ມີຫຼາຍ​ຮູບ​ແບບ Startup “ຂຽວ” ປະ​ສົບ​ຜົນ​ສຳ​ເລັດ​ຈາກ​ແຜນ​ຮ່າງ​ໜູນ​ຊ່ວຍ​ແມ່​ຍິງ Startup

Chia sẻ
(VOVWORLD) -ຫຼາຍປີມານີ້, ຫວຽດນາມ ໄດ້ຕັ້ງໜ້າຊຸກຍູ້ຍຸດທະສາດພັດທະນາພື້ນຖານເສດຖະກິດຂຽວ ດ້ວຍຈຸດສຸມແມ່ນປ່ອຍທາດກາກບອນຢູ່ລະດັບຕ່ຳ, ປະຢັດຊັບພະຍາກອນທຳມະຊາດ, ນຳໃຊ້ພະລັງງານຢ່າງມີປະສິດທິຜົນ, ສ້າງວຽກເຮັດງານທຳ ແລະ ຮັບປະກັນຄວາມຍຸຕິທຳສັງຄົມ. ໃນນັ້ນ, ມີນັກທຸລະກິດຍິງຫຼາຍຄົນ, ວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ ໄດ້ປະສົບຜົນສຳເລັດດ້ວຍຮູບແບບ Startup ຂຽວ ຍ້ອນໂຄງການໜູນຊ່ວຍແມ່ຍິງ Startup ໄລຍະ 2017 – 2025 ຂອງ ລັດຖະບານ (ປະກາດໃຊ້ນັບແຕ່ເດືອນມິຖຸນາ 2017).

ມີຫຼາຍ​ຮູບ​ແບບ Startup “ຂຽວ” ປະ​ສົບ​ຜົນ​ສຳ​ເລັດ​ຈາກ​ແຜນ​ຮ່າງ​ໜູນ​ຊ່ວຍ​ແມ່​ຍິງ Startup - ảnh 1ຂັ້ນຕອນຕັດຫຍິບຖົງຄືນໃໝ່ຂອງ Green Life ຮະລອງ (ພາບ:  baoquangninh.com.vn)

ໜຶ່ງໃນບັນດາໜ້າທີ່ ແລະ ມາດຕະການຈຸດສຸມຂອງແຜນຮ່າງໜູນຊ່ວຍແມ່ຍິງ Startup ໄລຍະ 2017 – 2025 ແມ່ນໜູນຊ່ວຍແມ່ຍິງປ່ຽນແປງໃໝ່, ປະດິດຄິດສ້າງ ພັດທະນາການດຳເນີນທຸລະກິດ ແລະ Startup. ບົນພື້ນຖານແຜນຮ່າງ, ສະມາຄົມແມ່ຍິງທຸກຂັ້ນໃນທົ່ວປະເທດ ໄດ້ໜູນຊ່ວຍແມ່ຍິງກ່ວາ 14.500 ຄົນ ເລີ່ມດຳເນີນທຸລະກິດ. ໃນນັ້ນ, ມີຫຼາຍຮູບແບບ Startup ຂຽວທີ່ປະສົບຜົນສຳເລັດຂອງ ແມ່ຍິງຫວຽດນາມ ໄດ້ຮັບຮູ້ ແລະ ທະວີຄູນໃນວົງກ້ວາງຄື: ໂຮງງານຕັດຫຍິບຣີໄຊໂຄ Green Life (ຮະລອງ, ກ໋ວາງນິງ) ຂອງເອື້ອຍ ເຈິ່ນທິເຮືອງ, ຮູບແບບ “ຜະລິດຕະພັນຊີວະພາບນາໆປະໂຫຍດ” ໂດຍໄດ້ຮັບການຜະລິດຈາກສິ່ງເສດເຫຼືອອົງຄະທາດຂອງພືດ ກາຍເປັນນ້ຳຢາລ້າງຖ້ວຍຊີວະພາບ…

