ປູກຕົ້ນໝາກກໍ່: ຮູບແບບສ້າງຄວາມຮັ່ງມີຂອງຊາວກະສິກອນແຂວງ ລ້າງເຊີນ

Cuong - Van
Chia sẻ
(VOVWORLD) - ຫວຽດນາມ, ນອກຈາກເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ, ໝາກກໍ່ຍັງໄດ້ປູກຢູ່ບາງເມືອງຂອງແຂວງ ລ້າງເຊີນ. ໝາກກໍ່ຊະນິດນີ້ຫອມແຊບຄືໝາກກໍ່ ຈຸ່ງແຄ໋ງ, ແຕ່ໃຫ້ໝາກຫຼາຍກ່ວາ ແລະ ຊ້ຳບໍ່ໜຳຍັງໃຫ້ໝາກນອກລະດູອີກດ້ວຍ.

ຢູ່ ຈາກການປູກຕົ້ນໝາກກໍ່, ຊາວກະສິກອນຢູ່ ລ້າງເຊີນ ໄດ້ຊອກເຫັນທິດເດີນໃໝ່ໃນການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ແລະ ບືນຕົວຂຶ້ນສ້າງຄວາມຮັ່ງມີອີກດ້ວຍ.

ປູກຕົ້ນໝາກກໍ່: ຮູບແບບສ້າງຄວາມຮັ່ງມີຂອງຊາວກະສິກອນແຂວງ ລ້າງເຊີນ - ảnh 1ຕົ້ນໝາກກໍ່
(ພາບ: VOV)

        ອ້າຍ ຫງວຽນຈູງຮ໋ຽວ (ຢູ່ຕາແສງ ກ໋ວາງລາກ, ນະຄອນ ລ້າງເຊີນ) ໄດ້ເລີ່ມປູກຕົ້ນໝາກກໍ່ແຕ່ປີ 2006 ໃນເຂດດິນໂນນພູຂອງຄອບຄົວ 2 ເຮັກຕາ. ຕົ້ນໝາກກໍ່ໃຫຍ່ໄວ, ຖືກພະຍາດບໍ່ຫຼາຍ ແລະ ຫຼັງຈາກນີ້ພຽງ 4 ປີກໍ່ເລີ່ມໃຫ້ໝາກແລ້ວ. ອ້າຍ ຫງວຽນຈູງຮ໋ຽວ ໃຫ້ຮູ້ວ່າ:

        “ຕົ້ນໝາກກໍ່ປູກງ່າຍ, ປູກຖືກຕາມລະດູການກໍ່ໄດ້ແລ້ວ. ຕົ້ນໄມ້ຊະນິດນີ້ກໍ່ບົວລະບັດງ່າຍ, ເດືອນ 12 ຕາມຈັນທະປະຕິທິນຂອງແຕ່ລະປີໃສ່ຝຸ່ນເທື່ອໜຶ່ງ, ໃນລະດູບານໃໝ່, ຕົ້ນໄມ້ແຂງແຮງ, ຮອດເດືອນ 5 ຕາມຈັນທະປະຕິທິນກໍ່ໃສ່ຝຸ່ນອີກເທື່ອໜຶ່ງເພື່ອໃຫ້ຕົ້ນໄມ້ພັດທະນາໄວ.  ລະດູການເກັບກ່ຽວປີນີ້, ຄອບຄົວຂ້າພະເຈົ້າເກັບກ່ຽວໝາກກໍ່ໄດ້ປະມານ 4- 5 ໂຕນ, ນອກຈາກນັ້ນ, ຂ້າພະເຈົ້າຍັງຊື້ຂອງບັນດາຄອບຄົວໃນບ້ານນຳອີກ. ໝາກກໍ່ຈະເອົາໄປຂາຍຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ, ຄື: ຮ່າໂນ້ຍ, ຫາຍຟ່ອງ, ຊ້ຳບໍ່ໜຳແມ່ນທັງນະຄອນ ໂຮ່ຈີມິນ ແລະ ບ່າເຣ້ຍ ຫວູງເຕົ່າ ນຳອີກ”.

