ຊາວໜຸ່ມ ດ່ານັ້ງ startup ຈາກຮູບແບບທ່ອງທ່ຽວ homestay

Tuyet Le - Huyen
Chia sẻ
(VOVWORLD) - ຜົນສຳເລັດຂອງບັນດາຮູບແບບ startup ນີ້ ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ລຸ້ນໜຸ່ມບືນຕົວຂຶ້ນ, ສ້າງຄວາມຮັ່ງມີຢ່າງຊອບທຳຢູ່ເຂດບ້ານເກີດເມືອງນອນຂອງຕົນ.
ຊາວໜຸ່ມ ດ່ານັ້ງ startup ຈາກຮູບແບບທ່ອງທ່ຽວ homestay - ảnh 1(ແຕ່ລະມື້, ຢູ່ຈຸດທ່ອງທ່ຽວຂອງອ້າຍ ດານ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 200 ຄົນ ມາຢ້ຽມຢາມ ແລະ ພັກເຊົ່າ)

        ມີຊາວໜຸ່ມຫຼາຍຄົນຢູ່ ດ່ານັ້ງ ໄດ້ນຳໜ້າໃນການພັດທະນາເສດຖະກິດ, startup ນຳມາເຊິ່ງລາຍຮັບສູງ. ປະຈຸບັນ, ມີປະມານ 350 ຮູບແບບຊາວໜຸ່ມ startup, ໃນນັ້ນ, ມີຮູບແບບທ່ອງທ່ຽວ homestay ໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານນັບຮ້ອຍຄົນ. ຜົນສຳເລັດຂອງບັນດາຮູບແບບ startup ນີ້ ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ລຸ້ນໜຸ່ມບືນຕົວຂຶ້ນ, ສ້າງຄວາມຮັ່ງມີຢ່າງຊອບທຳຢູ່ເຂດບ້ານເກີດເມືອງນອນຂອງຕົນ.

        ກ່ອນນີ້ 3 ປີ, ປີ 2021, ອ້າຍ ເລແທັງດານ, ຢູ່ບ້ານ ນາມອຽນ, ຕາແສງ ຮ່ວາບັກ, ເມືອງ ຮ່ວາວາງ, ນະຄອນ ດ່ານັ້ງ, ໄດ້ startup ດ້ວຍຮູບແບບທ່ອງທ່ຽວ homestay. ຈາກແຫຼ່ງທຶນໜູນຊ່ວຍຂອງຄອບຄົວ, ອ້າຍ ດານ ໄດ້ກູ້ຢືມ 50 ລ້ານດົ່ງ (ປະມານ 2.000 USD) ຈາກທະນາຄານກະສິກຳ ແລະ ພັດທະນາຊົນນະບົດ ຕື່ມອີກ ເພື່ອດັດແປງເຂດສວນຂອງຄອບຄົວ, ພັດທະນາການທ່ອງທ່ຽວ.

        ເຖິງວ່າຫາກໍ່ນຳເຂົ້າເຄື່ອນໄຫວເປັນເວລາ 3 ປີ, ແຕ່ຮູບແບບທ່ອງທ່ຽວ homestay ສົມທົບກັບການທ່ອງທ່ຽວສຳຜັດຕົວຈິງຂອງອ້າຍ ເລແທັງດານ ກໍ່ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ແລະ ສຳຜັດນັບມື້ນັບຫຼາຍ.

        ໃນເນື້ອທີ່ດິນ 5.000 ຕາແມັດ, ອ້າຍ ເລແທັງດານ ໄດ້ກໍ່ສ້າງຕູບຝາມ 16 ຫຼັງ ຮັບໃຊ້ແຂກທ່ອງທ່ຽວ, ສາມາດບັນຈຸປະມານ 100 ຄົນ. ແຕ່ລະມື້, ຢູ່ຈຸດທ່ອງທ່ຽວຂອງອ້າຍ ດານ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 200 ຄົນ ມາຢ້ຽມຢາມ ແລະ ພັກເຊົ່າ. ແຂກທ່ອງທ່ຽວມາແຫ່ງນີ້ໄດ້ພັກຜ່ອນ, ຢ້ຽມຊົມ, ຖ່າຍຮູບກັບເຂດທົ່ງນາ… ເປັນຕົ້ນ. ອ້າຍ ເລແທັງດານ, ໃຫ້ຮູ້ວ່າ:

