ຜູ້​ສາວ​ແຂວງ​ເບັ້ນ​ແຈ Startup ປະ​ສົບ​ຜົນ​ສຳ​ເລັດ ດ້ວຍ​ຮູບ​ແບບ ປູກ​ເຫັດ

Chia sẻ
(VOVWORLD) -     ການປູກ ແລະ ດຳເນີນທຸລະກິດດ້ວຍເຫັດຫຼາຍຊະນິດ ແມ່ນຮູບແບບ Startup ທີ່ເປັນເອກະລັກສະເພາະຂອງ ເອື້ອຍ ມາຍທິແອັງຊວັນ ຢູ່ບ້ານ ເຟືອກແຄ້ງ, ຕາແສງ ອານແຄ້ງ, ເມືອງ ເຈົາແທ່ງ (ແຂວງ ເບັ້ນແຈ). ຮູບແບບນີ້ໄດ້ເປີດທິດກ້າວເດີນໃໝ່ ເຮັດໃຫ້ຂະແໜງອາຫານການກິນທີ່ຮັບໃຊ້ຄວາມຕ້ອງການໃນການດຳລົງຊີວິດ ຕາມທິດສະອາດ, ເປັນມິດກັບສິ່ງແວດລ້ອມ ອຸດົມສົມບູນກ່ວາເກົ່າ.

ຜູ້​ສາວ​ແຂວງ​ເບັ້ນ​ແຈ Startup ປະ​ສົບ​ຜົນ​ສຳ​ເລັດ ດ້ວຍ​ຮູບ​ແບບ ປູກ​ເຫັດ - ảnh 1ເອື້ອຍ ມາຍທິແອັງຊວັນ (ພາບ: VOV)

ປີ 2017, ເອື້ອຍ ມາຍທິແອັງຊວັນ ຢຸດວຽກເປັນກຳມະກອນຢູ່ເຂດອຸດສາຫະກຳ ເພື່ອ Startup ດ້ວຍຮູບແບບປູກເຫັດ. ໃນເບື້ອງຕົ້ນ, ເອື້ອຍປູກພຽງແຕ່ 5.000 ເບົ້າເຫັດ ດ້ວຍສອງຊະນິດນັ້ນແມ່ນ ເຫັດເຟືອງ ແລະ ເຫັດນາງລົມ ຢູ່ຟາມເຫັດໃນບໍລິເວນດິນຂອງຄອບຄົວ. ຍ້ອນມີຄວາມດຸໝັ່ນຂະຫຍັນພຽນ ແລະ ຊອກຮ່ຳຮຽນປະສົບການຜ່ານສື່ມວນຊົນ, ສື່ສັງຄົມອອນລາຍ ດັ່ງນັ້ນ ຮູບແບບປູກເຫັດຂອງເອື້ອຍໄດ້ປະສົບຜົນສຳເລັດ, ສ້າງກຳລັງໜູນ ເພື່ອເຮັດໃຫ້ແມ່ຍິງຄົນນີ້ ຄ່ອຍໆເປີດກວ້າງຮູບແບບ.

ມາຮອດປັດຈຸບັນ, ເອື້ອຍ ມາຍທິແອັງຊວັນ ເປັນເຈົ້າຂອງ 6 ຟາມເຫັດທີ່ປູກຕະຫຼອດປີ ດ້ວຍເຫັດກ່ວາ 20 ຊະນິດ. ຕາມແຕ່ລະໄລຍະ, ອາກາດ ເຊິ່ງເອື້ອຍ ໄດ້ປູກເຫັດຊະນິດທີ່ເໝາະສົມ ເພື່ອສະໜອງໃຫ້ແກ່ຕະຫຼາດ. ປັດຈຸບັນ, ແຕ່ລະເດືອນ ຄອບຄົວເອື້ອຍ ໄດ້ສະໜອງເຫັດປະມານ 1 ໂຕນ ໃຫ້ແກ່ຕະຫຼາດ, ໃນນັ້ນສ່ວນຫຼາຍແມ່ນຕະຫຼາດນະຄອນໂຮ່ຈີມິນ. ກ່ຽວກັບຄວາມເມົາມົວຕໍ່ອາຊີບປູກເຫັດ ເອື້ອຍ ມາຍທິແອັງຊວັນ ແບ່ງປັນວ່າ:

ອາຊີບເຫັດໄດ້ນຳມາເຊິ່ງຜະລິດຕະພັນທີ່ສະອາດ, ຂ້າພະເຈົ້າສາມາດມີຜະລິດຕະພັນທີ່ອຸດົມສົມບູນ ເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນ. ເວົ້າລວມແລ້ວ ປູກເຫັດຕ້ອງດຸໝັ່ນຂະຫຍັນພຽນ, ຊອກຫາວິທີການພັດທະນາຜະລິດຕະພັນ, ຕ້ອງເດີນຕາມທິດໃໝ່, ຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ. ຟາມຂອງຂ້າພະເຈົ້າມີເຫັດ ເກືອບ 20 ຊະນິດທີ່ສາມາດຮັບໃຊ້ໃຫ້ແກ່ລູກຄ້າ, ໃນໂອກາດ ວັນແມ່ຍິງ ຫວຽດນາມ ຫຼື ວັນແມ່ຍິງສາກົນ, ແຂກຢາກຊື້ດອກເຫັດ ຂ້າພະເຈົ້າກໍ່ສະໜອງ.