ສາຍເຫດຂອງບັນດາຮູບແບບ Startup ຂຽວ ປະສົບຜົນສຳເລັດໂດຍແມ່ຍິງເປັນເຈົ້າຂອງ ນັ້ນແມ່ນ ຄວາມຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ມີການຮ່ຳຮຽນຢ່າງບໍ່ຢຸດຢັ້ງ, ກ້າຄິດກ້າທຳ, ກ້າໝູນໃຊ້ຜົນງານວິທະຍາສາດເຕັກໂນໂລຢີ… ເອືຶ້ອຍ ຟ້າມທິຮົ່ງງາ, ຫົວໜ້າໂຄງການປູກດອກໄມ້ ແລະ ຜະລິດນ້ຳຫອມດອກກຸລາບ ຕາມທິດອົງຄະທາດ, ເຊິ່ງແມ່ນໜຶ່ງໃນບັນດາຮູບແບບ Startup ຂຽວ ໂດຍແມ່ຍິງແມ່ນເຈົ້າຂອງ ທີ່ໄດ້ຮັບການເຊີດຊູໃນການແຂ່ງຂັນແມ່ຍິງ Startup ປີ 2020 ແບ່ງປັນວ່າ:

ມາດຕະຖານອົງຄະທາດ ຕ້ອງມີຫຼາຍປັດໄຈຄື ແນວພັນ, ດິນຟ້າອາກາດ. ດ້ວຍສະພາບອາກາດທີ່ປ່ຽນແປງຢ່າງສັບສົນຄືຢູ່ ທ໊າຍງວຽນ,  ສິ່ງຈຳເປັນທີ່ສຸດແມ່ນ ໃນຈຸດເວລາແດດຮ້ອນຕ້ອງມີເຕັກນິກໃນການບົວລະບັດຕົ້ນໄມ້ໃຫ້ເປັນຢ່າງດີ, ເຊິ່ງຍັງຄົງຮັບປະກັນໄດ້ກົນໄກອົງຄະທາດ, ຈຶ່ງສ້າງລະບົບມູນຄ່າໃຫ້ແກ່ຜະລິດຕະພັນໄດ້. ໂຄງການນີ້ ໂດຍສະມາຄົມໜູນຊ່ວຍ ແລະ ຜັນຂະຫຍາຍ . ພວກຂ້າພະເຈົ້າຈະສືບຕໍ່ລົງທຶນ ເຄື່ອງຈັກ, ຕິດຕັ້ງວັດຖຸອຸປະກອນຕື່ມອີກ ເພື່ອພັດທະນາເຄື່ອງໝາຍການຄ້າຂອງຕົນໃຫ້ດີກ່ວາອີກ, ນຳຜະລິດຕະພັນອອກສູ່ຕະຫຼາດໃຫ້ຫຼາຍກ່ວາອີກ.

ສ່ວນທ່ານນາງ ເລທິກິມເກືອງ, ຜູ້ອຳນວຍການບໍລິສັດລົງທຶນ ໝີກິມ ຈຳກັດ - ຫົວໜ່ວຍປະດິດສ້າງລະບົບປູກພືດຜັກເຮືອນຮົ່ມ ຖືວ່າ ການພັດທະນາເສດຖະກິດ ຂຽວ, ເປັນມິດກັບສິ່ງແວດລ້ອມ ແມ່ນ ທ່າອ່ຽງ ຂອງອະນາຄົດ:

ໃນອະນາຄົດ, ເນື້ອທີ່ດິນປູກຜັກຈະຖືກຮັດແຄບລົງ ຍ້ອນສິ່ງແວດລ້ອມຖືກມົນລະຜິດ, ກໍ່ຜົນສະທ້ອນຕໍ່ແຫຼ່ງນ້ຳ, ດິນຟ້າອາກາດ. ເລື່ອງພັດທະນາກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ ຈະແມ່ນທ່າອ່ຽງ. ເພາະສະນັ້ນ,  ການ ປູກຜັກໃນເຮືອນຮົ່ມໄດ້ກຳເນີດຂຶ້ນ. ທຸກໆຜະລິດຕະພັນເມື່ອໄດ້ຮັບການວາງຂາຍຢູ່ຖ້ານຜັກ 3S ລ້ວນແຕ່ມີໃບຢັ້ງຢືນ, ໂດຍສະເພາະຜະລິດຕະພັນຜັກໝາກໄມ້ ແມ່ນມີປະກັນໄພໃຫ້ແກ່ຜູ້ບໍລິໂພກ ເພື່ອພິສູດຜະລິດຕະພັນທີ່ມີຄວາມປອດໄພຢ່າງສິ້ນເຊິງ.

