ນຳເອົາວັດທະນະທຳດື່ມກາເຟ ຫວຽດນາມ ໄປສູ່ ເອີລົບ

My Ha – Huyen Trang
Chia sẻ
(VOVWORLD) - ຫວຽດນາມ ແມ່ນປະເທດສົ່ງອອກກາເຟໃຫຍ່ທີ 2 ໃນໂລກ, ຖັດຈາກ ບຣາຊິນ. ປີ 2024, ຫວຽດນາມ ໄດ້ສົ່ງອອກກາເຟໄປຍັງສະຫະພາບເອີລົບ 380.000 ກວ່າໂຕນ
ນຳເອົາວັດທະນະທຳດື່ມກາເຟ ຫວຽດນາມ ໄປສູ່ ເອີລົບ - ảnh 1ຮ້ານ “ຮ່າໂນ້ຍ Corner”
(ພາບ: Hanoi Corner)

ຖ້າາກວ່າຄືເມື່ກ່ອນນີ້ຜູ້ບໍລິໂພກ ເອີລົບ ບໍ່ມີຫຼາຍຄົນທີ່ຮູ້ັກເຖິງກາເຟ ຫວຽດນາມ ຍ້ອນການແກ່ງແຍ້ງຂອງສິນຄ້າປະເພດນີ້ມາຈາກ ອາຟະລິກາ ແລະ ອາເມລິກາໃຕ້ ນັ້ນ ແຕ່ໃນປະຈຸບັນ, ບັນດາຜູ້ຕິດກາເຟທີ່ສຸດໃນໂລກສາມາດດື່ມກາເຟ ຟີນ (ກາເຟຢອດ), ກາເຟໄຂ່ໄກ່ ແລະ ບັນດາລົດຊາດທີ່ເປັນເອກະລັກອື່ນໆຢູ່ຕາມແຈ່ຖະໜົນທີ່ ປາຣີ, ປະເທດ ຝລັ່ງ, ໃຈກາງ ເອີລົບ.

ເຂດ Marais ທີ່ອຶກກະທຶກຄຶກໂຄມໃນນະຄອນຫຼວງ ປາຣີ, ມີຮ້ານນ້ອຍໆມີຊື່ວ່າ “ຮ່າໂນ້ຍ Corner” (ແຈ່ຖະໜົນ ຮ່າໂນ້ຍ) ດ້ວຍກິ່ນຫອມຂອງກາເຟ. 10 ປີມານີ້, ອ້າຍ ນາມຫງວຽນ ເຈົ້າຂອງຮ້ານ ໄດ້ນຳເອົາສິລະປະການດືື່ມກາເຟຂອງ ຫວຽດນາມ ມາແຫ່ງນີ້. ທັງໄດ້ເບິ່ງກາເຟຢອດລົງຈາກຟິນກາເຟ (ຈອກຕອງກາເຟ) ນັ້ນ, ນາມຫງວຽນ ທັງໄດ້ແນະນຳໃຫ້ຜູ້ດື່ມກາເຟທີ່ບໍ່ເຄີຍຮູ້ຈັກເຖິງກາເຟ ຫວຽດນາມ ຄວນລອງດື່ມແບບດັ້ງເດີມ ນັ້ນແມ່ນກາເຟຟິນ, ກາເຟດຳ ຫຼື ໃສ່ນົມຂຸ້ນພ້ອມ, ອາດຈະດື່ມແບບຮ້ອນ ຫຼື ໃສ່ນ້ຳກ້ອນຕື່ມກໍ່ໄດ້.

ມາຮອດ ຮ່າໂນ້ຍCorner, ນອກຈາກໄດ້ເຫັນຄວາມເປັນເອກະລັກສະເພາະຂອງກາເຟຟິນ, ແຂກກໍ່ມັກກາເຟໄຂ່ໄກ່, ເອົາໄຂ່ແດງໃສ່ກາເຟແລ້ວຕີໃຫ້ເປັນຄີມຟູຂຶ້ນ, ເຊິ່ງນີ້ແມ່ນເຄື່ອງດື່ມທີ່ເປັນເອກະລັກສະເພາະຂອງ ຮ່າໂນ້ຍ. ສຳລັບຊາວ ຝລັ່ງ ຫຼາຍຄົນແລ້ວ, ນີ້ຈຶ່ງແມ່ນສິລະປະສະເພາະຂອງຂະແໜງກາເຟ ຫວຽດນາມ. ອ້າຍ ນາມຫງວຽນ ໃຫ້ຮູ້ວ່າ:

“ສຳລັບພວກຂ້າພະເຈົ້າ, ກາເຟໄດ້ຕິດພັນກັບປະຫວັດສາດການພົວພັນປະສານກັນລະຫວ່າງ ຫວຽດນາມ ແລະ ຝລັ່ງ. ໂດຍແມ່ນຊາວ ຝລັ່ງ ເຊື້ອຊາດ ຫວຽດນາມ, ຂ້າພະເຈົ້າມານະພະຍາຍາມສົ່ງສານທາງດ້ານພື້ນຖານວັດທະນະທຳທີ່ນອນຢູ່ລະຫວ່າງກາງ 2 ປະເທດ. ພວກຂ້າພະເຈົ້າມີຄວາມປະຕິຊົມື່ນ ຍ້ອນວ່າ ສິ່ງນີ້ສ້າງໂອກາດໃຫ້ພວກຂ້າພະເຈົ້າໄດ້ແນະນຳແງ່ມູມອື່ນຂອງວັດທະນະທຳ ຫວຽດນາມ, ແງ່ມູມທີ່ບໍ່ມີຫຼາຍຄົນຮູ້ຈັກເຖິງ”.

8 ປີກ່ອນນີ້, ຮ່າໂນ້ຍ Corner ແມ່ນຮ້ານກາເຟໜຶ່ງດຽວຂອງ ຫວຽດນາມ ຢູ່ ປາຣີ. ປະຈຸບັນ, ໄດ້ມີ 15 ຮ້ານກາເຟທີ່ຄ້າຍຄືກັນ. ນັບແຕ່ເດືອນ ສິງຫາ 2025, ລະບົບຮ້ານກາເຟ ກົ້ງ - ລະບົບຮ້ານກາເຟທີ່ມີຊື່ສຽງຂອງ ຫວຽດນາມ ກໍ່ໄດ້ເປີດສາຂາທຳອິດຢູ່ ຝລັ່ງ, ຕັ້ງຢູ່ນະຄອນຫຼວງ ປາຣີ. ວິທີປະດັບປະດາທີ່ເປັນເອກະລັກສະເພາະຂອງຮ້ານໄດ້ສ້າງຄວາມຮູ້ສຶກເຖິງປະເທດ ຫວຽດນາມ ຊຸມປີ 1970 – 1980, ເຊິ່ງໄດ້ສ້າງເປັນຄວາມແຕກຕ່າງກັບບັນດາຮ້ານກາເຟອື່ນ, ພ້ອມກັບບັນດາເຄື່ອງດື່ມທີ່ເປັນເອກະລັກສະເພາະຄື ກາເຟໝາກພ້າວ (ກາເຟເຍີ່ອ). ເອື້ອຍ ອວຽນເຈິ່ນ, ຜູ້ຈັດການຝ່າຍພົວພັນຄູ່ຮ່ວມມືຂອງລະບົບຮ້ານກາເຟ ກົ້ງ, ໃຫ້ຮູ້ວ່າ:

“ເມື່ອຮ້ານກເຟ ກົ້ງ ໄດ້ເປີດຢູ່ ປາຣີ, ໂດຍບໍ່ພຽງແຕ່ຢາກເປີດຫຼາຍຮ້ານຢູ່ ປາຣີ ເທົ່ານັ້ນ ຫາກຍັງຢາກນຳເອົາວັດທະທຳ, ຈິດໃຈ, ປະຫວັດສາດຂອງ ຫວຽດນາມ ໄປສູ່ປະເທດເພື່ອນຕື່ມອີກ. ເປົ້າໝາຍໃນເບື້ອງຕົ້ນແມ່ນຮັບໃຊ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຫຼັງຈາກນັ້ນແມ່ນແຂກສາກົນ. ພວກຂ້າພະເຈົ້າຢາກກາຍເປັນຂົວເຊື່ອມຕໍ່ໃຫ້ແກ່ວັດທະນະທຳ ຫວຽດນາມ ຢູ່ໃຈກາງ ເອີລົບ ອີກດ້ວຍ”.

