ການສຳພາດ ສາດສະດາຈານ ປອ ວິທະຍາສາດ ຫວູມິງຢາງ ຂອງນັກຂ່າວ VOV ເນື່ອງໃນໂອກາດ ລະດູບານໃໝ່ ປີຂານ 2022

ນັກ​ຂ່າວ VOV
Chia sẻ
(VOVWORLD) -ເນື່ອງໃນໂອກາດ ລະດູບານໃໝ່ ປີຂານ 2022 ນັກຂ່າວ VOV ໄດ້ມີໂອກາດສຳພາດ ສາດສະດາຈານ ປອ ວິທະຍາສາດ ຫວູມິງຢາງ ກ່ຽວກັບບັນດາຄວາມຫວັງບືນຕົວຂຶ້ນຂອງຊາວ ຫວຽດນາມ ໃນລະດູບານໃໝ່ ປີຂານ 2022
ການສຳພາດ ສາດສະດາຈານ ປອ ວິທະຍາສາດ ຫວູມິງຢາງ ຂອງນັກຂ່າວ VOV ເນື່ອງໃນໂອກາດ ລະດູບານໃໝ່ ປີຂານ 2022 - ảnh 1ສາດສະດາຈານ ປອ ວິທະຍາສາດ ຫວູມິງຢາງ

ນັກຂ່າວ: ຂໍຮຽນ ສາດສະດາຈານ ຫວູມິງຢາງ, ທ່ານຕີລາຄາຄືແນວໃດກ່ຽວກັບຄວາມຄາດຫວັງຢາກອຸທິດສ່ວນ ແລະ ບືນຕົວຂຶ້ນຂອງຊາວ ຫວຽດນາມ ໃນລະດູບານໃໝ່ ປີຂານ 2022?

 ສາດສະດາຈານ: “ຕາມຂ້າພະເຈົ້າແລ້ວ ນີ້ກໍ່ແມ່ນຄວາມຄາດຫວັງຂອງຊາດ ຫວຽດນາມ ເຊິ່ງແມ່ນຊາດໜຶ່ງທີ່ຈາກລຸ້ນຜູ້ນຳສູງສຸດ ຕະຫຼອດຮອດສາມັນຊົນ ກໍ່ລ້ວນແຕ່ມີຄວາມຄາດຫວັງຢາກເຂົ້າຮ່ວມກິດຈະການນຳປະເທດຊາດ ກ້າວໄປເຖິງຄວາມຈະເລີນຮຸ່ງເຮືອງ. ເປັນທີ່ຈະແຈ້ງແລ້ວວ່າ ບັນຍາກາດນີ້ໄດ້ຫັນມາສູ່ປີ 2022 ເຊິ່ງແມ່ນປີສຸມໃສ່ປຸກລຸກຄວາມຄາດຫວັງ ແລະ ປະຕິບັດຄວາມຄາດຫວັງດັ່ງກ່າວ. ນ້ຳໃຈ ຫວຽດນາມ, ຊາວ ຫວຽດນາມ ໄດ້ຮັບການປຸກລຸກ ໄດ້ຮັບການເຊີດຊູຈະແມ່ນແຫຼ່ງກຳລັງອັນໃຫຍ່ຫຼວງໃຫ້ແກ່ປີໃໝ່”.

ນັກຂ່າວ: ຂໍຮຽນສາດສະດາຈານ ຂໍໃຫ້ທ່ານໄຈ້ແຍກຢ່າງຈະແຈ້ງກວ່າ ກ່ຽວກັບປັດໄຈ ທ່ວງທ່າໃໝ່ໃນການພັດທະນາຂອງປະເທດ ເຊິ່ງເລີ່ມແຕ່ລະດູບານໃໝ່ພິເສດນີ້ໄດ້ບໍ່?