        ມາຮອດປະຈຸບັນ, ຄອບຄົວອ້າຍ ຮ໋ຽວ ມີເນື້ອທີ່ດິນປູກໝາກກໍ່ກ່ວາ 8 ເຮັກຕາ, ໃນນັ້ນ ມີກ່ວາ 4 ເຮັກຕາພວມຢູ່ໃນໄລຍະເກັບກ່ຽວ. ດ້ວຍລາຄາຂາຍແຕ່ 80.000 – 100.000 ດົ່ງ/ ກີໂລກຣາມ (3,4 – 4,3 ໂດລາສະຫະລັດ), ເມື່ອຫັກລາຍຈ່າຍ, ແຕ່ລະປີຄອບຄົວຂອງອ້າຍມີລາຍຮັບກ່ວາ 300 ລ້ານດົ່ງ (ປະມານ 13.000 ໂດລາສະຫະລັດ). ບໍ່ພຽງແຕ່ມີລາຍຮັບຈາກການເກັບກ່ຽວ ແລະ ຂາຍໝາກກໍ່ ເທົ່ານັ້ນ, ຄອບຄົວອ້າຍຍັງໄດ້ສະໜອງເບັ້ຍໄມ້ໃຫ້ພໍ່ແມ່ປະຊາຊົນ ດ້ວຍລາຄາພຽງ 2/3 ຂອງຕະຫຼາດເທົ່ານັ້ນ ແລະ ຍັງໜູນຊ່ວຍດ້ານເຕັກນິກການປູກ, ບົວລະບັດ ແລະ ຈຳໜ່າຍຜະລິດຕະພັນ, ຊ່ວຍປະຊາຊົນໃນຕາແສງຍົກສູງລາຍຮັບອີກດ້ວຍ.

        ໂດຍໄດ້ປູກໝາກກໍ່ຄືອ້າຍ ຫງວຽນຈູງຮ໋ຽວ, ອ້າຍ ຮ່ວາງວັນຮອັກ, ຢູ່ບ້ານ ກ໋ວາງຮົ່ງ, ຕາແສງ ກວ໋າງລາກ, ໃຫ້ຮູ້ວ່າ:

        “ພໍ່ແມ່ປະຊາຊົນໃນຕາແສງພວມປູກຕົ້ນໝາກກໍ່ນັບມື້ນັບຫຼາຍ. ໝາກກໍ່ ກ໋ວາງລາກ ຍັງບໍ່ທັນພຽງພໍເພື່ອຂາຍໃນທ້ອງຕະຫຼາດ. ແຕ່ລະປີ, ພາຍຫຼັງການເກັບກ່ຽວ, ແມ່ຄ້າ ໄດ້ມາຊື້ຢູ່ກັບສວນເລີຍ. ຊ້ຳບໍ່ໜຳ, ຢູ່ຮ່າໂນ້ຍ ເຂົາກໍ່ໄດ້ອໍເດີ ທາງອອນລາຍ. ກ່ອນນີ້, ຄອບຄົວຂ້າພະເຈົ້າໄດ້ປູກຕົ້ນໝາກຄາຍເປັນສ່ວນຫຼາຍ, ປະມານ 3 ປີມານີ້, ເມື່ອເຫັນວ່າ, ຕົ້ນໝາກກໍ່ໄດ້ນຳມາເຊິ່ງລາຍຮັບດີພໍສົມຄວນ ດັ່ງນັ້ນ, ຂ້າພະເຈົ້າ ແລະ ບາງຄອບຄົວໃນຕາແສງ ກໍ່ໄດ້ເລີ່ມປູກຕົ້ນໄມ້ຊະນິດນີ້”.

