພດຂອງ ຫວຽດນາມ ທີ່ສົ່ງອອກໄປຍັງຕະຫຼາດ EU  ໄດ້ຮັບຮູ້ວ່າມີການເຕີບໂຕທີ່ເປັນໜ້າປະທັບໃຈ. ສິນຄ້າປະເພດໃໝ່ຈຳນວນໜຶ່ງທີ່ສົ່ງໄປຍັງຕະຫຼາດ EU ໃນໄລຍະນີ້ກໍ່ມີການເຕີບໂຕສູງ ຄື: ເຂົ້າສານ, ຜະລິດຕະພັນຈາກໄມ້ໄຜ່, ຫວາຍ, ຜື ຜັກ, ໝາກໄມ້…

ເພາະສະນັ້ນ, ຍອດວົງເງິນສົ່ງອອກ ຈາກຫວຽດນາມ ໄປຍັງ EU ບັນລຸກ່ວາ 83 ຕື້ USD, ສູງກ່ວາ 24% ເມື່ອທຽບໃສ່ກັບວົງເງິນການສົ່ງອອກໄລ່ສະເລ່ຍໄລຍະປີ 2016 – 2019. ທ່ານນາງ ຫງວຽນທິທູຈາງ, ຫົວໜ້າສູນການຄ້າສາກົນ ແລະ ເຊື່ອມໂຍງຂຶ້ນກັບ VCCI, ຕີລາຄາວ່າ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ວິສາຫະກິດ ຫວຽດນາມ:

ຜົນປະໂຫຍດລະອຽດເຊິ່ງວິສາຫະກິດ ໄດ້ຮັບຈາກ EVFTA ແມ່ນກ່ຽວກັບບຸລິມະສິດທາງດ້ານພາສີໃຫ້ແກ່ສິນຄ້າສົ່ງອອກ, ນຳເຂົ້າ, ແມ່ນຜົນປະໂຫຍດຫຼາຍທີ່ສຸດ. ບັນດາວິສາຫະກິດ ກໍ່ຕີລາຄາສູງບັນດາຜົນປະໂຫຍດທາງອ້ອມຄື: ມີກາລະໂອກາດຮ່ວມມືຕື່ມອີກ, ເຊື່ອມຕໍ່ ຫຼືຈຳນວນໃບສັ່ງສິນຄ້າທີ່ມີລາຍຮັບຜົນກຳໄລຂອງວິສາຫະກິດເພີ່ມຂຶ້ນ ຍ້ອນມີການເຊັນສັນຍາສະບັບນີ້.

EU ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີມາດຕະຖານສູງ, ແຕ່ລະດັບເບີກຈ່າຍກໍ່ສູງຫຼາຍ, ດັ່ງນັ້ນ ນີ້ຈະແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຂຸດຄົ້ນ, ຍາດແຍ່ງກາລະໂອກາດແຊກຊືມເຂົ້າຕະຫຼາດ. ເພາະສະນັ້ນ, ໝາກຜົນການສຳຫຼວດຂອງວິສາຫະກິດ 500 ແຫ່ງໂດຍ VCCI ປະຕິບັດສະແດງໃຫ້ເຫັນວ່າ ໃນອະນາຄົດ, ມີ 76% ວິສາຫະກິດຖືວ່າ EVFTA ແລະ ບັນດາສັນຍາ FTA ຈະມີຜົນກະທົບຕໍ່ແງ່ຫວັງດຳເນີນທຸລະກິດໃນໄລຍະ 3 ປີຈະມາເຖິງ, ສ່ວນຫຼາຍຮູ້ສຶກປະເອີບໃຈວ່າ ນີ້ຈະແມ່ນຜົນກະທົບທີ່ຕັ້ງໜ້າ. ການເປັນເຈົ້າການໃນສະຕິຄວາມຮັບຮູ້ ແລະ ການກະທຳຂອງວິສາຫະກິດ ແມ່ນເງື່ອນໄຂທີ່ມີຄວາມຈຳເປັນ ແລະ ບັນດາຄວາມມານະພະຍາຍາມປັບປຸງຄວາມສາມາດໃນການແກ້ງແຍ່ງແມ່ນເງື່ອນໄຂຄົບຖ້ວນ, ເພື່ອໃຫ້ວິສາຫະກິດອາດຈະປະຕິບັດການຫັນບັນດາຜົນປະໂຫຍດມາຈາກ EVFTA ຫຼື ບັນດາສັນຍາ FTA ເວົ້າລວມ ໃຫ້ປະກົດຜົນເປັນຈິງ. ຜ່ານນັ້ນ, ກໍ່ສ້າງແຜນການພັດທະນາຕະຫຼາດ ໃຫ້ແກ່ຜະລິດຕະພັນແຕ່ລະປະເພດເຂົ້າໄປຍັງ EU.

