ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ

Le Hoa
Chia sẻ
(VOVWORLD) - ບັນດາດັດຊະນີໄດ້ສະແດງໃຫ້ເຫັນວ່າ ພື້ນຖານການປົກຄອງບໍລິຫານຂອງແຂວງ ຮຶງອຽນ ໃນປັດຈຸບັນ ແມ່ນນອນໃນກຸ່ມບັນດາແຂວງ, ນະຄອນທີ່ຢູ່ອັນດັບສູງໃນທົ່ວປະເທດ. ນີ້ແມ່ນໝາກຜົນຂອງວິວັດທະນາການຍູ້ແຮງການປະຕິຮູບລະບຽບການບໍລິຫານຂອງແຂວງ ໃນຫຼາຍແງ່ມູມ. ປີນີ້, ແຂວງ ຮຶງອຽນ ໄດ້ວາງເປົ້າໝາຍນອນໃນກຸ່ມບັນດາທ້ອງຖິ່ນນຳໜ້າທົ່ວປະເທດ ກ່ຽວກັບດັດຊະນີປະຕິຮູບລະບຽບການບໍລິຫານ, ດັດຊະນີປະສິດທິຜົນການບໍລິຫານ ແລະ ປົກຄອງສາທາລະນະຂັ້ນແຂວງ, ດັດຊະນີກຽມພ້ອມແກ່ການພັດທະນາ ແລະ ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ.
 
ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ - ảnh 1
ການປະຕິຮູບການບໍລິຫານໃນບໍລິເວນແຂວງ ຮຶງອຽນ ໄດ້ຮັບຄວາມເອົາໃຈໃສ່ຜັນຂະຫຍາຍນັບແຕ່ບັນດາຕາແສງ
 
  ການປະຕິຮູບການບໍລິຫານໃນບໍລິເວນແຂວງ ຮຶງອຽນ ໄດ້ຮັບຄວາມເອົາໃຈໃສ່ຜັນຂະຫຍາຍນັບແຕ່ບັນດາຕາແສງ. ນັບແຕ່ຕົ້ນປີມາຮອດປັດຈຸບັນ, ເກືອບຄືວ່າທຸກສຳເນົາເອກະສານທີ່ໄດ້ຮັບຢູ່ພາກສ່ວນປະຕູດຽວຂອງຕາແສງ ມິງດຶກ, ເທດສະບານ ໝີຫາວ, ລ້ວນແຕ່ໄດ້ຫັນເປັນດີຈີຕອນແລ້ວ. ໃນໄຕມາດທີ 2 ປີ 2023, ຕາແສງດັ່ງກ່າວ ຫັນສຳເນົາເອກະສານທີ່ໄດ້ຮັບເປັນດີຈີຕອນ ໄດ້ 94%. ໂດຍແມ່ນຕາແສງທີ່ຍັງບໍ່ທັນປະຕິບັດວຽກງານປະຕິຮູບການບໍລິຫານໄດ້ເປັນຢ່າງດີ, ແຕ່ມາປັດຈຸບັນ, ຕາແສງ ມິງດຶກ ໄດ້ກາຍເປັນໜຶ່ງໃນບັນດາຮູບແບບດີເດັ່ນຂອງ ແຂວງ ຮຶງອຽນ. ເອື້ອຍ ຟານທິແທັງຕວຽນ, ປະຊາຊົນ ຜູ້ມາເຮັດລະບຽບການໄດ້ແບ່ງປັນວ່າ:

“ຂ້າພະເຈົ້າມີຄວາມປະທັບໃຈຫຼາຍ ເມື່ອໄດ້ເຂົ້າໃຈເຖິງຜົນປະໂຫຍດຂອງການຫັນເປັນດີຈີຕອນ. ເມື່ອມາເຮັດລະບຽບການ, ພະນັກງານຈະສະແກນເອກະສານ ແລະ ເກັບຮັກສາໄວ້ໃນລະບົບຖານປະຕູຖານຂໍ້ມູນຂ່າວສານແຫ່ງຊາດ ແລະ ຄັ້ງຕໍ່ໄປ ທີ່ມາເຮັດລະບຽບການນັ້ນ, ຂ້າພະເຈົ້າຈະບໍ່ຕ້ອງຖືເອກະສານຕົ້ນສະບັບມາອີກ. ນີ້ແມ່ນຄວາມສະດວກ ແລະ ເປັນປະໂຫຍດຢ່າງແທ້ຈິງ”.