        “ນັບແຕ່ເມື່ອຫັນປ່ຽນໄດ້ເຮັດຮູບແບບທ່ອງທ່ຽວນີ້ ແມ່ນບັນລຸປະສິດທິຜົນຫຼາຍກວ່າ ເມື່ອທຽບໃສ່ການເຮັດນາໃນເມື່ອກ່ອນ, ສ້າງວຽກເຮັດງານທຳໃຫ້ແກ່ເພື່ອນໜຸ່ມຫຼາຍຄົນ ກໍຄືພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນ. ປີ 2023, ຮາກຖານຂອງຂ້າພະເຈົ້າໄດ້ຕ້ອນຮັບແຂກທ່ອງທ່ຽວ 2.000 ເທື່ອຄົນ. ຖ້າບໍ່ໄລ່ການເຂົ້າຮ່ວມບັນດາການບໍລິານຢູ່ເຂດຕັ້ງຄ້າຍ, ລາຄາເຊົ່າ homestay 2 ວັນ, 1 ຄືນ ແມ່ນປະມານ 400.000 ດົ່ງ (ປະມານ 17,3 USD). ໃນໄລຍະຈະມາເຖິງ, ຄາດວ່າ ຂ້າພະເຈົ້າຈະຂຸດຄົ້ນບັນດາຮູບແບບການບໍລິການເພື່ອສ້າງເປັນເຂດຊີວະພາບ, ເພີ່ມທະວີການໜູນຊ່ວຍບັນດາເພື່ອນໜຸ່ມທີ່ມີຄວາມຕ້ອງການພັດທະນາ”.

ຊາວໜຸ່ມ ດ່ານັ້ງ startup ຈາກຮູບແບບທ່ອງທ່ຽວ homestay - ảnh 2 (ອ້າຍ ດິ້ງວັນຄວາ ໄດ້ເຮັດການບໍລິການ ອາຫານການກິນ, ເປີດຮ້ານຂາຍກາເຟ, ເຄື່ອງດື່ມ)

ສ່ວນ ອ້າຍ ດິ້ງວັນຄວາ ຢູ່ຕາແສງ ຮ່ວາບັກ, ເມືອງ ຮ່ວາວາງ, ນະຄອນ ດ່ານັ້ງ, ກ່ອນນີ້ແມ່ນຄົນຂັບລົດທ່ອງທ່ຽວ ແລະ ເປັນຄົນຮັບຈ້າງ. ພາຍຫຼັງເກີດພະຍາດໂຄວິດ - 19, ອ້າຍກັບເມືອບ້ານເຮັດການບໍລິການ ອາຫານການກິນ, ເປີດຮ້ານຂາຍກາເຟ, ເຄື່ອງດື່ມ. ນອກນັ້ນ, ອ້າຍຍັງກໍ່ສ້າງຕາມຮູບແບບ homestay, ລວມມີ 4 ຫ້ອງເພື່ອຮັບໃຊ້ແຂກທ່ອງທ່ຽວ. ແຕ່ລະມື້, ອ້າຍ ດິ້ງວັນຄວາ ໄດ້ຮ່ວມສຳພັນກັບປະຊາຊົນທ້ອງຖິ່ນ, ບັນດາຄອບຄົວຊາວເຜົ່າ ເກີຕູ ເພື່ອເກັບຊື້ທັນຍາຫານ, ຜັກ, ໝາກໄມ້ຂອງພໍ່ແມ່ປະຊາຊົນ. ຮູບແບບດຳເນີນທຸລະກິດຂອງອ້າຍ ໄດ້ສ້າງວຽກເຮັດງານທຳໃຫ້ຊາວໜຸ່ມ ແລະ ຊາວທ້ອງຖິ່ນຫຼາຍຄົນ, ດ້ວຍລາຍຮັບແຕ່ 300.000 ດົ່ງ (ປະມານ 13 USD) ຫາ 500.000 ດົ່ງ (ປະມານ 21 USD)/ວັນ. ຕາມອ້າຍ ຄວາ ແລ້ວ, ແຕ່ລະປີ, ອ້າຍສ້າງກຳໄລຈາກການທ່ອງທ່ຽວແມ່ນໄດ້ເກືອບ 300 ລ້ານດົ່ງ:

“ຍ້ອນພັດທະນາຮູບແບບທ່ອງທ່ຽວອາຫານການກິນ, ສົມທົບກັບການພັກຜ່ອນ, ສະນັ້ນ ຊີວິດການເປັນຢູ່ກໍ່ດີຂຶ້ນ, ລາຍຮັບກໍ່ເປັນປົກກະຕິ. ຮອດຕອນຄ່ຳ, ແຂກຫຼາຍຄົນມາພັກຜ່ອນ ແລະ ກິນດື່ມຢູ່ທີ່ນີ້. ພວກຂ້າພະເຈົ້າໄດ້ເຊື່ອມຕໍ່ກັບຊາວທ້ອງຖິ່ນເພື່ອຊື້ໄກ່, ໄຂ່, ທັນຍາຫານ, ສ່ວນຫຼາຍແມ່ນຂອງທ້ອງຖິ່ນເພື່ອຮັບໃຊ້ແຂກທ່ອງທ່ຽວ. ຂ້າພະເຈົ້າກໍ່ຢາກຮັກສາສີສັນນີ້ໄວ້, ບໍ່ເປີດກວ້າງຍ້ອນທິວທັດທຳມະຊາດຢູ່ທີ່ນີ້ສວຍງາມທີ່ສຸດ”.

ທ່ານ ທາຍວັນຮ່ວາຍນາມ, ປະທານຄະນະກຳມະການປະຊາຊົນ ຕາແສງ ຮ່ວາບັກ, ເມືອງຮ່ວາວາງ, ນະຄອນ ດ່ານັ້ງ, ຕີລາຄາກ່ຽວກັບຮູບແບບ startup ຂອງຊາວໜຸ່ມທ້ອງຖິ່ນວ່າ:

“ໃນ 2 3 ປີມານີ້, ການພັດທະນາເສດຖະກິດຂອງຕາແສງ ຮ່ວາບັກ ມີສັນຍານດີຂຶ້ນ, ພິເສດແມ່ນການພັດທະນາໃນຂົງເຂດທ່ອງທ່ຽວ. ໃນນັ້ນ, ຊາວໜຸ່ມໄດ້ປະກອບສ່ວນຫຼາຍຢ່າງ. ມີບາງຮູບແບບທ່ອງທ່ຽວ homestay ໄດ້ປະກອບສ່ວນເຂົ້າແຫຼ່ງລາຍຮັບໃຫ້ແກ່ຕາແສງ. ແຕ່ລະຮູບແບບດັ່ງກ່າວ ໄດ້ແກ້ໄຂດ້ານວຽກເຮັດງານທຳ, ສ້າງລາຍຮັບທີ່ເປັນປົກກະຕິໃຫ້ແກ່ຊາວທ້ອງຖິ່ນ”.

        ໂດຍຮ່ວມເດີນທາງພ້ອມກັບຊາວໜຸ່ມ startup, ຄະນະຊາວໜຸ່ມທຸກຂັ້ນຂອງນະຄອນ ດ່ານັ້ງ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍແຫຼ່ງທຶນກູ້ຢືມຈາກທະນາຄານນະໂຍບາຍສັງຄົມ, ແນວພັນສັດລ້ຽງ ເພື່ອຊ່ວຍໃຫ້ຊາວໜຸ່ມພັດທະນາເສດຖະກິດ.

ເລື່ອງບັນດາຮູບແບບ startup ຂອງຊາວໜຸ່ມນະຄອນ ດ່ານັ້ງ ບັນລຸຜົນສຳເລັດນັ້ນ, ໄດ້ສ້າງແຫຼ່ງບັນດານໃຈໃຫ້ເພື່ອນໜຸ່ມຫຼາຍຄົນບືນຕົວຂຶ້ນ, ສ້າງຄວາມຮັ່ງມີຢ່າງຊອບທຳຢູ່ບ້ານເກີດເມືອງນອນຂອງຕົນ.

ຕອບກັບ