ສາດສະດາຈານ: “ສຳລັບຊາດ ຫວຽດນາມ ແມ່ນຕ້ອງມີວິໄສທັດທີ່ຍາວໄກກວ່າ. ຫວຽດນາມ ແມ່ນຊາດໜຶ່ງທີ່ເຄີຍສາມາດເຮັດໄດ້ສິ່ງມະຫັດສະຈັນ ໃນປະຫວັດສາດ ດັ່ງນັ້ນຈະບໍ່ມີຫຍັງທີ່ພວກເຮົາບໍ່ສາມາດປະຕິບັດໄດ້ໃນໄລຍະນີ້. ປີ 2022 ພວກເຮົາພວມປະຕິບັດຄວາມຄາດຫວັງ ກໍ່ສ້າງປະເທດຊາດຈະເລີນຮຸ່ງເຮືອງ, ແຕ່ດ້ວຍທຸກສິ່ງທຸກຢ່າງທີ່ພວກເຮົາໄດ້ຜ່ານໄປແລ້ວ ພວກເຮົາກໍ່ສາມາດປະຕິບັດໄດ້ ດ້ວຍຄວາມເຊື່ອໝັ້ນຕົນເອງ.”

ນັກຂ່າວ: ຂໍຮຽນສາດສະດາຈານ ກຳລັງແຮງໃໝ່ພວມປະກົດຂຶ້ນ ໃນວົງຄະນາຍາດແຫ່ງຊາດ ຫວຽດນາມ ດັ່ງນັ້ນ ໃນນາມສ່ວນຕົວ ສາດສະດາຈານ ຝາກຝັງຄວາມເຊື່ອໝັ້ນແນວໃດຕໍ່ຜົນສຳເລັດຂອງປະເທດຊາດ?

ສາດສະດາຈານ: “ປີ 2022 ຈະແມ່ນປີຟື້ນຟູຢ່າງແຂງແຮງ ແລະ ຮອບດ້ານ ດັ່ງນັ້ນພວກເຮົາຕ້ອງກະກຽມຢ່າງລະອຽດ ຮອບດ້ານຄື ຜູ້ມີຄວາມເກັ່ງກ້າສາມາດ, ກຳລັງວັດຖຸ, ວິທີແກ້ໄຂເພື່ອນຳປະເທດພັດທະນາຢ່າງວ່ອງໄວກວ່າ, ຫັນຄວາມສ່ຽງກາຍເປັນໂອກາດ. ນີ້ແມ່ນບັນດາຄຳໝາຍໝັ້ນໃຫ້ປີ 2022 ເຊິ່ງພວກເຮົາສາມາດປະຕິບັດບັນດາບາດກ້າວບຸກທະລຸ. ທາງດ້ານສາກົນ ທ່ວງທ່າຂອງປະເທດຫວຽດນາມ ພວກເຮົາໄດ້ແຕກຕ່າງກັນຫຼາຍ. ເປັນຄັ້ງທີສອງທີ່ ຫວຽດນາມ ໄດ້ຮັບການເລືອກຕັ້ງ ເປັນກຳມະການບໍ່ຖາວອນສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ. ທີ່ຕັ້ງບົດບາດຂອງພວກເຮົາກໍ່ຖືກຍົກສູງຂຶ້ນນັບທັງພາກພື້ນ ແລະ ສາກົນ. ດ້ວຍຖານະບົດບາດໃໝ່ເຊັ່ນນັ້ນ ຂ້າພະເຈົ້າຖືວ່າ ກຳລັງແຮງທີ່ມີຢູ່ແລ້ວຂອງ ຫວຽດນາມ ພວກເພີ່ມຂຶ້ນທົບຫຼາຍເທົ່າ. ນີ້ແມ່ນສິ່ງທີ່ພິເສດຂອງປີ 2022 . ດ້ວຍບັນດາຜົນສຳເລັດທີ່ພວກເຮົາຍາດມາໄດ້ນັ້ນ ອາດເຊື່ອແນ່ວ່າ ພວກເຮົາສາມາດສ້າງບາດກ້າວບຸກທະລຸໃນປີ 2022 ໄດ້.

ນັກຂ່າວ:  ຂໍຂອບໃຈນຳສາດສະດາຈານ ປອ ວິທະຍາສາດ ຫວູມິງຢາງ.

ຕອບກັບ