ສິ່ງທີ່ເປັນໜ້າຮັບຮູ້ແມ່ນຜະລິດຕະພັນເຫັດຂອງ ເອື້ອຍ ແອັງຊວັນ ບໍ່ນຳໃຊ້ສານເຄມີ ນັບແຕ່ຂັ້ນຕອນຜະລິດ ຕະຫຼອດຮອດການເກັບຮັກສາ ແລະ ບັນລຸມາດຖານ Viet GAP. ປັດຈຸບັນ ມີ 5 ຄົນໃນຄອບຄົວຂອງເອື້ອຍ ໄດ້ໜູນຊ່ວຍການບົວລະບັດ, ເກັບເຫັດ. ປັດຈຸບັນ, ເອື້ອຍ ຊວັນ ຍັງເຊື່ອມຕໍ່ຟາມຕ່າງໆຢູ່ນະຄອນ ໂຮ່ຈີມິນ, ເລິມດົ່ງ ເພື່ອມີເຫັດຫຼາຍຊະນິດກ່ວາ ຮັບໃຊ້ໃຫ້ແຂກທ່ອງທ່ຽວ, ພ້ອມທັງເປີດຮ້ານວາງຂາຍເຫັດຢູ່ນະຄອນ ໂຮ່ຈີມິນ. ເອື້ອຍ ເຈິ່ນທິເລະ, ລູກຄ້າມາຊື້ເຫັດຢູ່ຮາກຖານຜະລິດເຫັດຂອງ ເອື້ອຍ ຊວັນ ໃຫ້ຮູ້ວ່າ:

ຄອບຄົວຂ້າພະເຈົ້າມັກນຳໃຊ້ເຫັດແຕ່ງກິນໃນຄາບເຂົ້າປະຈຳວັນ, ຂ້າພະເຈົ້າເຫັນວ່າ ຢູ່ທີ່ນີ້ ຜະລິດຕະພັນແຊບຫຼາຍ, ຄຸນນະພາບດີ, ລາຄາກໍ່ເໝາະສົມກັບຜູ້ບໍລິໂພກ. ເຫັດ ທີ່ມີຕົ້ນກຳເນີດ ແລະ ຄຸນນະພາບຄືຈັ່ງຊີ້ ກໍ່ເຮັດໃຫ້ປະຊາຊົນອຸ່ນອ່ຽນໃຈຫຼາຍ.

ຜູ້​ສາວ​ແຂວງ​ເບັ້ນ​ແຈ Startup ປະ​ສົບ​ຜົນ​ສຳ​ເລັດ ດ້ວຍ​ຮູບ​ແບບ ປູກ​ເຫັດ - ảnh 2ເຫັດ ຊະນິດຕ່າງໆ (ພາບ: VOV)

ໃນໄລຍະມໍ່ໆມານີ້, ຍ້ອນ ເຫັດມີຄຸນນະພາບດີ, ເປັນຕົ້ນແມ່ນຜະລິດຕະພັນ ສະອາດ ດັ່ງນັ້ນ ຜະລິດຕະພັນຂອງເອື້ອຍກໍ່ຂາຍໄດ້ດີ, ບາງຄັ້ງກໍ່ມີບໍ່ພໍເພື່ອສະໜອງໃຫ້ແກ່ຄູ່ຮ່ວມມື, ໃນນັ້ນ ເຫັດ ປວກດຳ ມີລາຄາປະມານ 12,9 USD/ກີໂລກຼາມ, ເຫັດສະໝູນໄພມີລາຄາເກືອບ 43 USD/ກີໂລກຼາມ. ຫວ່າງແລ້ວນີ້, ເອື້ອຍຍັງປະດິດສ້າງຜະລິດຕະພັນຈາກເຫັດເປັນຮູບຕ່າງໆ ເພື່ອຮັບໃຊ້ຄວາມຕ້ອງການຂອງລູກຄ້າ.