ປູກຕົ້ນໝາກກໍ່: ຮູບແບບສ້າງຄວາມຮັ່ງມີຂອງຊາວກະສິກອນແຂວງ ລ້າງເຊີນ - ảnh 2ໝາກກໍ່ສຳເລັດຮູບ
(ພາບ: VOV)

        ປະຈຸບັນ, ໃນບໍລິເວນຕາແສງ ກວ໋າງລາກ ມີເນື້ອທີ່ປູກຕົ້ນໝາກກໍ່ປະມານ 60 ເຮັກຕາ, ມີກ່ວາ 100 ຄອບຄົວໄດ້ເຂົ້າຮ່ວມ, ສ່ວນຫຼາຍແມ່ນຢູ່ຕາແສງ ກ໋ວາງຈູງ, ກ໋ວາງຮົ່ງ; ເກັບກ່ຽວສະເລ່ຍໄດ້ 1ໂຕນ/ເຮັກຕາ, ນຳມາເຊິ່ງແຫຼ່ງລາຍຮັບເກືອບ 100 ລ້ານດົ່ງ (ເທົ່າກັບ 4.300 ໂດລາສະຫະລັດ/ປີ). ເພື່ອຊ່ວຍໃຫ້ປະຊາຊົນມີຄວາມຮູ້ເພື່ອໝູນໃຊ້ໃນການຜະລິດ, ແຕ່ລະປີ, ບັນດາອົງການວິຊາສະເພາະກໍ່ໄດ້ຈັດຊຸດຝຶກອົບຮົມ 1 – 2 ຄັ້ງ ກ່ຽວກັບການປູກ, ບົວລະບັດຕົ້ນໝາກກໍ່; ໜູນຊ່ວຍບັນດາຄອບຄົວກ່ຽວກັບເບັ້ຍໄມ້, ຝຸ່ນ ແລະ ຝຶກອົບຮົມກ່ຽວກັບເຕັກນິກການປູກຝັງ. ທ່ານນາງ ນົງທິຖຸ່ຍເຮືອງ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ກ໋ວາງລາກ, ນະຄອນ ລ້າງເຊີນ, ແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:

        “ຮູບແບບການປູກຕົ້ນໝາກກໍ່ໄດ້ນຳເຂົ້າປູກທົດລອງ ໃນບໍລິເວນຕາແສງນັບແຕ່ປີ 2002. ພາຍຫຼັງການເກັບກ່ຽວ ເຫັນວ່າ ປະລິມານ ແລະ ປະສິດທິຜົນເສດຖະກິດສູງພໍສົມຄວນ, ດັ່ງນັ້ນ, ພວກຂ້າພະເຈົ້າຈິ່ງສືບຕໍ່ທະວີຄູນຮູບແບບເສດຖະກິດນີ້. ປະຈຸບັນ, ສະມາຄົມໃຫຍ່ກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ເຊີດຊູໝາກກໍ່ທີ່ປູກຢູ່ທ້ອງຖິ່ນຂອງພວກຂ້າພະເຈົ້າເປັນ “ເຄື່ອງໝາຍກະສິກຳຄຳຂອງ ຫວຽດນາມ” ປີ 2022 ແລະ ບັນລຸມາດຖານ OCOP 3 ດາວ ຂອງແຂວງ ລ້າງເຊີນ ໃນປີ 2021”.

        ໃນໄລຍະຈະມາເຖິງ, ພ້ອມກັບການພັດທະນາເນື້ອທີ່ປູກດອກຄາຍ ແລະ ຕົ້ນໝາກກໍ່, ພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ຕາແສງ ກ໋ວາງລາກ ພວມມຸ່ງໄປເຖິງຮູບແບບພັດທະນາການທ່ອງທ່ຽວວົງຄະນະຍາດ ຕິດພັນກັບກະສິກຳ ເຊິ່ງຈຸດເນັ້ນແມ່ນການທ່ອງທ່ຽວເຂົ້າຮ່ວມຂັ້ນຕອນເກັບໝາກກໍ່, ປຸງແຕ່ງ ແລະ ຊິມໝາກກໍ່ສຸກຮ້ອນ, ຫອມ, ແຊບຢູ່ສວນ. ຖ້າຮູບແບບນີ້ໄດ້ຜັນຂະຫຍາຍສຳເລັດຜົນ, ຊາວກະສິກອນຢູ່ທີ່ນີ້ຈະມີແຫຼ່ງລາຍຮັບດີ, ປົວແປງຊີວິດການເປັນຢູ່ໃຫ້ດີຂຶ້ນ.

ຕອບກັບ