ມົກເຈົາ ມຸ່ງໄປເຖິງເຂດຕົວເມືອງສີຂຽວ, ຈຸດສຸມການທ່ອງທ່ຽວແຫ່ງຊາດ

Tuyet Lan, Thu Thuy, Vinh Phong
Chia sẻ
(VOVWORLD) - “ສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າ ອາຊີ” ແລະ “ສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າໂລກ” - ແມ່ນບັນດາການຕີລາຄາທີ່ເປັນກຽດ, ເປັນລາງວັນອັນສູງສົ່ງເຊິ່ງເມືອງ ມົກເຈົາ, ແຂວງ ເຊີນລາ ໄດ້ຮັບໃນປີ 2022.
ມົກເຈົາ ມຸ່ງໄປເຖິງເຂດຕົວເມືອງສີຂຽວ, ຈຸດສຸມການທ່ອງທ່ຽວແຫ່ງຊາດ - ảnh 1(ເມືອງ ມົກເຈົາ ສືບຕໍ່ໂຄສະນາ, ຂຸດຄົ້ນ, ເສີມຂະຫຍາຍບັນດາຄຸນຄ່າທຳມະຊາດ, ວັດທະນະທຳ, ການທ່ອງທ່ຽວ)

ເມືອງ ມົກເຈົາ, ແຂວງ ເຊີນລາ ພວມສຸມໃສ່ລົງທຶນພື້ນຖານໂຄງລ່າງ ແລະ ບັນດາເງື່ອນໄຂອື່ນໆ, ສູ້ຊົນກາຍເປັນເທດສະບານເມືອງໃນປີ 2025. ພ້ອມກັນນັ້ນ, ທາງເມືອງກໍ່ຍູ້ແຮງການພັດທະນາການທ່ອງທ່ຽວຕາມທິດຍືນຍົງ; ສ້າງເຂດຕົວເມືອງທ່ອງທ່ຽວອັດສະລິຍະ, ສືບຕໍ່ຜັນຂະຫຍາຍບັນດາເນື້ອໃນ ມຸ່ງໄປເຖິງເປົ້າໝາຍແມ່ນໜຶ່ງໃນບັນດາເຂດຕົວເມືອງຈຸດສຸມກ່ຽວກັບການທ່ອງທ່ຽວແຫ່ງຊາດ.

“ສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າ ອາຊີ” ແລະ “ສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າໂລກ” - ແມ່ນບັນດາການຕີລາຄາທີ່ເປັນກຽດ, ເປັນລາງວັນອັນສູງສົ່ງເຊິ່ງເມືອງ ມົກເຈົາ, ແຂວງ ເຊີນລາ ໄດ້ຮັບໃນປີ 2022. ຈາກຂີດໝາຍສຳຄັນນັ້ນ, ເມືອງ ມົກເຈົາ ສືບຕໍ່ໂຄສະນາ, ຂຸດຄົ້ນ, ເສີມຂະຫຍາຍບັນດາຄຸນຄ່າທຳມະຊາດ, ວັດທະນະທຳ, ການທ່ອງທ່ຽວ, ຕັດສິນໃຈນຳເຂດພູພຽງທີ່ສວຍງາມນີ້ບືນຕົວຂຶ້ນສູ່ລະດັບສູງໃໝ່ໃນຊຸມປີຈະມາເຖິງ. ທ່ານນາງ ຫງວຽນທິຮວາ ຮອງປະທານຄະນະກຳມະການປະຊາຊົນເມືອງ, ໃຫ້ຮູ້ວ່າ:

“ຂ້າພະເຈົ້າຄິດວ່າ ເລື່ອງສູ້ຊົນບັນລຸໄດ້ນາມມະຍົດແມ່ນຍາກຢູ່ແລ້ວ, ແຕ່ການຮັກສາໄວ້ໄດ້ຍິ່ງເປັນການຍາກກວ່າ. ສະນັ້ນ, ໃນໄລຍະຈະມາເຖິງ, ມົກເຈົາ ກຳນົດວ່າ ຈະສຸມໃສ່ຄຸ້ມຄອງບັນດາແຜນຜັງເຊິ່ງໄດ້ຮັບອະນຸມັດຜ່ານໃຫ້ເປັນຢ່າງດີ; ສືບຕໍ່ດຶງດູດບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນໃນຂົງເຂດທ່ອງທ່ຽວ; ພ້ອມທັງຍູ້ແຮງວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຮັບປະກັນການທ່ອງທ່ຽວ ມົກເຈົາ ໃຫ້ເປັນມືອາຊີບຢ່າງແທ້ຈິງ, ເປັນສີຂຽວ, ເປັນສະຖານທີ່ທ່ອງທ່ຽວເຊິ່ງແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດນິຍົມຊົມຊອບຕະຫຼອດໄປ”.