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ບັນດາຂໍ້ລິເລີ່ມໜູນຊ່ວຍແມ່ຍິງ Startup ນັບມື້ນັບເອົາໃຈໃສ່ເຖິງຂົງເຂດກະສິກຳ ແລະ ແມ່ຍິງຢູ່ເຂດຊົນນະບົດ. ຕາມນັ້ນແລ້ວ, ສະມາຄົມແມ່ຍິງທຸກຂັ້ນ ກໍ່ໄດ້ຍູ້ແຮງການຈັດຕັ້ງບັນດາຊຸດຝຶກອົບຮົມຖ່າຍທອດວິທະຍາສາດເຕັກນິກ, ໝູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຢີ ເຂົ້າໃນການຜະລິດກະສິກຳ, ຄ້ຳປະກັນການໜູນຊ່ວຍກູ້ຢຶມເງິນລົງທຶນເຂົ້າໃນການຜະລິດ, ດຳເນີນທຸລະກິດ, ໜູນຊ່ວຍການສ້າງບັນດາກຸ່ມຄົນທີ່ມີຄວາມນິຍົມຊົມຊອບ, ກຸ່ມຮ່ວມມື, ບັນດາຮູບແບບພັດທະນາເສດຖະກິດ, ນຳໃຊ້ຜະລິດຕະພັນກະເສດຢ່າງປອດໄພ… ດັ່ງນັ້ນ, ນັບມື້ນັບມີຫຼາຍຜະລິດຕະພັນກະເສດ ຂຽວ ແລະ ປອດໄພ. ທ່ານນາງ ຫວໍອາຍຮ່ວາ, ຮອງປະທານສະຫະພັນແມ່ຍິງ ແຂວງ ບັ້ນແຈ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໜູນຊ່ວຍສະມາຊິກສະຫະພັນແມ່ຍິງ, ວິສາຫະກິດແມ່ຍິງໃນການຈົດທະບຽນຍີ່ຫໍ້, ເຂົ້າຮ່ວມໂຄງການ “ໜຶ່ງຕາແສງໜຶ່ງຜະລິດຕະພັນ” (OCOP). ນອກຈາກນັ້ນ, ສຳລັບໂຄງການຮ່ວມເດີນທາງ, Startup, ພັດທະນາວິສາຫະກິດ, ສະຫະພັນແມ່ຍິງ ກໍ່ສຸມໃສ່ຫຼາຍການເຄື່ອນໄຫວ, ໃນນັ້ນພວກຂ້າພະເຈົ້າໄດ້ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ຈັດຕັ້ງການຝຶກແອບ, ແນະນຳບັນດາຂັ້ນຕອນໃຫ້ແກ່ເອື້ອຍນ້ອງ, ເພື່ອຜະລິດຕະພັນບັນລຸໄດ້ມາດຖານ, ຄຸນນະພາບ, ໃນນັ້ນບັນລຸໄດ້ໃບຢັ້ງຢືນຜະລິດຕະພັນ OCOP.

ເລື່ອງ Startup ຍັງໄດ້ຮັບຖືວ່າແມ່ນບັນຫາຍາກ, ສຳລັບແມ່ຍິງຍິ່ງມີຄວາມທ້າທາຍກ່ວາຫຼາຍ. ແຕ່ຕາມຄວາມຈິງແລ້ວ, ປັດຈຸບັນ ນັບມື້ນັບມີແມ່ຍິງຫຼາຍຄົນ Startup ປະສົບຜົນສຳເລັດ ໃນຫຼາຍຂົງເຂດທີ່ແຕກຕ່າງກັນ, ພົ້ນເດັ່ນຂຶ້ນແມ່ນບັນດາຮູບແບບເສດຖະກິດຂຽວ, ເປັນມິດກັບສິ່ງແວດລ້ອມຕາມໂຄງການໜູນຊ່ວຍແມ່ຍິງ Startup ໄລຍະ 2017 - 2025. ບັນດາຮູບແບບ Startup ຂຽວທີ່ປະສົບຜົນສຳເລັດ ຂອງແມ່ຍິງ ບໍ່ພຽງແຕ່ແຜ່ກະຈາຍຈິດໃຈ Startup ໃນປະຊາຄົມ, ເປັນຕົ້ນແມ່ນແມ່ຍິງເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນຍຸດທະສາດພັດທະນາເສດຖະກິດແບບຍືນຍົງຂອງ ຫວຽດນາມ ຢ່າງແທ້ຈິງ ແລະ ມີປະສິດທິຜົນ.

ຕອບກັບ