ຮູບແບບປູກເຫັດສະອາດຂອງ ເອື້ອຍ ແອັງຊວັນ ຫາກໍ່ຍາດໄດ້ລາງວັນທີ 1 ໃນການແຂ່ງຂັນ “ແມ່ຍິງ Startup ເສີມຂະຫຍາຍຊັບພະຍາກອນທ້ອງຖິ່ນ” ປີ 2023 ໂດຍສະຫະພັນແມ່ຍິງ ເບັ້ນແຈ ຈັດຂຶ້ນ. ປັດຈຸບັນ, ເອື້ອຍ ຊວັນ ໄດ້ສ້າງກຸ່ມມັກຮັກການປູກເຫັດ ໃຫ້ແກ່ເອື້ອຍນ້ອງຊົນນະບົດຫຼາຍຄົນ ທັງຢູ່ພາຍໃນ ແລະ ນອກແຂວງ, ດ້ວຍສະມາຊິກກ່ວາ 200 ຄົນ. ນີ້ແມ່ນກຸ່ມແບ່ງປັນບົດຮຽນປະສົບການໃນການຜະລິດ, ຄ້າຂາຍ ແລະ ໜູນຊ່ວຍສົ້ນເຂົ້າສົ້ນອອກ ໃນການຜະລິດເຫັດ.

ຕາມການນຳສະຫະພັນແມ່ຍິງ ແຂວງ ເບັ້ນແຈ ແລ້ວ, ຮູບແບບປູກເຫັດສະອາດຂອງ ເອື້ອຍ ມາຍທິແອັງຊວັນ ປະສົບຜົນສຳເລັດທີ່ສຸດ ບໍ່ພຽງແຕ່ເຮັດໃຫ້ຊີວິດການເປັນມີເປັນປົກກະຕິເທົ່ານັ້ນ ຫາກຍັງຕັ້ງໜ້າໜູນຊ່ວຍຊາວກະສິກອນ, ແມ່ຍິງຢູ່ທ້ອງຖິ່ນ ທະວີຄູນຮູບແບບນີ້ອີກດ້ວຍ.

ດ້ວຍບັນດາຜົນສຳເລັດໃນເບື້ອງຕົ້ນ, ເອື້ອຍ ມາຍທິແອັງຊວັນ ໃຫ້ຮູ້ວ່າ ຍ້ອນທ່າອ່ຽງຂອງລູກຄ້ານັ້ນແມ່ນຜະລິດຕະພັນ ນັບມື້ນັບຕ້ອງສະອາດ, ປອດໄພ, ລາຄາດີ ດັໍ່ງນັ້ນ ໃນໄລຍະຈະມາເຖິງ, ເອື້ອຍຕ້ອງຍົກສູງຄຸນນະພາບການຜະລິດ, ເປີດກວ້າງຂອບຂະໜາດຢ່າງບໍ່ຢຸດຢັ້ງ ເປັນຕົ້ນແມ່ນການຜະລິດເຫັດໃນຫ້ອງເຢັນ, ນຳໃຊ້ເຕັກໂນໂລຢີອົບແຫ້ງ, ເກັບຮັກສາຍາວນານ. ເອື້ອຍໃຫ້ຮູ້ວ່າ:

ຂ້າພະເຈົ້າພວມຊອກຫາເຕັກໂນໂລຢີເກັບຮັກສາ, ນຳໃຊ້ແບບວິທີເຕັກໂນໂລຢີອົບແຫ້ງ, ເຮັດ salad ເຫັດ, ແປ້ງເຫັດ ເພື່ອແຕ່ງອາຫານເຈ. ໃນອະນາຄົດ ຖ້າມີໂອກາດ, ພວກຂ້າພະເຈົ້າ ຈະເຮັດຫ້ອງເຢັນ, ສົມທົບກັບຟາມ ທີ່ພວມຄ້າຂາຍຜະລິດຕະພັນເຫັດ.

ພາຍຫຼັງ 6 ປີ Startup ຈາກອາຊີບປູກ ແລະ ດຳເນີນທຸລະກິດກ່ຽວກັບເຫັດຊະນິດຕ່າງໆ, ຄອບຄົວຂອງ ເອື້ອຍ ມາຍທິແອັງຊວັນ ໄດ້ມີຊີວິດທີ່ເປັນປົກກະຕິ ດ້ວຍລະດັບລາຍຮັບນັບສິບລ້ານດົ່ງ/ເດືອນ. ເອື້ອຍ ເລທິແອັງຊວັນ ໃຫ້ຮູ້ວ່າ ຈະພ້ອມກັບບັນດາສະມາຊິກໃນຄອບຄົວພັດທະນາຮູບແບບ, ຍົກສູງຄຸນນະພາບ, ຫັນຜະລິດຕະພັນເປັນຫຼາຍຮູບແບບ ເພື່ອຮັບໃຊ້ໃຫ້ຄວາມຕ້ອງການຂອງລູກຄ້າໄດ້ດີກ່ວາ.

ຕອບກັບ