ມົກເຈົາ ມຸ່ງໄປເຖິງເຂດຕົວເມືອງສີຂຽວ, ຈຸດສຸມການທ່ອງທ່ຽວແຫ່ງຊາດ - ảnh 2(ຂົວແກ້ວ ແບັກລອງ)

ເຂດທ່ອງທ່ຽວ ມົກເຈົາ Island, ດ້ວຍຈຸດພົ້ນເດັ່ນແມ່ນຂົວແກ້ວ ແບັກລອງ, ໂດຍອົງການ Guinness ໂລກ ໄດ້ຮັບຮອງວ່າແມ່ນຂົວຍ່າງທີ່ມີພື້ນເຮັດດ້ວຍແກ້ວຍາວທີ່ສຸດໃນໂລກ, ເຊິ່ງຫາກໍ່ນຳເຂົ້າໃຊ້ການເປັນເວລາ 1 ປີມານີ້, ແຕ່ໄດ້ກາຍເປັນສະຖານທີ່ ທີ່ບໍ່ອາດພາດໂອກາດແວ່ຢາມສຳລັບແຂກທ່ອງທ່ຽວແຕ່ລະຄົນ ເມື່ອມີໂອກາດມາຢ້ຽມຢາມເຂດພູພຽງ ມົກເຈົາ, ທ່ານ ມາຍຈີເຕ້ວ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນທ່ອງທ່ຽວ 26 ມົກເຈົາ, ຖືວ່າ ໃນ 6 ເດືອນຕົ້ນປີ 2023, ມີແຂກທ່ອງທ່ຽວກວ່າ 100.000 ເທື່ອຄົນມາຢ້ຽມຢາມຢູ່ເຂດທ່ອງທ່ຽວນີ້. ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂອງປະຊາຊົນ ແລະ ແຂກທ່ອງທ່ຽວ, ຫົວໜ່ວຍຈະສືບຕໍ່ເປີດກວ້າງຂອບເຂດຕື່ມອີກ 15 ເຮັກຕາ, ດ້ວຍທິດນຳສະເໝີຕົ້ນສະເໝີປາຍທີ່ວ່າ ການທ່ອງທ່ຽວສີຂຽວ, ປອດໄພ ແລະ ຍືນຍົງ. ທ່ານ ມາຍຈີເຕ້ວ, ໃຫ້ຮູ້ວ່າ:

“ປະຈຸບັນ, ພວກຂ້າພະເຈົ້າພວມເຮັດລະບຽບການກ່ຽວກັບການດັດປັບແຜນນະໂຍບາຍລົງທຶນໃຫ້ສຳເລັດ. ຫຼັງຈາກນັ້ນ ຈະປະຕິບັດການລົງທຶນ, ນຳບັນດາຜະລິດຕະພັນທ່ອງທ່ຽວໃໝ່, ແປກ, ສ້າງກຳລັງດຶງດູດຕໍ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ”.

ມົກເຈົາ ມຸ່ງໄປເຖິງເຂດຕົວເມືອງສີຂຽວ, ຈຸດສຸມການທ່ອງທ່ຽວແຫ່ງຊາດ - ảnh 3(ເມືອງ ມົກເຈົາ, ແຂວງ ເຊີນລາ ພວມສຸມໃສ່ລົງທຶນພື້ນຖານໂຄງລ່າງ)

        ເພື່ອສ້າງກຳລັງໜູນຊຸກຍູ້ການດຶງດູດການລົງທຶນ, ເມືອງ ມົກເຈົາ ໄດ້ສຳຫຼວດ, ສ້າງ ແລະ ສະເໜີບັນຊີບັນດາກິດຈະກຳ, ໂຄງການຮັບບຸລິມະສິດລົງທຶນໃນໄລຍະຮອດປີ 2025. ທ່ານ ຫງວຽນເທເຫງັ້ຍ, ຫົວໜ້າຄະນະຄຸ້ມຄອງໂຄງການລົງທຶນ ແລະ ກໍ່ສ້າງເມືອງ ມົກເຈົາ ໃຫ້ຮູ້ວ່າ ໃນປີ 2023 ນີ້, ເມືອງ ມົກເຈົາ ຈະສຸມໃສ່ຜັນຂະຫຍາຍ 70 ໂຄງການເຊື່ອມຕໍ່ ແລະ  40 ໂຄງການເລີ່ມລົງມືກໍ່ສ້າງໃໝ່. ໃນນັ້ນ, ບັນດາກິດຈະກຳເລີ່ມລົງມືກໍ່ສ້າງໃໝ່ເປັນຕົ້ນແມ່ນຂຶ້ນກັບບັນດາໂຄງການເປົ້າໝາຍແຫ່ງຊາດ, ບັນດາກິດຈະກຳຈຸດສຸມຮັບໃຊ້ການປະຕິບັດມາດຖານກໍ່ສ້າງ ມົກເຈົາ ກາຍເປັນເທດສະບານເມືອງໃນປີ 2025 ໃຫ້ສຳເລັດໂດຍໄວ.