ໃນໄລຍະຈະມາເຖິງ, ເພື່ອສືບຕໍ່ຂຸດຄົ້ນບັນດາທ່າໄດ້ປຽບຈາກ EVFTA, ນັກຊ່ຽວຊານດ້ານເສດຖະກິດສະເໜີວ່າ ຕ້ອງເພີ່ມທະວີປະສິດທິຜົນວຽກງານປະຕິບັດສັນຍາ EVFTA, ສ້າງ, ປັບປຸງເອກະສານນິຕິກຳທີ່ກ່ຽວຂ້ອງ, ສືບຕໍ່ໂຄສະນາ, ຖະແຫຼງຂ່າວກ່ຽວກັບ EVFTA ຢ່າງເລິກເຊິ່ງ, ຕາມແຕ່ລະຂະແໜງ, ຂົງເຂດ. ການຍູ້ແຮງການລົງທຶນຜະລິດວັດຖຸດິບຕອບສະໜອງຫຼັກການ, ຕົ້ນກຳເນີດກໍ່ແມ່ນເນື້ອໃນທີ່ຕ້ອງໄດ້ຮັບຄວາມເອົາໃຈໃສ່. ທ່ານນາງ ຫງວຽນເກິມຈາງ, ຮອງຫົວໜ້າກົມສົ່ງອອກນຳເຂົ້າ, ກະຊວງອຸດສາຫະກຳການຄ້າຫວຽດນາມ ເໜັ້ນໜັກວ່າ ບັນດາວິສາຫະກິດ ຕ້ອງສ້າງແຜນການຢ່າງມີແບບມີແຜນເພື່ອພັດທະນາຕະຫຼາດຂອງວິສາຫະກິດ ໃຫ້ແກ່ຜະລິດຕະພັນແຕ່ລະປະເພດທີ່ສົ່ງໄປຍັງ EU:

ຂໍ້ສະເໜີແນະສຳລັບວິສາຫະກິດແມ່ນຕ້ອງມີຄວາມເປັນເຈົ້າການຂອງວິສາຫະກິດ, ເປັນເຈົ້າການໃນການກຳແໜ້ນຂໍ້ມູນການຫຼຸດພາສີອາກອນ, ບັນດາຫຼັກການທີ່ກ່ຽວຂ້ອງເຖິງ EVFTA; ເປັນເຈົ້າໃນການແຜນການຜະລິດຳເນີນທຸລະກິດ, ກໍ່ຄືມອບສົ່ງສິນຄ້າ. ຖັດຈາກນັ້ນແມ່ນຄວາມເປັນເຈົ້າການໃນການປ່ຽນແປງໃໝ່ຕົນເອງ, ສ້າງບັນດາຜະລິດຕະພັນທີ່ມີເຄື່ອງໝາຍການຄ້າ, ມີຄຸນນະພາບ, ມີມູນຄ່າເພື່ອໃຫ້ພວກເຮົາອາດຈະມຸ່ງໄປເຖິງການສົ່ງອອກແບບຍືນຍົງ.

ກາລະໂອກາດຊຸກຍູ້ການສົ່ງອອກໄປຍັງ EU ຜ່ານ EVFTA ແມ່ນໃຫຍ່ຫຼວງທີ່ສຸດ, ເພາະສະນັ້ນ, ຝ່າຍລັດຕ້ອງສືບຕໍ່ມີບັນດານະໂຍບາຍໜູນຊ່ວຍວິສາຫະກິດຫຼາຍກ່ວາອີກ ຜ່ານການພັດທະນາລະບົບຂໍ້ມູນການຕະຫຼາດ. ທາງວິສາຫະກິດ ຫວຽດນາມ ກໍ່ພວມຕັ້ງໜ້າ, ເປັນເຈົ້າກ່ວາອີກໃນການກຳແໜ້ນຂໍ້ມູນ, ເຂົ້າຮ່ວມລະບົບສະໜອງຢ່າງເລິກເຊິ່ງ, ຍູ້ແຮງການສົ່ງອອກໄປຍັງຕະຫຼາດ EU ກ່ວາອີກ.

ຕອບກັບ