  ໃນທົ່ວແຂວງ ຮຶງອຽນ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ອັດຕາສຳເນົາເອກະສານອອນໄລທີ່ໄດ້ຮັບ, ແກ້ໄຂໃນລະບົບ ແມ່ນບັນລຸ 84,6% ຈຳນວນສຳເນົາເອກະສານທັງໝົດທີ່ໄດ້ຮັບ. ວັນທີ 19 ມິຖຸນາ ຜ່ານມາ, ແຂວງ ຮຶງອຽນ ໄດ້ປະຕິບັດສຳເລັດການເຊື່ອມຈອດ 2 ການບໍລິການສາທາລະນະ: ນັ້ນແມ່ນ ການເຊື່ອມຈອດລະບຽບການຂໍໃບຢັ້ງຢືນການເກີດ ແລະ ຂໍໃບອະນຸຍາດພັກເຊົາ, ອອກບັດປະກັນສຸຂະພາບໃຫ້ເດັກທີ່ມີອາຍຸຕ່ຳກວ່າ 6 ປີ; ເຊື່ອມຈອດການຂໍໃບຢັ້ງຢືນການເສຍຊີວິດ, ລົງທະບຽນການພັກເຊົາ, ການຊ່ວຍເຫຼືອຄ່າໃຊ້ຈ່າຍຈັດງານສົບ. ດ້ວຍການເຊື່ອມຈອດ 2 ການບໍລິການສາທາລະນະນີ້, ທາງແຂວງ ໄດ້ເຊື່ອມຈອດ 25 ການບໍລິການສາທາລະນະທີ່ຈຳເປັນທັງໝົດ ເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດໃນເຄືອຂ່າຍອິນເຕີເນັດ.

ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ - ảnh 2ທ່ານ ເຈິ່ນກວັກວັນ, ປະທານຄະນະກຳມະການປະຊາຊົນແຂວງ ຮຶງອຽນ (ພາບ:TTXVN)

ສິ່ງທີ່ໜ້າສົນໃຈແມ່ນ ເດືອນ ກໍລະກົດ ຜ່ານມາ, ແຂວງ ຮຶງອຽນ ໄດ້ເປີດນຳໃຊ້ສູນບໍລິຫານອັດສະລິຍະ. ນີ້ແມ່ນບ່ອນເກັບ, ສັງລວມຂໍ້ມູນໃນທຸກຂົງເຂດ, ຊ່ວຍໃຫ້ການນຳຊີ້ນຳ, ບໍລິຫານການເຄື່ອນໄຫວຂອງແຂວງໄດ້ດີກວ່າ. ທ່ານ ເຈິ່ນວັນຖັງ, ຮອງຫົວໜ້າຫ້ອງວ່າການ ຄະນະກຳມະການປະຊາຊົນແຂວງ ຮຶງອຽນ ໃຫ້ຮູ້ວ່າ:

“ສູນບໍລິຫານ ໄດ້ຮັບຖືວ່າ ຄືດັ່ງສະໝອງດີຈີຕອນຂອງແຂວງ ດ້ວຍຄວາມສາມາດໂຮມຂໍ້ມູນເອກະສານ, ເຊື່ອມຕໍ່ກັບບັນດາຊອບແວຕ່າງໆຂອງບັນດາພະແນກ, ຂະແໜງການ, ທ້ອງຖິ່ນ ພ້ອມກັບຊອບແວບັນຊາສູນດັ່ງກ່າວ, ສ້າງເປັນສູນສັງລວມ, ຮອບດ້ານໃນທຸກຂົງເຂດ”.

ບັນດາຄວາມມານະພະຍາຍາມປະຕິຮູບລະບຽບການບໍລິຫານ, ຍົກສູງຄຸນນະພາບການບໍລິຫານຂອງແຂວງ ໄດ້ຮັບການຕີລາຄາສູງຈາກປະຊາຄົມວິສາຫະກິດ ແລະ ນັກລົງທຶນ. ພິເສດ, ປີນີ້ ແມ່ນປີປະຊາຄົມວິສາຫະກິດຕ້ອງປະເຊີນໜ້າກັບສິ່ງທ້າທາຍນາໆປະການໃນການຜະລິດ, ຈຳໜ່າຍຜະລິດຕະພັນ. ດັ່ງນັ້ນ, ການຍົກສູງຄຸນນະພາບການບໍລິການບໍລິຫານສາທາລະນະ ແລະ ຄວບຄຸມລະບຽບການບໍລິຫານ, ພາກສ່ວນຮັບ ແລະ ສົ່ງຜົນເຮັດລະບຽບການບໍລິຫານປະຕູດຽວ ຂັ້ນເມືອງ, ຕາແສງ… ໄດ້ປະກອບສ່ວນຊ່ວຍໃຫ້ວິສາຫະກິດຜັນຂະຫຍາຍແຜນການຜະລິດດຳເນີນທຸລະກິດໄດ້ຢ່າງວ່ອງໄວ. ທ່ານ ໂດະຊວນທຸ, ຜູ້ຕາງໜ້າວິສາຫະກິດ ແບ່ງປັນວ່າ:

“ວິສາຫະກິດພວກຂ້າພະເຈົ້າໄດ້ໄປເຮັດລະບຽບການຢູ່ສູນບໍລິຫານສາທາລະນະແຂວງ ຮຶງອຽນ ເປັນປະຈຳ. ຂ້າພະເຈົ້າເຫັນວ່າ ພື້ນຖານດ້ານວັດຖຸ, ອຸປະກອນໄດ້ຈັດແຈງຢ່າງສະດວກຫຼາຍ. ພະນັກງານ, ວິຊາການເຮັດວຽກດ້ວຍຄວາມສຸດຈິດສຸດໃຈ. ວິທີຮັບ, ສົ່ງຜົນສຳເນົາເອກະສານ, ການເຮັດລະບຽບການກໍສັ້ນລົງ, ກະທັດຮັດຫຼາຍ ແລະ ນຳມາເຊິ່ງຄວາມເພິ່ງພໍໃຈໃຫ້ສຳລັບປະຊາຊົນ”.

ທ່ານ ຟ້າມມິງຮຸ່ງ, ຫົວໜ້າກົມປະຕິຮູບການເງິນ (ກະຊວງພາຍໃນ), ຕີລາຄາວ່າ ແຂວງຮຶງອຽນ ໄດ້ ມີການປ່ຽນແປງຢ່າງຕັ້ງໜ້າໃນການປະຕິຮູບການບໍລິຫານ:

“ບັນດາດັດຊະນີຕີລາຄາກ່ຽວກັບການປະຕິຮູບການບໍລິຫານຂອງແຂວງ ຮຶງອຽນ ລ້ວນແຕ່ນຳມາເຊິ່ງໝາກຜົນສູງ. ສິ່ງດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນຄວາມມານະພະຍາຍາມໃນການປະຕິຮູບການບໍລິຫານຂອງແຂວງ ຮຶງດຽນ ໃນໄລຍະຜ່ານມາ. ດັດຊະນີວຽກງານບໍລິຫານແມ່ນມີຄວາມປະທັບໃຈທີ່ສຸດ, ໃນນັ້ນ ມີຫຼາຍເນື້ອໃນນະວັດຕະກຳ (ປ່ຽນແປງໃໝ່ຢ່າງປະດິດຄິດສ້າງ), ຄຶດັດຊະນີກ່ຽວກັບການປະຕິຮູບລະບຽບການບໍລິຫານ, ດັດຊະນີກ່ຽວກັບການປະຕິຮູບນະໂຍບາຍການເງິນສາທາລະນະ. 3 ດັດຊະນີອົງປະກອບດີທີ່ສຸດໃນ 8 ດັດຊະນີອົງປະກອບທັງໝົດ”.

ຈາກຜົນສຳເລັດໃນເບື້ອງຕົ້ນ, ໃນໄລຍະຈະມາເຖິງ, ແຂວງ ຮຶງອຽນ ສູ້ຊົນບັນລຸລະດັບຄວາມເພິ່ງພໍໃຈຂອງປະຊາຊົນ, ວິສາຫະກິດ ໃນການແກ້ໄຂລະບຽບການບໍລິຫານຕ່ຳສຸດແມ່ນ 90%, ເຊິ່ງໃນນັ້ນ ຢ່າງໜ້ອຍມີ 80% ລະບຽບການບໍລິຫານ ໄດ້ຮັບການອັບເດດໃນປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ... ເພື່ອບັນລຸສຳເລັດບັນດາເປົ້າໝາຍດັ່ງກ່າວ, ທ່ານ ເຈິ່ນກວັກວັນ, ປະທານຄະນະກຳມະການປະຊາຊົນແຂວງ ຮຶງອຽນ, ໃຫ້ຮູ້ວ່າ:

“ບັນດາລາຍການ, ແຜນການທີ່ໄດ້ປະກາດໃຊ້ແລ້ວ ຕ້ອງໄດ້ປະຕິບັດ, ຫັນເປັນລະອຽດ. ຕ້ອງອັດບເດດຂັ້ນຕອນ, ແຜນການ, ໂຄງການ, ລາຍຮ່າງເປັນປະປະຈໍາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ວິສາຫະກິດ ຢ່າງເປີດເຜີຍ, ຈະແຈ້ງ.”

ການຍູ້ແຮງການປະຕິຮູບການບໍລິຫານ ສະແດງໃຫ້ເຫັນຈິນຕະນາການປ່ຽນໃໝ່, ຄວາມຕັດສິນໃຈແກ້ໄຂຂໍ້ຄົງຄ້າງໃນການສົມທົບແກ້ໄຂລະບຽບການບໍລິຫານຢູ່ບັນດາພະແນກ, ຂະແໜງການຂອງແຂວງ ຮຶງອຽນ. ຜ່ານນັ້ນ, ກໍປົວແປງສະພາບແວດລ້ອມລົງທຶນດຳເນີນທຸລະກິດ, ຍົກສູງດັດຊະນີຄວາມສາມາດແກ້ງແຍ້ງຂອງແຂວງຂຶ້ນ./.

ຕອບກັບ