“ໂຄງການເສັ້ນທາງຫຼວງເຂດຕົວເມືອງ - ພາຍໃນຕົວເມືອງ ມົກເຈົາ ແມ່ນໂຄງການພື້ນຖານໂຄງລ່າງມີຂອບຂະໜາດໃຫຍ່ສຸດ ທີ່ພວມຜັນຂະຫຍາຍໃນບໍລິເວນແຂວງ. ທາງເມືອງພວມສູ້ຊົນປະຕິບັດສຳເລັດວຽກງານບຸກເບີກໜ້າພຽງໃນປີ 2023 ແລະ ປະຕິບັດສຳເລັດວຽກງານກໍ່ສ້າງໃນປີ 2024 ເພື່ອປະກອບສ່ວນພັດທະນາເສດຖະກິດ, ກໍ່ສ້າງພື້ນຖານໂຄງລ່າງໃຫ້ສຳເລັດເທື່ອລະກ້າວ, ກໍ່ຄືຕອບສະໜອງບັນດາມາດຕະການຢ່າງທັນການ ເພື່ອໄດ້ຮັບຮອງວ່າເປັນເທດສະບານເມືອງ

ນອກຈາກເຂດຕົວເມືອງ, ພາຍໃນຕົວເມືອງ, ມົກເຈົາ ກໍ່ເອົາໃຈໃສ່ລົງທຶນພັດທະນາເຂດຊົນນະບົດ, ເຂດຊາຍແດນ, ເຂດຊາວເຜົ່າສ່ວນໜ້ອຍ. ທາງເມືອງໄດ້ສ້າງມະຕິສະເພາະກ່ຽວກັບການພັດທະນາເສດຖະກິດ - ສັງຄົມ 10 ບ້ານເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ. ພາຍຫຼັງຜັນຂະຫຍາຍເປັນເວລາ 2 ປີ, ໝາກຜົນທີ່ໄດ້ຮັບແມ່ນໜ້າຊື່ນຊົມ ທ່ານ ເລຈ້ອງບິ່ງ, ປະທານຄະນະກຳມະການປະຊາຊົນເມືອງ ມົກເຈົາ, ໃຫ້ຮູ້ວ່າ:

“ມະຕິພັດທະນາ 10 ບ້ານເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກຂອງເມືອງ ມົກເຈົາ ໄດ້ກຳນົດດ້ວຍ 21 ຄາດໝາຍກວມລວມໃນທຸກຂົງເຂດ ເສດຖະກິດ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ສ້າງລະບົບການເມືອງ. ມາຮອດປະຈຸບັນ, ຜ່ານການຕີລາຄາ, ໃນ 21 ຄາດໝາຍກໍ່ສ້າງ, ໄດ້ບັນລຸ 12 ຄາດໝາຍ ແລະ ລື່ນກາຍເປົ້າໝາຍທີ່ໄດ້ວາງອອກ; ສ່ວນບັນດາຄາດໝາຍທີ່ຍັງບໍ່ທັນບັນລຸໄດ້ ແມ່ນຈະແບ່ງໄລຍະ ແລະ ກຳນົດເວລາສິ້ນສຸດໃນທ້າຍປີ 2025 ກໍ່ຈະບັນລຸໄດ້ບັນດາຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ”.

ເປົ້າໝາຍຂອງ ມົກເຈົາ ແມ່ນຮອດປີ 2025 ບັນລຸໄດ້ບັນດາມາດຖານຂອງເມືອງຊົນນະບົດໃໝ່ ແລະ ກາຍເປັນເທດສະບານເມືອງ; ຮອດປີ 2040 ມຸ່ງໄປເຖິງເປັນເຂດຕົວເມືອງສີຂຽວ ແລະ ແມ່ນໜຶ່ງໃນບັນດາເຂດຕົວເມືອງຈຸດສຸມກ່ຽວກັບການທ່ອງທ່ຽວແຫ່ງຊາດ. ເພື່ອປະຕິບັດບັນດາເປົ້າໝາຍດັ່ງກ່າວ, ປະຈຸບັນ ມົກເຈົາ ພວມສຸມໃສ່ສ້າງການວາງແຜນຜັງລວມເຂດຕົວເມືອງ ມົກເຈົາ, ແຂວງເຊີນລາ ຮອດປີ 2040.

ຕອບກັບ