ກວາງນິງ ຕ້ອນຮັບແຂກທ່ອງທ່ຽວຊາວມຸດສະລິມ

Vu Mien
Chia sẻ
(VOVWORLD) - ມາຮອດປະຈຸບັນ, Delasea Ha Long ແມ່ນໂຮງແຮມ 5 ດາວແຫ່ງດຽວຂອງແຂວງ ກວາງນິງ ທີ່ມີເງື່ອນໄຂຢ່າງພຽງພໍເພື່ອຕ້ອນຮັບແຂກຊາວ ມຸດສະລິມ.
ກວາງນິງ ຕ້ອນຮັບແຂກທ່ອງທ່ຽວຊາວມຸດສະລິມ - ảnh 1(ນັກຊ່ຽວຊານ ມຸດສະລິມ ມາຈາກ ມາເລເຊຍ ມາຝຶກແອບໃຫ້ພະນັກງານຂອງໂຮງແຮມ)

ພາຍຫຼັງໂລກລະບາດ Covid - 19, ແຂກທ່ອງທ່ຽວຊາວມຸດສະລິມ (ການທ່ອງທ່ຽວ Halal) ມີທ່າອ່ຽງຫັນໄປທ່ຽວບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີ ຫວຽດນາມ. ນີ້ແມ່ນກະແສການທ່ອງທ່ຽວທີ່ຂະແໜງທ່ອງທ່ຽວ ກວາງນິງ ຈະສຸມໃສ່ຂຸດຄົ້ນໃນໄລຍະຈະມາເຖິງ. ປະຈຸບັນ, ທາງແຂວງພວມກະກຽມເງື່ອນໄຂດີທີ່ສຸດເພື່ອຕ້ອນຮັບແຂກທ່ອງທ່ຽວທີ່ພິເສດນີ້.

ມາຮອດປະຈຸບັນ, Delasea Ha Long ແມ່ນໂຮງແຮມ 5 ດາວແຫ່ງດຽວຂອງແຂວງ ກວາງນິງ ທີ່ມີເງື່ອນໄຂຢ່າງພຽງພໍເພື່ອຕ້ອນຮັບແຂກຊາວມຸດສະລິມ. ເພື່ອຮັບປະກັນມາດຕະຖານຂອງການຕ້ອນຮັບ ແຂກພິເສດນີ້, ໂຮງແຮມໄດ້ ສະຫງວນ 2 ຊັ້ນເພື່ອຮັບໃຊ້ການດຳເນີນຊີວິດສະເພາະ, ມີເຂດເຮືອນຄົວຕ່າງຫາກ. ໂຮງແຮມຍັງໄດ້ສ້ອມແປງ, ຕົບແຕ່ງ 36 ຫ້ອງພັກຕາມມາດຕະຖານທີ່ເຂັ້ມງວດຂອງການທ່ອງທ່ຽວ Halal. ຫ້ອງພັກຂອງແຂກ Halal ປະກອບບ່ອນສວດມົນອະທິຖານ. ນີ້ແມ່ນຄວາມຮຽກຮ້ອງທີ່ ຕ້ອງມີ ແລະ ແມ່ນ 1 ໃນປັດໄຈທໍາອິດຂອງຊາວມຸດສະລິມ ຊອກຫາເມື່ອໄປທ່ອງທ່ຽວ. ທ່ານ ເລແທງຕາມ, ຜູ້ອຳນວຍການໂຮງແຮມ Delasea Ha Long ແບ່ງປັນວ່າ: ທາງໂຮງແຮມໄດ້ເຊີນນັກຊ່ຽວຊານມາຄົ້ນຄວ້າກ່ຽວກັບວັດທະນະທຳ, ຄວາມເຊື່ອຖືທາງສາສະໜາ ແລະ ອາຫານການກິນ Halal ເພື່ອແນະນຳໃຫ້ແກ່ໂຮງແຮມ:

ພວກຂ້າພະເຈົ້າໄດ້ເຊີນນັກຊ່ຽວຊານ ມຸດສະລິມ ມາຈາກ ມາເລເຊຍ ມາຝຶກແອບໃຫ້ພະນັກງານຂອງໂຮງແຮມ. ເຊີນພໍ່ຄົວຊາວ ປາກິດສະຖານ ຄົນໜຶ່ງ ແລະ ຊ່ຽວຊານກ່ຽວກັບອາຫານ Halal ຄົນໜຶ່ງມາເພື່ອສຶກສາ, ແນະນຳຂັ້ນຕອນແຕ່ງກິນ ແລະ ຮັບໃຊ້ໃຫ້ຖືກກັບມາດຕະຖານ Halal”.

        ເພື່ອເປັນເຈົ້າການຕ້ອນຮັບແຂກທີ່ມາຈາກບັນດາປະເທດ ອິດສະລາມ, ຫວ່າງມໍ່ໆມານີ້, ພະແນກທ່ອງທ່ຽວແຂວງ ກວາງນິງ ໄດ້ເຊີນບັນດານັກຊ່ຽວຊານດ້ານການທ່ອງທ່ຽວ Halal, ກົມທ່ອງທ່ຽວ ແຫ່ງຊາດ ພ້ອມກັບບັນດາບໍລິສັດທ່ອງທ່ຽວ ເພື່ອມາປຶກສາຫາລືກ່ຽວກັບບັນດາມາດຕະການແກ້ໄຂ ຄວາມຮຽກຮ້ອງຕ້ອງການສະເພາະຂອງກຸ່ມແຂກທ່ອງທ່ຽວນີ້. ທ່ານ ເຈີ່ນວັນເຕີນເກືອງ, ຜູ້ອຳນວຍການບໍລິສັດ Halal ແຫ່ງຊາດ, ໄດ້ຍົກອອກຄຳເຫັນວ່າ:

ແຂວງ ກວາງນິງ ມີເງື່ອນໄຂຫຼາຍຢ່າງ, ແຕ່ຕ້ອງສ້າງພື້ນຖານໂຄງລ່າງ ກໍ່ຄືບັນດາສະຖານທີ່ພັກຜ່ອນ, ຮ້ານອາຫານໃຫ້ເໝາະສົມ ແລະ ມີໃບຢັ້ງຢືນທີ່ເໝາະສົມກັບການບໍລິການຂອງຊາວມຸດສະລິນ. ຍ້ອນໃນການ ເດີນທາງໄປທ່ອງທ່ຽວ, ຊາວມຸດສະລິມ ຢາກຊອກຫາອາຫານ Halal ເປັນຕົ້ນ, ຫຼັງຈາກນັ້ນ ຈຶ່ງຊອກຫາບ່ອນພັກຜ່ອນໃຫ້ເໝາະສົມກັບການບໍລິການຂອງຊາວມຸດສະລິມ. ຖ້າຫາກເຂດພັກຜ່ອນນັ້ນ ມີຫ້ອງເຮັດພິທີກຳສວດມົນ ກໍ່ຈະແມ່ນຈຸດດີທີ່ສຸດໃນວັດການໄປທ່ອງທ່ຽວຂອງເຂົາເຈົ້າ”.

ກວາງນິງ ຕ້ອນຮັບແຂກທ່ອງທ່ຽວຊາວມຸດສະລິມ - ảnh 2(ກວາງນິງ ປຶກສາຫາລືການຂຸດູຄົ້ນຕະຫຼາດນັກທ່ອງທ່ຽວຊາວມຸດສະລິມ)

 ເພື່ອໃຫ້ມີບັນດາແຂວງ, ນະຄອນຂອງ ຫວຽດນາມ ສາມາດຕ້ອນຮັບແຂກທ່ອງທ່ຽວ ຊາວມຸດສະລິມຫຼາຍຕື່ມອີກນັ້ນ, ທ່ານ ຫງວຽນຈູງແຄງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ຢືນຢັນວ່າ:

ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບກະຊວງການຕ່າງປະເທດ, ກະຊວງວັດນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເປັນປະທານຈັດການຊຸມກັບບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການ ຜູ້ຕາງໜ້າຢູ່ ຫວຽດນາມ ແລະ ສະຖານທູດບັນດາປະເທດຖືສາສະໜາອິດສະລາມ ປະຈຳ ຫວຽດນາມ ປຶກສາຫາລືບັນດາມາດຕະການແກ້ໄຂ ເພື່ອຊຸກຍູ້ການແລກປ່ຽນແຂກ່ອງທ່ຽວ ຫວຽດນາມ ແລະ ບັນດາ ປະເທດອິດສະລາມ. ບົນພື້ນຖານນັ້ນ, ບັນດາວິສາຫະກິດທ່ອງທ່ຽວກໍ່ຈະເຂົ້າເຖິງໄດ້ນັບແຕ່ຄວາມ ຕ້ອງການ, ຄວາມປາດຖະໜາຂອງຊາວມຸດສະລິມ ກໍຄືການກຳນົດທິດ, ສ້າງບັນດາຜະລິດຕະພັນການບໍລິການ, ຄ່ອຍໆສ້າງ­ສຳເລັດພື້ນຖານດ້ານວັດຖຸເພື່ຕ້ອນຮັບແຂກທ່ອງທ່ຽວທີ່ມີທ່າແຮງບົ່ມຊ້ອນນີ້”.

ຊາວມຸດສະລິມໄດ້ກວມເອົາ 1/4 ປະຊາກອນຂອງໂລກ. ແຕ່ລະປີ, ມີຊາວມຸດສະລິມປະມານ 140 ລ້ານຄົນໄດ້ໄປທ່ອງທ່ຽວ ແລະ ຄາດວ່າ, ຕົວເລກນີ້ ຈະເພີ່ມຂຶ້ນເປັນ 280 ລ້ານຄົນໃນປີ 2028 ດ້ວຍລະດັບການໃຊ້ຈ່າຍອາດຈະບັນລຸ 225 ຕື້ USD. ສູນທ່ອງທ່ຽວຫຼາຍແຫ່ງໃນໂລກ, ໂດຍສະເພາະແມ່ນຢູ່ ອາຊີຕາເວັນອອກສຽງໃຕ້, ພວມມີການກະກຽມຢ່າງລອບຄອບທີ່ຖ້ວນເພື່ອຕ້ອນຮັບແຫຼ່ງແຂກທ່ອງທ່ຽວ ທີ່ມີຄວາມສາມາດບົ່ມຊ້ອນນີ້. ແລະ ຫວຽດນາມ ເວົ້າລວມ ແລະ ແຂວງ ກວາງນິງ ເວົ້າສະເພາະ ກໍ່ຈະຜັນຂະຫຍາຍການຕ້ອນຮັບນັກທ່ອງທ່ຽວຊາວມຸດສະລິມຢ່າງມີປະສິດທິຜົນນັ້ນບໍ່ພຽງແຕ່ຊ່ວຍໃຫ້ ຫວຽດນາມ ຟື້ນຟູຂະແໜງທ່ອງທ່ຽວເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງໂຄງປະກອບຕະຫຼາດ ແຂກທ່ອງທ່ຽວສາກົນຄືນໃໝ່ຢ່າງໝັ້ນຄົງອີກດ້ວຍ./.

ຕອບກັບ