ນຳເອົາວັດທະນະທຳດື່ມກາເຟ ຫວຽດນາມ ໄປສູ່ ເອີລົບ - ảnh 2ຮ້ານກາເຟ ກົ້ງ
(ພາບ: Cong Caphe)

ຫວຽດນາມ ແມ່ນປະເທດສົ່ງອອກກາເຟໃຫຍ່ທີ 2 ໃນໂລກ, ຖັດຈາກ ບຣາຊິນ. ປີ 2024, ຫວຽດນາມ ໄດ້ສົ່ງອອກກາເຟໄປຍັງສະຫະພາບເອີລົບ 380.000 ກວ່າໂຕນ, ແລະ ກາຍເປັນນັກສົ່ງອອກກາເຟໃຫຍ່ທີ່ສຸດຢູ່ຕະຫຼາດນີ້. ຝລັ່ງ ແມ່ນປະເທດນຳເຂົ້າກາເຟ ຫວຽດນາມ ໃຫຍ່ອັນດັບທີ 3 ຢູ່ ເອີລົບ, ຖັດຈາກ ເຢຍລະມັນ ແລະ ອີຕາລີ.

ກາເຟຂອງ ຫວຽດນາມ ທີ່ສົ່ງໄປຍັງ ເອີລົບ ສ່ວນຫຼາຍແມ່ນກາເຟປຸງແຕ່ງແລ້ວ ຫຼື ໄດ້ຜະລິດເປັນຫຼາຍຮູບແບບທີ່ແຕກຕ່າງກັນ, ເຮັດໃຫ້ຜູ້ບໍລິໂພກບໍ່ຮູ້ຈັກເຖິງຕົ້ນກຳເນີດ ກາເຟ ຂອງ ຫວຽດນາມ ຫຼື ກິ່ນຫອມຂອງມັນ. ລູກຄ້າຊາວ ຝລັ່ງ ຜູ້ໜຶ່ງທີ່ມັກດື່ມກາເຟຂອງຮ້ານ “ເວຍແຮ່ກາເຟ” (ຮ້ານກາເຟແຄມທາງ) ໃກ້ກັບສະໜາມຫຼວງ Bastille, ໃຫ້ຮູ້ວ່າ:

“ສຳ ລັບ ພວກ ຂ້າ ພະ ເຈົ້າ ແລ້ວ ໂດຍແມ່ນ ຜູ້ ທີ່ບໍ່ ເຄີຍ ຮູ້ ຈັກ ເຖິງກາ ເຟ ຫວຽດ ນາມ, ວິ ທີ ດີ ທີ່ ສຸດ ແມ່ນ ດື່ມ ກາ ເຟ ແບບ ດັ້ງ ເດີມ, ດື່ມ ແບບຮ້ອນຫຼື ໃສ່ ນ້ຳ ກ້ອນ ຫຼື ນົມຂຸ້ນຕື່ມ”.

“ແຈ່ຖະໜົນ ຮ່າໂນ້ຍ”, “ຮ້ານກາເຟ ກົ້ງ” ຫຼື “ເວຍແຮ່ກາເຟ” ໄດ້ກາຍເປັນມູມນ້ອຍໆໜຶ່ງທີ່ອົບອຸ່ນຢູ່ ປາຣີ, ເປັນແຫ່ງທີ່ເຄື່ອງໝາຍການຄ້າ ແລະ ການດື່ມກາເຟ ຫວຽດນາມ ພວມສ້າງໂສມໜ້າໃໝ່ໃຫ້ແກ່ວັດທະນະທຳຂອງ ຫວຽດນາມ ຢູ່ ເອີລົບ ເປັນເທື່ອລະກ້າວ ຍ້ອນລົດຊາດທີ່ເປັນເອກະລັກສະເພາະ ແລະ ຫົວຄິດປະດິດສ້າງຂອງລຸ້ນໜຸ່ມ ຫວຽດນາມ.

ຕອບກັບ